ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ທຳລາຍ ໂດຣນຂອງຣັດເຊຍ 29 ລຳ ໃນຂະນະທີ່ ຣັດເຊຍ ສະກັດກັ້ນການໂຈມຕີຢູ່ເຂດຊາຍແດນຂອງພາກພື້ນຕ່າງໆ


ເຈົ້າໜ້າທີ່ຕໍາຫຼວດຢູເຄຣນ ກວດສອບຊິ້ນສ່ວນ ຂອງລູກສອນໄຟ ຢູ່ທີ່ສວນສາທາລະນະໃຈກາງ ຄາກີບ ໃນວັນທີ 19 ພຶດສະພາ 2024.
ເຈົ້າໜ້າທີ່ຕໍາຫຼວດຢູເຄຣນ ກວດສອບຊິ້ນສ່ວນ ຂອງລູກສອນໄຟ ຢູ່ທີ່ສວນສາທາລະນະໃຈກາງ ຄາກີບ ໃນວັນທີ 19 ພຶດສະພາ 2024.

ກອງທັບ​ຢູ​ເຄຣນ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຕົນ​ໄດ້​ທຳລາຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ທັງ​ໝົດ 29 ລຳ ທີ່ຣັດ​ເຊຍ​ໄດ້​ສົ່ງຂຶ້ນໃນການ​ໂຈມ​ຕີຊ່ວງຂ້າມຄືນ.

ກອງທັບ​ອາກາດ​ຢູ​ເຄຣນ​ກ່າວ​ວ່າ ການ​ສະກັດ​ກັ້ນ​ໄດ້​ເກີດ​ຂຶ້ນ​ຢູ່​ເຂດ ລວີຟ (Lviv), ມີໂຄລາອີບ (Mykolaiv), ໂອເດຊາ (Odesa) ​ແລະ ໂປລຕາວາ (Poltava), ​ແລະ​ເຈົ້າ​ໜ້າ​ທີ່​ໃນ​ພາກ​ພື້ນ​ໄດ້ລາຍ​ງານ​ວ່າ​ບໍ່​ມີ​ຜູ້​ເສຍ​ຊີວິດ​ຫຼື​ຄວາມ​ເສຍ​ຫາຍໃດໆ.

ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ກ່າວ​ວ່າຕົນ​ໄດ້​ທຳລາຍເຮືອບິນບໍ່ມີຄົນຂັບ ຫຼື ​ໂດ​ຣນຂອງ​ຢູເຄຣນ 7 ລຳ, ເຊິ່ງ 5 ລຳ​ຢູ່​ເຂດ ແບລໂກຣອດ (Belgorod) ​ແລະ 2 ລຳ​ຢູ່​ເຂດ ເຄີຣສ (Kursk).

ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງຣັດ​ເຊຍ​ໃນ​ວັນ​ອາທິດ​ວານ​ນີ້ ​ໄດ້​ສັງຫານ​ຢ່າງ​ໜ້ອຍ 11 ຄົນ​ຢູ່​ທີ່​ຣີສອດ​ທີ່​ມີ​ຄົນ​ຢ່າງຫຼວງຫຼາຍ​ຢູ່​ນອກ​ເມືອງ ຄາກີບ (Kharkiv).

ທ່ານ ຢູໂຣສະລາຟ ໂທຣຟິມໂກ (Yaroslav Trofimko), ຫົວໜ້າຕຳຫຼວດ ຢູ່ທີ່ຣີສອດດັ່ງກ່າວກ່າວວ່າ "ບໍ່ເຄີຍມີທະຫານຢູ່ບ່ອນນີ້ເລີຍ." "ມັນແມ່ນວັນອາ ທິດ; ປະຊາຊົນຄວນຈະຢູ່ບ່ອນນີ້ເພື່ອພັກຜ່ອນ, ເດັກນ້ອຍຄວນຈະຢູ່ບ່ອນນີ້, ແມ່ຍິງຖືພາ, ເພື່ອພັກຜ່ອນ, ມີຄວາມສຸກກັບຊີວິດຕາມປົກກະຕິ."

ປະທານາທິບໍດີ​ຢູ​ເຄຣນ ທ່ານ ໂວໂລມີເມຍ ເຊເລັນສກີ (Volodymyr Zelenskyy) ​ໄດ້​ກົດ​ດັນ​ບັນດາ​ພັນທະ​ມິດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ​ໃຫ້​ສະໜອງ​ລະບົບ​ປ້ອງ​ກັນ​ທາງ​ອາກາດ​ຕື່ມ​ອີກ ​ເພື່ອ​ປົກ​ປ້ອງ​ເມືອງຄາກີບ (Kharkiv) ​ແລະ​ເມືອງ​ອື່ນໆ​ຂອງ​ຢູ​ເຄຣນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG