ສະພາຂອງຢູເຄຣນ ໃນວັນຈັນວານນີ້ ໄດ້ໃຫ້ການອະນຸມັດຕໍ່ການຮຽກຮ້ອງ ຂອງປະທາ
ນາທິບໍດີ ເປໂຕຣ ໂປໂຣເຊັງໂກ ໃຫ້ໃຊ້ກົດໄອຍະການເສິກ ຢູ່ໃນບາງເຂດຂອງຢູ່ເຄຣນ
ຫຼັງຈາກທີ່ ຣັດເຊຍ ໄດ້ຍຶດເອົາກຳປັ່ນ ຂອງຢູເຄຣນ 3 ລຳ ແລະພວກລູກເຮືອ ຢູ່ໃນ
ທະເລທຳ.
ຄຳສັ່ງຂອງສະພາ ແມ່ນໃຊ້ກັບ 10 ເຂດ ຂອງຈຳນວນທັງໝົດ 27 ຂົງເຂດ ຂອງປະເທດ
ແລະ ມີຜົນບັງຄັບໃຊ້ໃນວັນພຸດມື້ອື່ນ.
ອັນນີ້ເປັນຄັ້ງທຳອິດທີ່ລັດຖະບານ ໄດ້ເອົາມາດຕະການເຊັ່ນນີ້ ນັບຕັ້ງແຕ່ເກີດວິກິດການ
ລະຫວ່າງ ມົສກູ ແລະກີຢິບ ໄດ້ເລີ້ມຕົ້ນຂຶ້ນໃນປີ 2014. ການປະກາດ ກົດໄອຍາການ
ເສິກ ຈະຈຳກັດສິດ ແລະເສລີພາບ ທີ່ບັນຍັດໄວ້ຢູ່ໃນ 12 ຂໍ້ ໂດຍລັດຖະທຳມະນູນ ຂອງ
ປະເທດ.
ທ່ານ ໂປໂຣເຊັງໂກ ໄດ້ກ່າວໃນວັນຈັນວານນີ້ ວ່າ ກົດໄອຍະການເສິກ ຈະຊ່ອຍ “ເສີມ
ກຳລັງ ຄວາມອາດສາມາດໃນການປ້ອງກັນຂອງຢູເຄຣນທ່າມກາງ ການຮຸກຮານທີ່
ເພີ້ມຂຶ້ນ ແລະອີງຕາມກົດໝາຍສາກົນ ແລ້ວ ແມ່ນເປັນການຮຸກຮານແບບເລືອດເຢັນ
ໂດຍສະຫະພັນຣັດເຊຍ.” ທ່ານໄດ້ກ່າວຕື່ມວ່າ ຢູເຄຣນ ມີຈຸດປະສົງທີ່ “ຈະສືບຕໍ່ຍຶດ
ໝັ້ນໃນພັນທະທັງໝົດຂອງສາກົນ.”
ມາດຕະການດັ່ງກ່າວ ຮຽກຮ້ອງໃຫ້ໃຊ້ກົດໄອຍາການເສິກເປັນເວລາ 30 ວັນ ໃນອັນ
ທີ່ປາກົດວ່າ ເປັນການຍອມອ່ອນຂໍ້ຕໍ່ພວກຝ່າຍຄ້ານ ເຊິ່ງຈະອະນຸຍາດ ໃຫ້ຈັດການ
ເລືອກຕັ້ງ ຕາມກຳນົດທີ່ໄດ້ວາງເອົາໄວ້ ໃນເດືອນທັນວານີ້.
ກຳປັ່ນລົບຂອງຣັດເຊຍ ໄດ້ຍິງກຳປັ່ນລົບຂອງຢູເຄຣນສອງລຳ ແລະແລ່ນຕຳກຳປັ່ນລຳ
ທີສາມຢູ່ໃນທະເລດຳ ເມື່ອວັນອາທິດມື້ຊືນນີ້ ແລ້ວຍຶດເອົາກຳປັ່ນທັງໝົດ ແລະກ່າວຫາ
ພວກເຂົາເຈົ້າວ່າ ລ່ວງລໍ້ານ່ານນ້ຳຂອງຕົນຢ່າງຜິດກົດໝາຍ.
ເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ ນິກກີ
ເຮລີ ໄດ້ປະນາມການກະທຳຂອງຣັດເຊຍສຳລັບ ວ່າ “ເປັນການລ່ວງລະເມີດຢ່າງ
ຮ້າຍແຮງຕໍ່ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງຢູເຄຣນ.”
“ອັນນີ້ບໍ່ແມ່ນວິທີການກະທຳຂອງປະເທດທີ່ຈະເລີນຮຸ່ງເຮືອງ ໃນການປະຕິບັດຕາມ
ກົດໝາຍ” ທ່ານນາງເຮລີ ໄດ້ກ່າວໄປ ຢູ່ໃນກອງປະຊຸມສຸກເສີນ ຂອງສະພາຄວາມໝັ້ນ
ຄົງ ສະຫະປະຊາຊາດ ໃນວັນຈັນວານນີ້. ທ່ານນາງກ່າວຕໍ່ໄປວ່າ “ການກີດຂວາງທາງ
ຜ່ານໃນຊ່ອງແຄບ ເຄີດຣຈ໌ ທີ່ຖືກຕ້ອງຕາມກົດໝາຍ ຂອງຢູເຄຣນນັ້ນ ເປັນການລະ
ເມີດຕໍ່ກົດໝາຍສາກົນ. ມັນເປັນການກະທຳທີ່ໂອຫັງ ທີ່ປະຊາຄົມນານາຊາດ ຕ້ອງ
ປະນາມ ແລະ ຈະບໍ່ຍອມຮັບເອົາໄດ້.”
ທ່ານນາງ ເຮລີ ໄດ້ກ່າວຕໍ່ສະພາດັ່ງກ່າວ ວ່າ ທ່ານນາງ ໄດ້ໂອ້ລົມກັບທັງ ປະທານາທິບໍດີ
ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ລັດຖະມົນຕີວ່າການຕ່າງປະເທດ ທ່ານ ໄມຄ໌
ພອມພຽວ ກ່ອນໜ້າ ທີ່ຈະກ່າວຖະແຫລງ ຕໍ່ສະພາ ແລະ ຖະແຫລງການຂອງທ່ານນາງ
ສະທ້ອນເຖິງຄວາມເປັນຫ່ວງ ໃນລະດັບສູງສຸດ ຂອງລັດຖະບານສະຫະລັດ.