ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ຍິງໂດຣນຂອງຣັດເຊຍ 18 ລໍາ ຕົກ ແລະ ໂຈມຕີກຳປັ່ນຂອງຣັດເຊຍ


ເຈົ້າໜ້າທີ່ສຸກເສີນ ເຮັດວຽກຢູ່ບ່ອນເກີດເຫດການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງຣັດເຊຍ ໃນສະຖານທີ່ທີ່ວ່າແມ່ນ ໂອເດຊາ ຂອງຢູເຄຣນ ໃນຮູບຈາກເອກະສານແຈກນີ້ ທີ່ເຜີຍແຜ່ ໃນວັນທີ 5 ມີນາ 2024. (ກອງກຳລັງປ້ອງກັນປະເທດ ທາງພາກໃຕ້ຂອງຢູເຄຣນ/ເອກະສານແຈກ ຜ່ານອົງການຂ່າວ ຣອຍເຕີສ໌).
ເຈົ້າໜ້າທີ່ສຸກເສີນ ເຮັດວຽກຢູ່ບ່ອນເກີດເຫດການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງຣັດເຊຍ ໃນສະຖານທີ່ທີ່ວ່າແມ່ນ ໂອເດຊາ ຂອງຢູເຄຣນ ໃນຮູບຈາກເອກະສານແຈກນີ້ ທີ່ເຜີຍແຜ່ ໃນວັນທີ 5 ມີນາ 2024. (ກອງກຳລັງປ້ອງກັນປະເທດ ທາງພາກໃຕ້ຂອງຢູເຄຣນ/ເອກະສານແຈກ ຜ່ານອົງການຂ່າວ ຣອຍເຕີສ໌).

ກອງທັບຢູເຄຣນ ກ່າວໃນວັນອັງຄານມື້ນີ້ວ່າ ລະບົບປ້ອງກັນໄພທາງອາກາດຂອງຕົນ ໄດ້ທຳລາຍເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ 18 ລໍາ ທີ່ຣັດເຊຍໄດ້ສົ່ງຂຶ້ນໃນການໂຈມຕີຊ່ວງຂ້າມຄືນ, ໃນຂະນະດຽວກັນ ໂດຣນຂອງກອງທັບເຮືອຢູເຄຣນ ກໍໄດ້ໂຈມຕີ ກຳປັ່ນລາດຕະເວນຂອງກອງທັບຣັດເຊຍ ໃກ້ກັບແຫຼມໄຄຣເມຍ.

ໜ່ວຍສືບລັບທາງທະຫານຂອງຢູເຄຣນ ໄດ້ລະບຸວ່າ ກຳປັ່ນຣັດເຊຍ ລຳດັ່ງກ່າວແມ່ນກຳປັ່ນ ເຊີເກ ໂຄຕັອບວ໌ (Sergey Kotov), ແລະກ່າວວ່າ ເຮືອບິນບໍ່ມີຄົນຂັບຂອງຢູເຄຣນຫຼາຍລຳ ໄດ້ໂຈມຕີກຳປັ່ນດັ່ງກ່າວ ໃກ້ໆກັບຊ່ອງແຄບ ເຄີດຊ໌ (Kerch) ເຮັດໃຫ້ເກີດ "ຄວາມເສຍຫາຍຢູ່ທາງທ້າຍ, ທາງຂ້າງຝາກຂວາ ແລະຝາກຊ້າຍ."

ການ​ໂຈມ​ຕີ​ຄັ້ງ​ນີ້​ ແມ່ນ​ການ​ໂຈມ​ຕີ​ຄັ້ງ​ຫຼ້າ​ສຸດ​ໂດຍ​ຢູ​ເຄຣນ ທີ່​ແນ​ເປົ້າໃສ່​ກຳ​ປັ່ນ​ລົບ​ທະ​ເລ​ດຳ​ຂອງຣັດ​ເຊຍ.

ກອງທັບ​ອາກາດ​ຢູ​ເຄຣນ​ລາຍ​ງານ​ວ່າ ຣັດ​ເຊຍ​ໄດ້ສົ່ງເຮືອບິນ​ບໍ່​ມີ​ຄົນ​ຂັບຂຶ້ນ ​ທັງ​ໝົດ 22 ລຳ​ໃນຊ່ວງຂ້າມ​ຄືນທີ່​ຜ່ານ​ມາ, ​ໂດຍ​ການສະກັດກັ້ນໄດ້ 18 ລຳທີ່ໄດ້​ເກີດ​ຂຶ້ນ​ຢູ່ເໜືອນ່ານຟ້າເຂດໂອເດຊາ.

ທ່ານ ໂອເລ ຄີເປີ (Oleh Kiper), ຜູ້ປົກຄອງພາກພື້ນໂອເດຊາ, ກ່າວວ່າບໍ່ມີໃຜໄດ້ຮັບບາດເຈັບ.

ທ່ານ ຄີເປີ ກ່າວໃນ Telegram ວ່າ ອາຄານຫຼາຍຫຼັງ ໄດ້ຮັບຄວາມເສຍຫາຍຈາກການໂຈມຕີຂອງຣັດເຊຍ, ລວມທັງສະຖານທີ່ອອກກຳລັງກາຍ ແລະເຮືອນຫຼັງນຶ່ງ.

ປະທານາທິບໍດີ​ຢູ​ເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ກ່າວ​ໃນ​ຄຳ​ປາ​ໄສ​ປະຈຳ​ຕອນ​ກາງຄືນ​ຂອງ​ທ່ານ ​ໃນ​ວັນ​ຈັນ​ວານນີ້​ວ່າ ​ເຈົ້າ​ໜ້າ​ທີ່​ຢູ​ເຄຣນ​ຮູ້​ວ່າ "ແຜນການ​ຕໍ່​ໄປ​ຂອງຣັດ​ເຊຍ​ແມ່ນ​ຫຍັງ" ​ແລະ​ຢູ​ເຄຣນຈະ "ຕອບ​ໂຕ້."

ຖະ​ແຫຼງການ​ດັ່ງກ່າວ​ ມີ​ຂຶ້ນ​ໃນ​ຂະນະ​ທີ່​ທ່ານ​ໄດ້​ເລົ່າ​ຄືນ​ກ່ຽວກັບການ​ພົບ​ປະຫຼາຍ​ຄັ້ງ​ ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ທະຫານ​ ​ແລະ​ສືບ​ລັບຂັ້ນສູງ.

​ນອກຈາກນີ້, ໃນ​ວັນ​ຈັນວານ​ນີ້, ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຢູ​ເຄຣນ ຣັສເຕັມ ອູເມໂຣຟ (Rustem Umerov) ​ຍັງໄດ້ຫາລື ​ກ່ຽວ​ກັບ​ສະຖານະ​ການຢູ່​ພາກພື້ນດິນ​ດັ່ງກ່າວ ຜ່ານ​ທາງໂທລະສັບ​ກັບ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ ລອຍ ອັອສຕິນ (Lloyd Austin).

ທຳນຽບຫ້າ​ແຈ ກ່າວ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ວ່າ ທ່ານ ອັອສຕິນ (Austin) ​ໄດ້​ກ່າວ​ຢ້ຳຄືນ​ການ​ສະໜັບສະໜູນ​ຢ່າງ​ຕໍ່​ເນື່ອງ​ຂອງ​ສະຫະລັດ ​ແລະ​ບັນດາ​ພັນທະ​ມິດ​ອື່ນໆ ທີ່​ໄດ້​ປະກອບສ່ວນ​ໃຫ້ການ​ສະໜັບສະໜູນ​ກອງທັບ​ຂອງ​ຢູ​ເຄຣນ. ທ່ານອັອສຕິນ (Austin) ແລະ ທ່ານ ອູເມີໂຣຟ (Umerov) ຍັງໄດ້ຕົກລົງ ກ່ຽວກັບ "ຄວາມຕ້ອງການອັນຮີບດ່ວນ" ສໍາລັບລັດຖະສະພາສະຫະລັດໃນການອະນຸມັດການຊ່ວຍເຫຼືອດ້ານຄວາມໝັ້ຄົງ ຄັ້ງໃຫມ່ສໍາລັບຢູເຄຣນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG