ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄຣນ ເລື່ອນ​​ເວລາ ໃນການ​​ເລືອກ​ເອົາ ລັດຖະບານ ​ສາມັກຄີຊາດ ຊຸດ​ໃໝ່ (ວີ​ດີ​ໂອ/ສະ​ໄລ​ດ໌)


Ukraine
please wait
Embed

No media source currently available

0:00 0:01:34 0:00
ສະພາ​ແຫ່ງ​ຊາດ ຢູ​ເຄຣນ ໄດ້​ເລື່ອນເວລາ ແຜນການເລືອກ
​ເອົາລັດຖະບານ​ສາມັກຄີຊາດຊຸດ​ໃໝ່ອອກ​ໄປໃສ່​ວັນ​ພະຫັດ
ຈະ​ມາ​ນີ້ ຫຼັງຈາກ​ທີ່​ໄດ້ໂ​ຄ່ນລົ້ມປະທານາທິບໍດີ Viktor Ya-
nukovych ​ແລ້ວ​ນັ້ນ.

ປະທານສະພາ ແລະປະທານາທິບໍດີ ຮັກສາ​ການ​ຊົ່ວຄາວ​
ຂອງ​ຢູ​ເຄຣນ ທ່ານ Oleksandr Turchynov ​ໄດ້​ປະກາດ
​ໃນ​ວັນ​ອັງຄານ​ມື້​ນີ້ ຊຶ່ງເປັນມື້​ທີ່ສະພາມີກຳນົດຈະເປີດເຜີຍ
ພວກຜູ້ນຳຊຸດໃໝ່.

ລາຍງານກ່າວ​ວ່າ ການ​ເລື່ອນ​ເວລາດັ່ງກ່າວ​ນີ້​ ໝາຍ​ຄວາມວ່າ
ຈະອຳນວຍໃຫ້ມີການປຶກ ສາ​ຫາລືກັນເພີ້ມຕື່ມ ກ່ຽວກັບບັນຫານີ້.

​ເບິ່ງ: ການຖ່າຍ​ທອດ​ສົດ​ຈາກ ນະ​ຄອນ Kyiv ຈາກ ວິທະຍຸ Radio Free Europe/Radio Liberty:


ໃນ​ວັນ​ຈັນ​ວານ​ນີ້ ລັດຖະບານຮັກສາ​ການ​ຊົ່ວຄາວ​ໃນຢູ​ເຄຣນ ​ໄດ້​ອອກ​ໝາຍ​ຈັບປະທາ
ນາທິບໍດີ ທີ່​ຖືກ​ໂ​ຄ່ນລົ້ມທ່ານ Yanukovych ​ໂດຍກ່າວຫາທ່ານແລະ​ເຈົ້າ​ໜ້າ​ທີ່ອື່ນໆ
​ອີກ​ຫຼາຍ​ຄົນວ່າ​ ເປັນຜູ້ສັງຫານໝູ່​ ​ພວກ​ປະ​ທ້ວງຕໍ່​ຕ້ານລັດຖະບານ.

ລັດຖະມົນຕີ​ຮັກສາ​ການ​ຊົ່ວຄາວ​ກະຊວງ​ພາຍ​ໃນ ທ່ານ Arsen Avakhov​ ​ໄດ້​ກ່າວ​ວ່າ
ໄດ້​ມີ​ການ​ພົບ​ເຫັນທ່ານ Yanukovych ເທື່ອ​ສຸດ​ທ້າຍ ໃນ​ເຂດ Crimea ຂອງ​ປະ​ເທດ
ທີ່​ສະໜັບສະໜູນຣັດ​ເຊຍ ​ແຕ່ປະທານາທິບໍດີທີ່​ຖືກ​ໂ​ຄ່ນລົ້ມຢູ່ໃສແທ້ນັ້ນ ​ຍັງບໍ່ເປັນ​ທີ່
​ແຈ້ງ​ຂາວ​ເທື່ອ.

ນາຍົກລັດຖະມົນ​ຕີຣັດ​ເຊຍ ທ່ານ Dmitry Medvedev ​ໄດ້​ຕັ້ງຄໍາ​ຖາມ ເຖິງຄວາມຖືກຕ້ອງ
ຊອບທຳ​ຂອງອຳນາດປົກຄອງໃໝ່​ຢູ​ເຄຣນ ​ໃນ​ວັນ​ຈັນ​ວານ​ນີ້ ​ໂດຍ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ
​ໄດ້ຂຶ້ນມາ​ກໍາ​ອໍານາດ​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ດ້ວຍ​ຜົນ​ຂອງ​ການກໍ່ກະບົດດ້ວຍ​ອາວຸດ.”

XS
SM
MD
LG