ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຂ່າວ​ຫຼ້າ​ສຸດ: ຢູ​ເຄ​ຣນ​ໄດ້​ຍິງ​ທຳ​ລາຍ​ລູກ​ສອນ​ໄຟ ຂອງ​ຣັດ​ເຊຍ 15 ​ລູກແລະ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ 20 ກວ່າລຳ


​ພວກ​ທະ​ຫານ​ໃນ​ໜ່ວຍ​ປ້ອງ​ກັນ​ຊາດ ທີ່​ຫາ​ກໍ​ສ້າງ​ຕັ້ງ​ຂຶ້ນ​ໃໝ່​ຂອງ​ຢູ​ເຄ​ຣນ ໃນ​ເຂ​ດ​ຄາ​ກິບ ເມື່ອ​ວັນ​ທີ 1 ມິ​ຖຸ​ນາ 2023.
​ພວກ​ທະ​ຫານ​ໃນ​ໜ່ວຍ​ປ້ອງ​ກັນ​ຊາດ ທີ່​ຫາ​ກໍ​ສ້າງ​ຕັ້ງ​ຂຶ້ນ​ໃໝ່​ຂອງ​ຢູ​ເຄ​ຣນ ໃນ​ເຂ​ດ​ຄາ​ກິບ ເມື່ອ​ວັນ​ທີ 1 ມິ​ຖຸ​ນາ 2023.

ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ​ກ່າວ​ວ່າ ກອງ​ທັບ ໄດ້​ຍິງ​ລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ ​ຫຼາຍກວ່າ 15 ລູກ​ ພ້ອມ​ດ້ວຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ 20 ກວ່າ​ລຳ​ຕົກ ເໜືອ​ນ່ານ​ຟ້າ​ຂອງ​ນະ​ຄອນ​ກີ​ຢິບ​ ໃນ​ວັນ​ສຸກມື້ນີ້.

ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຂອງກອງ​ທັບ​ອາ​ກາດ ກ່າວ​ວ່າ ໜ່ວຍ​ປ້ອງ​ກັນ​ໄພ​ທາງ​ອາ​ກາດ​ໄດ້​ຍິງ​ຈະ​ຫຼວດ​ນຳ​ວິ​ຖີ 15 ລູກ ແລະ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ 21 ລຳ​ຕົກ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີ​ຢ່າງ​ໜ້ອຍ 2 ຄົນ​ໄດ້​ຮັບ​ບາດ​ເຈັບ ຈາກ​ຊາກ​ເສດ​ເຫຼືອ​ທີ່​ຕົກ​ລົງ​ມາ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອ​ງ​ອັງ​ກິດ ກ່າວ​ໃນ​ວັນ​ສຸກມື້ນີ້​ວ່າ ໜ່ວຍ​ສືບ​ລັບ​ຂອງ​ຕົນ​ໄດ້​ຊັ່ງ​ຊາ​ໃໝ່​ກ່ຽວ​ກັບ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ຕໍ່​ຢູ​ເຄ​ຣນ ຊຶ່ງ​ໃນ​ເວ​ລານີ້​ກຳ​ລັງ​ປະ​ເຊີນ​ກັບ “ທາງ​ເລືອກ​ຢ່າງ​ໄວ” ​ກ່ຽວ​ກັບ​ວ່າ​ຈະ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ປ້ອງ​ກັນ​ປະ​ເທດ​ ຢູ່​ໃນ​ເຂດ​ຊາຍ​ແດນ​ຂອງ​ຣັດ​ເຊຍ ຫຼື​ເສີມ​ແນວ​ປ້ອງ​ກັນ ​ຢູ່​ໃນ​ເຂດ​ຢຶດ​ຄອງ​ຂອ​ງ​ຕົນ ໃນ​ຢູ​ເຄ​ຣນ.

ໃນ​ຂະ​ນະ​ດຽວ​ກັນ ໃນ​ວັນ​ພະ​ຫັດ​ວານນີ້ ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ໄດ້​ປະ​ນາມ​ລາຍ​ງານ​ຂ່າວ​ທີ່​ວ່າ ປະ​ຊາ​ຊົນ​ທີ່​ຢາກ​ເຂົ້າ​ໄປ​ລີ້​ໃນ​ບ່ອນ​ຫຼົບ​ໄພ​ຢູ່​ນະ​ຄອນ​ຫຼວງ​ກີ​ຢິບ ແຕ່​ມັນ​ຖືກ​ປິດ. ປະ​ທາ​ນາ​ທິ​ບໍ​ດີ​ກ່າວ​ວ່າ “ມັນ​ເປັນ​ໜ້າ​ທີ່​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ທ້ອ​ງ​ຖິ່ນ ຊຶ່ງ​ເປັນ​ພາ​ລະ​ກິດ​ທີ່​ສະ​ເພາະ​ເຈາະ​ຈົງ ເພື່ອ​ຄ້ຳ​ປະ​ກັນ​ວ່າ​ບ່ອນ​ຫຼົບ​ໄພ ມີ​ຢູ່​ແລະ​ສາ​ມາດ​ເຂົ້າ​ໄປ​ໄດ້ ຕະ​ຫຼອດ​ເວ​ລາ.” ຜູ້​ນຳ​ຂອງ​ຢູ​ເຄ​ຣນ ກ່າວ​ຕື່ມ​ວ່າ “ຖ້າ​ບໍ່​ມີ​ການ​ເຮັດ​ຫຼ້ອນ​ພາ​ລະ​ກິດ​ບົນ​ພື້ນ​ຖານ ຊຶ່ງ​ເປັນ​ຄວາມ​ຮັບ​ຜິດ​ຊອບ​ໂດຍ​ກົງ​ ຂອງ​ໜ່ວຍ​ງານ​ປະ​ຕິ​ບັດ​ກົດ​ໝາຍ​ແລ້ວ” ຈະ​ຕ້ອງ​ໄດ້​ມີ​ການ​ນຳ​ເອົາ​ພວກ​ທີ່​ຮັບ​ຜິດ​ຊອບ “ມາ​ໃສ່​ໂທດ.”

ນອກນັ້ນ ໃນ​ວັນ​ພະ​ຫັດ​ວານນີ້ ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ​ໃນ​ຕອນ​ເຊົ້າ​ມືດ ຕໍ່​ນະ​ຄອນ​ຫຼວງ​ກີ​ຢິບ ໄດ້​ສັງ​ຫານ​ຢ່າງ​ໜ້ອຍ 3 ຄົນ ຮວມ​ທັງ​ເດັກ​ຍິງ​ອາ​ຍຸ 9 ປີ ແລະ​ນ້ອງ​ຊາຍ​ຂອງ​ນາງ ແລະ​ກໍ​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ​ອີກ 16 ຄົນ ອີງ​ຕາມ​ຄຳ​ເວົ້າ​ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ.

ວັນ​ທີ 1 ມິ​ຖຸ​ນາ ​ໄດ້​ມີ​ການ​ສະ​ຫຼອງ​ວັນ​ເດັກນ້ອຍ​ສາ​ກົນ ​ໂດຍ​ຫຼາຍ​ປະ​ເທດ. ປະ​ທາ​ນາ​ທິ​ບໍ​ດີຢູ​ເຄ​ຣນ ທ່ານໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ໃຫ້​ຂໍ້​ສັງ​ເກດ​ໃນ​ການ​ກ່າວ​ຄຳ​ປາ​ໄສ​ປະ​ຈຳ​ວັນ​ຂອງ​ທ່ານ ໃນ​ວັນ​ພະ​ຫັດ​ວານນີ້​ວ່າ “ແຕ່​ແມ່ນ​ກະ​ທັງ​ໃນ​ມື້ນີ້ ລັດ​ກໍ່​ການ​ຮ້າຍ​ກໍ​ຍັງ​ໄດ້​ເອົາ​ຊີ​ວິດ​ຂອງ​ເດັກ​ນ້ອຍ​ຊາວ​ຢູ​ເຄ​ຣນ.”

ອ່ານ​ຂ່າວ​ນີ້​ຕື່ມ​ເປ​ັນ​ພາ​ສາ​ອັງ​ກິດ

XS
SM
MD
LG