ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ກັນຍາ ໒໐໒໓

ຢູເຄຣນ ຍິງໂດຣນຂອງຣັດເຊຍຕົກ ໃນຫຼາຍໆພາກພື້ນ


ຮູບນີ້ຖ່າຍ ແລະ ນຳອອກເຜີຍແຜ່ໃນວັນທີ 13 ກັນຍາ 2023 ໂດຍສູນຂ່າວຂອງກອງກຳລັງປ້ອງກັນປະເທດພາກໃຕ້ຢູເຄຣນ ສະແດງໃຫ້ເຫັນລົດບັນທຸກທີ່ຖືກໄຟໄໝ້ ຫຼັງການໂຈມຕີດ້ວຍໂດຣນຂອງຣັດເຊຍ ຢູ່ເຂດໂອເດຊາ ຂອງຢູເຄຣນ

ກອງທັບ​ຢູ​ເຄຣນ ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ຕົນ​ໄດ້​ຍິງ​ໂດຣນ 17 ລຳຕົກ​ທີ່ຣັດ​ເຊຍ​ໃຊ້​ໂຈມ​ຕີ​ເປົ້າ​ໝາຍໃນ​ຊ່ວງຂ້າມຄືນ ​ໃນ​ຫຼາຍ​ເຂດ​ຂອງ​ຢູ​ເຄຣນ​.

ກອງທັບ​ຢູ​ເຄຣນ​ກ່າວ​ວ່າ ຣັດ​ເຊຍໄດ້​ປ່ອຍໂດຣນ​ທັງ​ໝົດ 22 ລຳ​ໃນ​ການ​ໂຈມ​ຕີ​ຫຼາຍ​ຄັ້ງ ​ທີ່​ແນເປົ້າ​ໃສ່​ເຂດ ມີໂກລາອິຟ (Mykolaiv), ຊາໂປຣິສເຊຍ (Zaporizhzhia), ຊູມີ (Sumy) ແລະ ດີນີໂປຣເປໂທຣວ໌ (Dnipropetrovsk).

ທ່ານເຊີຮີ ລີຊາກ (Serhiy Lysak) ຜູ້ປົກຄອງພາກພື້ນ ດີນີໂປຣເປໂທຣວ໌ (Dnipropetrovsk) ກ່າວວ່າ ຊາກຫັກພັງຈາກໂດຣນ ນຶ່ງໃນສາມລຳທີ່ຕົກລົງໃນເຂດດັ່ງກ່າວ ໄດ້ເຮັດໃຫ້ຕຶກອາຄານ ແລະລົດຍົນເສຍຫາຍ ແລະໄດ້ເກີດໄຟລຸກໄໝ້ຫຍ້າ.

ທ່ານລີຊາກ (Lysak) ກ່າວ​ວ່າ ການ​ຍິງ​ລູກ​ປືນ​ຖະຫຼົ່ມຂອງ​ຣັດ​ເຊຍ​ຍັງ​ໄດ້ເກີດຂຶ້ນຢູ່​ໃນ​ຂົງ​ເຂດ​ດັ່ງກ່າວ, ​ແຕ່​ບໍ່​ມີ​ລາຍ​ງານຜູ້ເສຍຊີວິດ.

ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ກ່າວ​ວ່າ ການປ້ອງກັນທາງອາກາດ​ຂອງ​ຕົນ​ໄດ້​ຍິງ​ລູກ​ສອນ​ໄຟ​ຂອງ​ຢູເຄຣນຫຼາຍລູກ​ຕົກ​ ຢູ່​ເຂດບຣີອານສຄ໌ (Bryansk) ທາງ​ພາກ​ຕາ​ເວັນ​ຕົກ​ຂອງຣັດ​ເຊຍ​ໃນ​ຕອນຊ່ວງຕອນເຊົ້າຂອງວັນ​ພະຫັດ.

ຣັດ​ເຊຍ​ຍັງ​ກ່າວອີກ​ວ່າ ຕົນ​ໄດ້​ຂັບ​ໄລ່​ການ​ໂຈມ​ຕີ ​ໃນ​ວັນ​ພະຫັດ​ມື້​ນີ້​ໃສ່​ກຳ​ປັ່ນ​ລາດຕະ​ເວນ​ຢູ່​ໃນ​ທະ​ເລ​ດຳ, ​ໂດຍ​ກອງ​ກຳລັງ​ຣັດ​ເຊຍ​ໄດ້​ທຳລາຍ​ເຮືອ​ບໍ່​ມີ​ຄົນ​ຂັບ 5 ລຳ.

​ຢູ່ເໜືອ​ແຫຼມໄຄຣເມຍ (Crimea) ທີ່ຣັດເຊຍຄວບຄຸມ, ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ກ່າວ​ໃນ ​ Telegram ວ່າ​ຕົນ​ໄດ້​ທຳລາຍ​ໂດ​ຣນ​ຢູ​ເຄຣນ 11 ລຳ.

ນັ້ນ​ໄດ້ເກີດຂຶ້ນ​ນຶ່ງ​ມື້​ຫລັງ​ຈາກ​ລູກ​ສອນ​ໄຟ​ຂອງ​ຢູ​ເຄຣນ​ໄດ້ໂຈມຕີ​ທ່າ​ກຳ​ປັ່ນ​ຍຸດ​ທະ​ສາດ​ໃນແຫຼມໄຄຣເມຍ (Crimea), ​ເຮັດ​ໃຫ້ມີຜູ້ໄດ້ຮັບບາດເຈັບ 24 ຄົນ​ ​ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ກຳ​ປັ່ນ 2 ລຳ ທີ່​ກຳລັງ​ສ້ອມ​ແປງ.

XS
SM
MD
LG