ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ຍິງໂດຣນຂອງຣັດເຊຍ ຕົກ 24 ລຳ ໃນຂະນະທີ່ ທ່ານເຊເລັນສກີ ສະແຫວງຫາການຊ່ວຍເຫຼືອ ດ້ານການປ້ອງກັນທາງອາກາດ


ທະ​ຫານ​ຢູ​ເຄ​ຣນ​ຄົນ​ນຶ່ງ​ຖ່າຍ​ຮູບ​ຢູ່​ບ່ອນ​ທີ່​ບໍ່​ໄດ້​ເປີດ​ເຜີຍ ໃກ້​ກັບ​ເມືອງ Orikhiv ໃນ​ເຂດ Zaporizhzhia ຂອງ​ຢູ​ເຄ​ຣນ ໃນ​ວັນ​ທີ 1 ຕຸລາ 2023
ທະ​ຫານ​ຢູ​ເຄ​ຣນ​ຄົນ​ນຶ່ງ​ຖ່າຍ​ຮູບ​ຢູ່​ບ່ອນ​ທີ່​ບໍ່​ໄດ້​ເປີດ​ເຜີຍ ໃກ້​ກັບ​ເມືອງ Orikhiv ໃນ​ເຂດ Zaporizhzhia ຂອງ​ຢູ​ເຄ​ຣນ ໃນ​ວັນ​ທີ 1 ຕຸລາ 2023

ກອງທັບ​ຢູ​ເຄຣນ ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ຕົນ​ໄດ້​ທຳລາຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ 24 ລຳ ທີ່ກອງ​ກຳລັງ​ຣັດ​ເຊຍ​ສົ່ງ​ໄປ​ໂຈມ​ຕີໃນຊ່ວງຂ້າມ​ຄືນ.

ກອງທັບ​ອາກາດ​ຢູ​ເຄຣນ​ກ່າວ​ວ່າ ຣັດ​ເຊຍ​ໄດ້​ສົ່ງ​ໂດຣນທັງໝົດ 29 ລຳ​ໄປ​ໂຈມ​ຕີເຂດໂອເດຊາ, ເຂດມີໂກລາອິຟ ​ແລະ ເຂດຄີໂຣໂວກຣາດ.

ຄາດກັນວ່າ ປະທານາທິບໍດີ ຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ຈະເຂົ້າຮ່ວມ ກອງປະຊຸມຜູ້ນຳ ຢູໂຣບ ທີ່ປະເທດສະເປນ ໃນວັນພະຫັດມື້ນີ້ ຂະນະທີ່ທ່ານ ສະແຫວງຫາການສະໜັບສະໜຸນ ເພີ່ມເຕີມ ສຳລັບກອງທັບຂອງທ່ານ ເຊິ່ງລວມເຖິງລະບົບປ້ອງກັນທາງອາກາດ.

ທ່ານເຊເລັນສກີ ກ່າວ​ກ່ອນ​ກອງ​ປະຊຸມ​ວ່າ ຢູ​ເຄຣນ ກໍາລັງພະຍາຍາມຢ່າງ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຊຸກຍູ້​ການ​ປ້ອງ​ກັນທາງ​ອາກາດ​ຂອງຕົນກ່ອນ​ລະດູ​ໜາວ​ທີ່ກຳລັງ​ຈະ​ມາ​ເຖິງ.

"ພວກເຮົາຄາດຫວັງວ່າຈະມີການຕັດສິນໃຈທີ່ແນ່ນອນຈາກພັນທະມິດຂອງພວກເຮົາ," ທ່ານເຊເລັນສກີ ກ່າວໃນຄໍາປາໄສໃນຕອນກາງຄືນຂອງທ່ານ.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໂທຫາໃຫ້ບັນດາພັນທະມິດທີ່ສຳຄັນຂອງ​ປະ​ເທດຕາເວັນຕົກ ໃນວັນອັງຄານ ເພື່ອໃຫ້ຄວາມໝັ້ນໃຈກັບພວກເຂົາວ່າ ສະຫະລັດຈະສືບຕໍ່ໃຫ້ການສະໜັບສະໜຸນທາງທະຫານ ຕໍ່ຢູເຄຣນ ຫຼັງຈາກກຸ່ມສະມາຊິກລັດຖະສະພາ ຂອງພັກຣີພັບບລີກັນ ໄດ້ບີບບັງຄັບບໍ່ໃຫ້ລວມເອົາເງິນທຶນໃໝ່ສຳລັບກີຢິບ.

ທຳນຽບຂາວກ່າວວ່າ ທ່ານ ໄບເດັນ ໄດ້ໂອ້ລົມກັບຜູ້ນຳຂອງການາດາ, ເຢຍຣະມັນ, ອີຕາລີ, ຍີ່ປຸ່ນ, ໂປແລນ, ໂຣມາເນຍ, ອັງກິດ, ແລະຂອງສະຫະພາບຢູໂຣບ ແລະອົງການເນໂຕ້, ພ້ອມດ້ວຍລັດຖະມົນຕີການຕ່າງປະເທດຝຣັ່ງ.

ໂຄສົກສະ​ພາຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານ ຈອນ ເຄີບີ ກ່າວວ່າ ທ່ານໄບເດັນ ໄດ້ຢືນຢັນອີກຄັ້ງນຶ່ງຕໍ່ຄຳໝັ້ນສັນຍາອັນໜັກແໜ້ນຂອງສະຫະ ລັດ ໃນການສະໜັບສະໜູນ ຢູເຄຣນ ໃນຂະນະທີ່ຢູເຄຣນປົກປ້ອງຕົນເອງ "ດົນເທົ່າທີ່ເທົ່າທີ່ຢູເຄຣນຍັງ​ມີ​ຄວາມ​ຕ້ອງ​ການ ເຊັ່ນດຽວກັນກັບຜູ້ນຳຄົນອື່ນໆ ທີ່ຢູ່ໃນການໂອລົມທາງໂທລະສັບ."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG