ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ນັກ​ຕະຫຼົກ ແລະ ຜູ້​ນຳ​ ຢູ​ເຄ​ຣນ ຄົນ​ປັດ​ຈຸ​ບັນ ໄດ້ຮັບຄະແນນ​ນຳ​ໜ້າ​ ໃນ​ການ​ເລືອກ​ຕັ້ງ


ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ, ນັກ​ສ​ະ​ແດງ​ຕະຫຼົກ, ແມ່ນ​ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ ຢູ​ເຄ​ຣນ.
ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ, ນັກ​ສ​ະ​ແດງ​ຕະຫຼົກ, ແມ່ນ​ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ ຢູ​ເຄ​ຣນ.

ດ້ວຍ​ຄະ​ນະ​ແນນ​ສຽງ​ເຄິ່ງ​ນຶ່ງ​ໄດ້​ຖືກ​ນັບ​ໃນ​ວັນ​ຈັນ​ມື້ນີ້, ນັກ​ຕະຫຼົກ ທ່ານ ໂວ​ໂລ​ດິ​ເມຍ
ເຊເລັນສກີ ແລະ ປະທານາທິບໍດີຄົນປັດຈຸບັນ ທ່ານ ເປໂຕຣ ໂປໂຣເຊັນໂກ ໄດ້ເປັນ
ຜູ້ທີ່ມີຄະແນນນຳໜ້າ ໃນການເລືອກຕັ້ງປະທານາທິບໍດີຂອງ ຢູເຄຣນ.

ຄະ​ນະ​ກຳ​ມາ​ທິ​ການ​ ສູນ​ກາງ​ການ​ເລືອກ​ຕັ້ງ ໄດ້​ກ່າວ​ວ່າ ທ່ານ ເຊ​ເລັນ​ສ​ກີ ຜູ້​ທີ່ຫຼິ້ນ​ບົດ​
ບາດປະທານາທິບໍດີ ໃນລະຄອນຕະຫຼົກທາງໂທລະພາບ, ໄດ້ຢູ່ໃນອັນດັບທີນຶ່ງ ດ້ວຍ
ຄະແນນສຽງ 30 ເປີເຊັນ.

ທ່ານ ໂປ​ໂຣ​ເຊັນ​ໂກ, ຜູ້​ທີ່​ໄດ້​ກຳ​ອຳ​ນາດ​ນັບ​ຕັ້ງ​ແຕ່​ປີ 2014 ເປັນ​ຕົ້ນ​ມາ​ນັ້ນ, ຢູ່​ອັນ​ດັບ​
ທີສອງດ້ວຍຄະແນນສຽງປະມານ 17 ເປີເຊັນ.

ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ຢູ​ເລຍ ທີ​ໂມ​ເຊັນ​ໂກ ຢູ່​ອັນ​ດັບ​ທີ 3 ໂດຍໄດ້ຮັບ 13
ເປີເຊັນ.

ຖ້າ​ຜົນ​ຄະ​ແນ​ນ​ຍັງ​ຢູ່​ຄື​ເກົ່າ ແລະ ບໍ່​ມີ​ຜູ້​ລົງ​ແຂ່ງ​ຂັນ​ຄົນ​ໃດ​ໄດ້​ຮັບ​ຄະ​ແນນ​ສຽງ​ສ່ວນ
ຫຼາຍນັ້ນ, ການລົງຄະແນນສຽງຂັ້ນຊີ້ຂາດຈະຖືກຈັດຂຶ້ນໃນວັນທີ 21 ເມສາ ລະຫ່ວາງ
ຜູ້ແຂ່ງຂັນທີ່ມີຄະແນນສູງສຸດສອງຄົນ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ຫຼັງ​ຈາກ​ຜົນ​ຄະ​ແນນ​ເບື້ອງ​ຕົ້ນ​ໄດ້​ເປີດ​ເຜີຍ
ອອກມາວ່າ “ນີ້ແມ່ນພຽງບາດກ້າວທຳອິດ ທີ່ຈະກ້າວໄປສູ່ໄຊຊະນະທີ່ຍິ່ງໃຫຍ່.”

ທ່ານ ເຊ​ເລັນ​ສ​ກີ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ພິ​ສູ​ດ​ໃຫ້​ເຫັນ​ວ່າ ຊີ​ວິດແມ່ນ​ສາ​ມາດ​ທີ່​ຈະ​ຮຽນ​
ແບບສິລະປະໄດ້. ທ່ານໄດ້ເປັນນັກສະແດງນຳ ຂອງລະຄອນທີ່ໄດ້ຮັບຄວາມນິຍົມມາ
ດົນນານເອີ້ນວ່າ “ຜູ້ຮັບໃຊ້ປະຊາຊົນ”, ເຊິ່ງທ່ານໄດ້ຫຼິ້ນບົດບາດເປັນນາຍຄູ ຜູ້ທີ່ໄດ້
ກາຍເປັນປະທານາທິບໍດີຢ່າງບໍ່ຄາດຄິດ ຫຼັງຈາກນັກຮຽນຄົນນຶ່ງໄດ້ເອົານຶ່ງໃນວິດີໂອ
ທີ່ທ່ານກ່າວປະນາມຄົນຊັ້ນສູງຂອງທ່ານ ລົງໃນ YouTube.

ທ່ານ ໂປ​ໂຣ​ເຊັນ​ໂກ ໄດ້​ຖືກ​ຄູ່​ແຂ່ງ​ກ່າວ​ຫາ ກ່ຽວ​ກັບ ການ​ໃຊ້​ກົນ​ອຸ​ບາຍ​ທີ່​ຈະ​ຊື້​ຄະ​
ແນນສຽງ, ແລະ ໄດ້ເຮັດໃຫ້ລະດັບຄວາມເຫັນຊອບຂອງທ່ານຫຼຸດລົງ ໃນຂະນະທີ່
ຢູເຄຣນ ໄດ້ປະສົບກັບຄວາມລຳບາກທາງເສດຖະກິດ. ການໂຄສະນາຫາສຽງຂອງ
ທ່ານລວມມີ ສັນຍາຕ່າງໆທີ່ຈະຍຶດການຄວບຄຸມແຫຼມ ໄຄຣເມຍ ກັບມາຄືນ ຫຼັງຈາກ
ຣັດເຊຍ ໄດ້ເຂົ້າຍຶດໃນປີ 2014.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG