ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ທໍາລາຍເຮືອບິນບໍ່ມີຄົນຂັບຂອງຣັດເຊຍ 28 ລໍາ ໃນຂະນະທີ່ພາກພື້ນຄາກີບ ຍັງຄົງອົດທົນຕໍ່ການໂຈມຕີຂອງ ຣັດເຊຍ


ປະຊາຊົນຢູ່ໃນທ້ອງຖິ່ນ ກວດກາເບິ່ງເຮືອນຂອງພວກເຂົາເຈົ້າທີ່ຖືກທໍາລາຍ ລຸນຫຼັງເຮືອບິນບໍ່ມີຄົນຂັບຂອງ ຣັດເຊຍ ໂຈມຕີໃສ່ຊານເມືອງຂອງພາກພື້ນຄາກີບ, ວັນທີ 21 ພຶດສະພາ 2024.
ປະຊາຊົນຢູ່ໃນທ້ອງຖິ່ນ ກວດກາເບິ່ງເຮືອນຂອງພວກເຂົາເຈົ້າທີ່ຖືກທໍາລາຍ ລຸນຫຼັງເຮືອບິນບໍ່ມີຄົນຂັບຂອງ ຣັດເຊຍ ໂຈມຕີໃສ່ຊານເມືອງຂອງພາກພື້ນຄາກີບ, ວັນທີ 21 ພຶດສະພາ 2024.

ເຈົ້າ​ຄອງພາກພື້ນ ຄາກີບ ຂອງ​ຢູ​ເຄຣນ ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຂົງ​ເຂດ​ດັ່ງກ່າວ​ ຖືກ​ໂຈມ​ຕີ​ດ້ວຍ​ການຍິງຖະລົ່ມຂອງຣັດ​ເຊຍ​ ຕະຫຼອດ​ຄືນ, ​ໃນ​ຂະນະ​ທີ່​ທະຫານຂອງ​ຢູ​ເຄຣນ ກ່າວ​ວ່າ ​ລະບົບງປ້ອງ​ກັນໄພທາງ​ອາກາດ​ຂອງ​ປະ​ເທດ ​ໄດ້​ຍິງ​ລູກ​ສອນ​ໄຟ​ຂອງຣັດ​ເຊຍ 28 ລຳ​ ໃນ​ຈຳນວນ 29 ລຳ ​ທີ່​ບິນ​ຢູ່​ຫຼາຍພາກພື້ນ​ຂອງ​ຢູ​ເຄຣນ ຕົກ.

ເຈົ້າຄອງນະຄອນຄາກີບ ທ່ານໂອເລ ຊີນີຮູບອບ (Oleh Syniehubov) ກ່າວວ່າ ບັນດາຊາກຫັກພັງຈາກເຮືອບິນບໍ່ມີຄົນຂັບທີ່ຖືກທຳລາຍ ສົ່ງຜົນເສຍຫາຍຕໍ່ເຮືອນຈໍານວນຫຼາຍຫຼັງ, ແລະເຮັດໃຫ້ມີຜູ້ບາດເຈັບຢ່າງໜ້ອຍ 3 ຄົນ.

ທ່ານເຊີຮີ ລາຍຊັກ (Serhiy Lysak), ຜູ້​ປົກຄອງ​ເຂດ ດນີໂປຣເປທຣອບສຄ໌ (Dnipropetrovsk) ກ່າວ​ວ່າ ​ຊາກ​ຫັກ​ພັງ​ຂອງໂດຣນທີ່​ຕົກລົງມາ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ຕຶກ​ອາຄານ​ການ​ຄ້າຫຼາຍຫຼັງ.

ການໂຈມຕີຄັ້ງຫຼ້າສຸດ ມີຂຶ້ນລຸນຫຼັງ ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ, ອີກຄັ້ງນຶ່ງ ໄດ້ຮຽກຮ້ອງໃຫ້ບັນດາປະເທດພັນທະມິດ ສົ່ງລະບົບປ້ອງກັນໄພທາງອາກາດ ແລະເຮືອບິນລົບຊຸດໃໝ່ ທີ່ດີກວ່າເກົ່າໃຫ້ແກ່ ຢູເຄຣນ.

ທ່ານ ເຊເລັນສກີ ກ່າວວ່າ “ຫນ້າເສຍດາຍ, ໂລກເສລີຍັງຂາດປະສິດທິພາບໃນສອງວຽກງານນີ້, ແຕ່ພວກເຮົາຍັງມີວິໄສທັດ ແລະການດໍາເນີນງານທີ່ມີສັນຍາກັບບັນດາປະເທດພາຄີຈໍານວນນຶ່ງ, ແລະພວກເຮົາກໍກໍາລັງດໍາເນີນງານທຸກຢ່າງເພື່ອຮັບປະກັນວ່າ ວັນດັ່ງກ່າວ ຈະເປັນຄວາມຈິງໄວເທົ່າທີ່ຈະໄວໄດ້ ເມື່ອພວກເຮົາສາມາດເພີ້ມກໍາລັງຂອງ 'ລະບົບປ້ອງກັນໄພທາງອາກາດ ຄື Patriots' ເຂົ້າໃນພາກພື້ນຕາເວັນອອກຂອງພວກເຮົາ, ບັນດາຕົວເມືອງຕ່າງໆຂອງພວກເຮົາເຊັ່ນ ເມືອງຄາກີບ, ເມືອງຊູມີ ແລະເມືອງອື່ນໆ."

ກະຊວງ​ປ້ອງ​ກັນ​ປະ​ເທດຂອງຣັດ​ເຊຍ ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ​ກອງກໍາລັງ​ປ້ອງ​ກັນ​ອາກາດ​ຂອງ​ຕົນ ​ໄດ້ຍິງ​ທຳລາຍ​ລູກ​ສອນ​ໄຟ​ນຳ​ວິຖີ ​ແລະ​ເຮືອບິນ​ບໍ່​ມີ​ຄົນ​ຂັບ 2 ລຳ​ ທີ່ບິນຢູ່​ເໜືອພາກພື້ນ ເບລໂກຣອດ, ​ແລະ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ອີກຈໍານວນນຶ່ງ​ຢູ່ເໜືອພາກພື້ນ ເຄີສຄ໌ (Kursk).

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG