ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄ​ຣນ ທຳ​ລາຍ​ໂດ​ຣນ​ຂອງ ຣັດ​ເຊຍ 13 ລຳ


ນັກ​ດັບ​ໄຟ​ເຮັດ​ວຽກ​ຢູ່​ສະ​ຖານ​ທີ່ໆ​ຖືກ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ ທີ່​ຖືກ​ສະ​ຖາ​ນີ​ຂ້າ​ເຊື້ອ​ນ້ຳ, ເມືອງ ຄ​ຣາ​ມາ​ຕອ​ສ, ຢູ​ເຄ​ຣນ, 20 ກຸມ​ພາ 2024.
ນັກ​ດັບ​ໄຟ​ເຮັດ​ວຽກ​ຢູ່​ສະ​ຖານ​ທີ່ໆ​ຖືກ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ ທີ່​ຖືກ​ສະ​ຖາ​ນີ​ຂ້າ​ເຊື້ອ​ນ້ຳ, ເມືອງ ຄ​ຣາ​ມາ​ຕອ​ສ, ຢູ​ເຄ​ຣນ, 20 ກຸມ​ພາ 2024.

ກອງ​ທັບ​ຂອງ ຢູ​ເຄ​ຣນ ໄດ້​ລາຍ​ງານ​ໃນ​ວັນ​ພຸດ​ມື້ນີ້​ວ່າ ຣັດ​ເຊຍ ໄດ້​ທຳ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ 19 ລຳ ແລະ ລູກ​ສອນ​ໄຟຫຼາຍ​ລູກ.

ກອງ​ທັບ​ອາ​ກາດ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ ​ລະ​ບົບ​ປ້ອງ​ກັນໄພ​ທາງ​ອາ​ກາດ​ຂອງປະ​ເທດ ໄດ້​ຍິງ​ໂດ​ຣນ 13 ຈາກ 19 ລຳ​ຕົກ ພ້ອມ​ກັບ​ນຶ່ງ​ໃນ​ລູກ​ສອນ​ໄຟ 6 ລູກ.

ໂດ​ຣນຫຼາຍ​ລຳ​ຖືກ​ສະ​ກັດ​ກັ້ນ​ຢູ່​ທ້ອງຟ້າ​ຂອງ​ພາກ​ພື້ນ ຄາ​ກີບ, ດິ​ນິບ​ໂປ​ຣ​ເປ​ຕ​ຣອບ, ຊາ​ໂປ​ຣິ​ສ​ເຊຍ ແລະ ໂດ​ເນັດ​ສ.

ທ່ານ ເຊີ​ຮີ ລີ​ແຊັກ, ຜູ້​ປົກ​ຄອງ​ພາກ​ພື້ນ ດິ​ນິບ​ໂປ​ຣ​ເປ​ຕ​ຣອບ, ໄດ້​ກ່າວ​ໃນ Telegram ວ່າ​ໂດ​ຣນ​ຖືກ​ຍົກ​ຕົກ​ໃນ​ສອງ​ເມືອງ​ຕ່າງ​ກັນ ແລະ ການ​ລະ​ດົມ​ຍິງ​ຂອງ ຣັດ​ເຊຍ ຍັງ​ໄດ້​ແນ​ເປົ້າ​ໃສ່​ພາກ​ພື້ນ​ດັ່ງ​ກ່າວ. ທ່ານ ລີ​ແຊັກ ໄດ້​ກ່າວ​ວ່າບໍ່​ມີ​ລາຍ​ງານ ກ່ຽວ​ກັບ ການ​ບາດ​ເຈັບ.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ແລະ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຢູ​ເຄ​ຣນ ທ່ານ ຣັ​ສ​ເຕັມ ອູ​ເມ​ຣອ​ຟ ໄດ້​ປຶກ​ສາ​ຫາ​ລື​ ກ່ຽວ​ກັບ ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ສະ​ໜາມ​ລົບ​ຜ່ານ​ທາງ​ໂທ​ລະ​ສັບ​ເມື່ອ​ວັນ​ອັງ​ຄານ​ວານນີ້, ອີງ​ຕາມ​ການ​ກ່າວ​ຂອງ​ທຳ​ນຽບ​ຫ້າ​ແຈ.

ຮອງ​ໂຄ​ສົກ​ທຳ​ນຽບ​ຫ້າ​ແຈ ທ່ານ​ນາງ ຊາບ​ຣີ​ນາ ຊິງ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ລັດ​ຖະ​ມົນ​ຕີ ອ​ອ​ສ​ຕິນ ໄດ້​ກ່າວ​ຢ້ຳ​ເຖິງ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໝັ້ນ​ຄົງ​ຂອງ​ພັນ​ທະ​ມິດ​ຂອງ​ພວກ​ເຮົາ​ທີ່​ມີປະ​ມານ 50 ປະ​ເທດ ແລະ ຄູ່​ຮ່ວມ ເພື່ອ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ການ​ບຸກ​ລຸກ​ເຮັດ​ສົງ​ຄາມ​ເຕັມ​ອັດ​ຕາ​ຂອງ ຣັດ​ເຊຍ ໄດ້​ຫຍັບ​ໃກ້​ເຂົ້າ​ປີ​ທີ​ສອງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG