ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີກະຊວງປ້ອງກັນປະເທດ ຢູເຄຣນ ກ່າວວ່າ ຣັດເຊຍອາດຈະ ເປີດການໂຈມຕີ ຄັ້ງ​ໃຫຍ່ ໃນ​ໄວໆ​ນີ້


ລັດຖະມົນຕີກະຊວງປ້ອງກັນປະເທດຢູເຄຣນ, ທ່ານໂອ​ເລັກ​ຊີ​ ເຣ​ຊ​ນິ​ກັອຟ (Oleksii Reznikov) ກ່າວຕໍ່ກອງປະຊຸມຖະ​ແຫລງຂ່າວ ຢູ່​ນະ​ຄອນ​ຫລວງ ກີ​ຢິບ, ຢູ​ເຄ​ຣນ, ວັນ​ທີ 5 ກຸມ​ພາ, 2023.
ລັດຖະມົນຕີກະຊວງປ້ອງກັນປະເທດຢູເຄຣນ, ທ່ານໂອ​ເລັກ​ຊີ​ ເຣ​ຊ​ນິ​ກັອຟ (Oleksii Reznikov) ກ່າວຕໍ່ກອງປະຊຸມຖະ​ແຫລງຂ່າວ ຢູ່​ນະ​ຄອນ​ຫລວງ ກີ​ຢິບ, ຢູ​ເຄ​ຣນ, ວັນ​ທີ 5 ກຸມ​ພາ, 2023.

ຢູ​ເຄຣນ ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ຕົນ​ກຳລັງ​ວາງ​ແຜນ​ທີ່​ຈະ​ຮັບ​ມື​ກັບ​ການ​ໂຈມ​ຕີ​ຄັ້ງ​ໃຫຍ່​ຂອງຣັດ​ເຊຍ ທີ່​ອາດ​ມີ​ຂຶ້ນ​ໃນ​ເດືອນ​ນີ້ ​ເພື່ອ​ໃຫ້​ກົງ​ກັບ​ວັນ​ຄົບຮອບ 1 ປີ ​ແຫ່ງການ​ບຸກ​ລຸກ​ຂອງຣັດ​ເຊຍ​ໃນ​ວັນ​ທີ 24 ກຸມພາ​ນີ້, ​ແຕ່​ກໍກ່າວ​ວ່າ ຕົນ​ມີທະ​ຫານ ກອງ​ໜຸນ ​ເພື່ອ​ຕ້ານ​ຢັນກັບ​ກຳລັງທະ​ຫານ​ຂອງ​ມົສກູແລ້ວ.

ລັດຖະມົນຕີກະຊວງປ້ອງກັນປະເທດຢູເຄຣນ, ທ່ານໂອ​ເລັກ​ຊີ​ ເຣ​ຊ​ນິ​ກັອຟ (Oleksii Reznikov) ກ່າວຕໍ່ກອງປະຊຸມຖະ​ແຫລງຂ່າວວ່າ ຣັດເຊຍອາດ​ຈະເປີດ ການໂຈມຕີດ້ວຍເຫດຜົນທີ່​ວ່າ ​ໃຫ້​ເປັນ "ສັນຍາລັກ", ເຖິງແມ່ນວ່າກຳລັງ ຂອງມົສກູ ຈະບໍ່ໄດ້ກຽມພ້ອມທາງທະຫານຫລາຍປານ​ໃດກໍຕາມ.

ທ່ານ ເຣ​ຊ​ນິ​ກັອຟ (Reznikov) ກ່າວວ່າ "ເຖິງແມ່ນວ່າຈະມີທຸກ​ສິ່ງທຸກຢ່າງເກີດ​ຂຶ້ນກໍ​ຕາມ ແຕ່ພວກເຮົາກໍຄາດໄວ້ວ່າ ອາດ​ຈະ​ມີ​ການ​ໂຈມຕີ​ຂອງຣັດເຊຍກໍ​ເປັນໄດ້ ໃນເດືອນກຸມພານີ້." "​ອັນນີ້ແມ່ນເບິ່ງຈາກມຸມມອງທີ່​ວ່າ ​ເຮັດໃຫ້​ມັນເປັນສັນຍາລັກ ເທົ່ານັ້ນ; ມັນບໍ່ມີເຫດຜົນຫຍັງ​ຖ້າ​ມອງຈາກທັດສະນະທາງທະຫານແລ້​ວ. ທັງ​ນີ້​ກໍເພາະວ່າຊັບພະຍາກອນທັງໝົດຂອງ ພວກເຂົາ ແມ່ນບໍ່ພ້ອມ. ແຕ່ເຖິງ​ຈະ​ເປັນ​ແນວໃດ ພວກ​ເຂົາ​ກໍ​ຈະ​ເຮັດ.”

ທ່ານ ເຣ​ຊ​ນິ​ກັອຟ ກ່າວ​ຕໍ່​ໄປວ່າ ການ​ໂຈມ​ຕີຂອງ​ຣັດ​ເຊຍເບິ່ງ​ຄື​ວ່າ​ຈະ​ເລີ້ມ​ຂຶ້ນ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ ບ່ອນ​ທີ່​ການ​ສູ້​ລົບ​ໄດ້​ສຸມ​ໃສ່​ມາ​ໄດ້ຫຼາຍ​ເດືອນ​ແລ້ວ ​ແລະຣັດ​ເຊຍ​ກໍກຳ​ລັງ​ພະຍາຍາມ​ຈະ​ຍຶດ​ເອົາ​ເຂດດອນ​ບັ​ສ ​ທີ່​ມີ​ອຸດສາຫະກຳ​ໜັກ​ທັງ​ໝົດ ຫຼື​ ອາດ​ຈະ​ແມ່ນ​ພາກ​ໃຕ້ ບ່ອນ​ທີ່​ຣັດ​ເຊຍ​ຕ້ອງການ​ເປີດ​ກວ້າງ​ແລວ​ທາງ​ບົກທີ່​ເຊື່ອມຕໍ່​ໄປ​ຍັງ​ແຫຼມໄຄ​ຣ​ເມຍ ທີ່​ໄດ້​ເຂົ້າ​ຍຶດ​ເອົາ​ຢ່າງ​ຜິດ​ກົດໝາຍ​ໃນ​ປີ 2014.

ຫົວໜ້າ​ດ້ານປ້ອງ​ກັນ​ປະ​ເທດທ່ານນີ້​ຄາດ​ຄະ​ເນ​ວ່າ ຣັດ​ເຊຍ​ມີ​ກຳລັງ​ທະຫານ 12,000 ຄົນ ປະຈຳ​ຢູ່​ຖານ​ທັບ​ທະຫານ​ຂອງ​ເບ​ລາຣຸສ ຊຶ່ງ​ເປັນ​ຈຳນວນ​ໜ້ອຍ​ເກີນ​ໄປ​ທີ່​ຈະ​ໂຈມ​ຕີ​ທາງ​ພາກ​ເໜືອ​ຂອງ​ຢູ​ເຄຣນ.

ກຳລັງທະ​ຫານຂອງຣັດເຊຍ ໄດ້ບຸກໜ້າໄປເປັນກ້າວໆ ຢູ່ໃນພາກຕາເວັນອອກ ໃນ ຂະນະທີ່ມົສກູພະຍາຍາມຍຶດເອົາເມືອງບັກ​ມູດ ທີ່ມີການສູ້ລົບກັນມາໄດ້ຫລາຍ​ອາ​ທິດ​ແລ້ວນັ້ນ.

ສະຫະລັດ ​ແລະ​ບັນດາ​ລັດຖະບານ​ປະ​ເທດ​ຕາ​ເວັນ​ຕົກ​ອື່ນໆ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາວ່າ​ຈະ​ໃຫ້​ເງິນ​ຊ່ວຍ​ເຫລືອ​ທາງ​ການ​ທະຫານ​ໃໝ່​ຫຼາຍ​ຕື້​ໂດ​ລາ, ຊຶ່ງ​ລວມ​ມີ​ລົດ​ຖັງ ​ແລະ​ຍານ​ພາ​ຫະ​ນະ​ສູ້​ລົບ​ຂອງ​ທະຫານລາບ ​ເພື່ອໄປ​ຊ່ວຍ​ຢູ​ເຄຣນຕ້ານ​ຢັນກັບການ​ໂຈມ​ຕີ​ຄັ້ງ​ໃໝ່ ພ້ອ​ມ​ທັງ​ຊ່ວຍກີ​ຢິບເລີ້ມ​ໂຈມ​ຕີກັບ​ຄືນ.

ທ່ານ ເຣ​ຊ​ນິ​ກັອຟ ກ່າວ​ວ່າ “ບໍ່​ແມ່ນອາ​ວຸດທຸກ​ອັນ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ຈະ​ໄປ​ຮອດ​ທັນ​ເວ​ລາ, ແຕ່​ພວກ​ເຮົາກໍ​ກຽມ​ພ້ອມຢູ່​ແລ້ວ. ພວກ​ເຮົາ​ໄດ້​ສ້າງ​ຊັບ​ພະ​ຍາ​ກອນ ​ແລະ ທະ​ຫານກອງ​ໜຸນຂອງ​ພວກ​ເຮົາ​ໄວ້ ຊຶ່ງ​ພວກ​ເຮົາ​ສາ​ມາດ​ນຳ​ໃຊ້​ໄດ້ ແລະໂດຍ​ໃຊ້​ສິ່ງ​ເຫລົ່າ​ນີ້​ພວກ​ເຮົາ​ສາ​ມາດ​ຕ້ານ​ຢັນການ​ໂຈມ​ຕີ​ໄດ້.”
​ໃນ​ການສະ​ໜາມ​ລົບ​ຢູ່​ແນວ​ໜ້າ​ນັ້ນ ​ໃນ​ວັນ​ອາທິດ​ວານ​ນີ້ ຢູ​ເຄຣນ ກ່າວ​ວ່າ ມີ 5 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງຣັດ​ເຊຍ ​ໃນ​ເຂດ​ພາກ​ກາງ​ຂອງ​ເມືອງຄາ​ກິບ ຊຶ່ງ​ເປັນ​ເມືອງ​ໃຫຍ່​ອັນ​ດັບ​ສອງ​ຂອງ​ຢູ​ເຄຣນນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG