ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກອງປະຊຸມສຸດຍອດ ເລື້ອງຄວາມປອດໄພ ດ້ານນິວເຄລຍ ໄຂຂຶ້ນ ທີ່ກຸງ Hague (ວີດີໂອ)


ປະທານາທິບໍດີ ສະຫະລັດ ທ່ານ Barack Obama (ຂວາ) ໄດ້ຮັບການຮັບຕ້ອນຈາກ ລັດຖະມົນຕີຕ່າງປະເທດ ເນເທີແລນ ທ່ານ Frans Timmermans (ຊ້າຍ)
ປະທານາທິບໍດີ ສະຫະລັດ ທ່ານ Barack Obama (ຂວາ) ໄດ້ຮັບການຮັບຕ້ອນຈາກ ລັດຖະມົນຕີຕ່າງປະເທດ ເນເທີແລນ ທ່ານ Frans Timmermans (ຊ້າຍ)
ບັນດາ​ຜູ້​ນຳໂລກ ກຳລັງພົບປະກັນ ​ໃນ​ວັນ​ຈັນ​ມື້​ນີ້ ທີ່​ປະ​ເທດ
ເນ​ເທິີແລນ ​ໃນກອງ​ປະຊຸມ​ສຸດ​ຍອດ ກ່ຽວ​ກັບ​ເລື້ອງ​ຄວາມ
​ປອ​ດ​ໄພດ້ານ​ນິວ​ເຄລຍ ທີ່​ຄາດ​ວ່າ​ຈະຖືກ​ບົດ​ບັງ​ ໂດຍວິ​ກິດ​
ການ​ທີ່ກຳລັງ​ດຳເນີນ​ໄປ​ຢູ່​ໃນຢູ​ເຄຣນ ​ໃນ​ຂະນະ​ນີ້.

ກອງ​ປະຊຸມ​ສອງ​ມື້ ທີ່ນະຄອນ Hague ​ໄດ້​ນຳເອົາບັນດາ​ຜູ້
ຕາງໜ້າຈາກ 53 ປະເທດ ມາສົນທະນາ​ກັນ ​ເພື່ອຫາ​ທາງ​
ຫລຸດຜ່ອນ ອາວຸດ​ແລະ​ວັດຖຸ​ນິວ​ເຄລຍ ​ຕະຫລອດ​ທັງ​ຮັກ
ສາ​ມັນ​ໄວ້ ​ໃຫ້​ປອດ​ໄພ.

ນາຍົກລັດຖະມົນຕີ​ເນ​ເທີ​ແລນ ທ່ານ Mark Rutter ​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ ກ່ອນ​ໜ້າ​ກອງ​ປະຊຸມ​ສຸດ​ຍອດວ່າ ວັດ​ຖຸ​ນິວ​ເຄລຍສາມາດນຳໃຊ້​ໄດ້​ປ​ະ​ໂຫຍດ ຫລາຍ​ຢ່າງ ​ເຊັ່ນ​ວ່າ ພະລັງງານ ​ແລະ​ຄົ້ນ​ຄວ້າ​ດ້ານການ​ປິ່ນປົວ ​ແຕ່​ວ່າ ຖ້າ​ຕົກ​ໄປ​ຢູ່ໃນ​ກຳມືຂອງ​ພວກ​ທີ່​ບໍ່​ດີ​ ກໍອາດ​ສາມາດເຮັດ​ໃຫ້ "​ເກີດການລົບ​ກວນ​ຕໍ່ສັງຄົມ ຢ່າງຮ້າຍ​ແຮງ​ໄດ້.”
ປະທານາທິບໍດີ ຣັດ​ເຊຍ ທ່ານ Vladimir Putin ບໍ່ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ສຸດ​ຍອດ
ຄັ້ງ​ນີ້ ​ແລະ​ໄດ້​ສົ່ງ ລັດຖະມົນຕີຕ່າງປະ​ເທດ Sergei Lavrov ​ໄປ​ແທນ. ​ຄາດວ່າ ທ່ານ Lavrov ຈະ​ໄດ້ສົນທະນາກັນຕ່າງຫາກ ​ກັບລັດຖະມົນຕີ ຕ່າງປະ​ເທດສະຫະລັດ ທ່ານ John Kerry.

ກອງ​ປະຊຸມ​ສຸດ​ຍອດຄັ້ງ​ນີ້ ຍັງ​ຈະ​ສະໜອງໂອກາດ​ ​ໃຫ້ບັນດາ​ຜູ້​ນໍາຂອງ​ກຸ່ມ​ເຈັດປະ​ເທດ ຫລື G-7​ ​ໄດ້ປະຊຸມ​ສຸກ​ເສີນກັນ ກ່ຽວ​ກັບ​ເລື້ອງທີ່ຣັດ​ເຊຍ​ເຂົ້າ​ຄອບ​ຄອງ​ Crimea. ບັນດາ​ຜູ້​ນຳ​ກຸ່ມ G-7 ອັນ​ມີ ອັງກິດ ກາ​ນາ​ດາ ​ຝຣັ່ງ ເຢຍລະ​ມັນ ອີ​ຕາ​ລີ ຍີ່ປຸ່ນ ​ແລະ ສະຫະລັດ ມີ​ກຳນົດພົບ​ປະກັນ ​ໃນຕອນ​ສວຍ​ວັນ​ຈັນ​ມື້​ນີ້.

ວີດີໂອ: ຄາດວ່າ ເລື້ອງວິກິດການຢູເຄຣນ ຈະຄອບງຳການຢ້ຽມຢາມຢູໂຣບຂອງ ທ່ານໂອບາມາ:

Ukraine Crisis to Dominate Obama's Europe Trip
please wait

No media source currently available

0:00 0:02:18 0:00
XS
SM
MD
LG