ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວິກິດການ ໃນຢູເຄຣນ ສ້າງຄວາມເສຍຫາຍ ແກ່ເສດຖະກິດ ຣັດເຊຍ (ວີ​ດີ​ໂອ ພາສາ ລາວ/ອັງກິດ)


Ukraine Crisis, Sanctions Taking Toll on Russia Economy
please wait

No media source currently available

0:00 0:02:54 0:00

ເບິງວີດີໂອກ່ຽວກັບລາຍງານນີ້

ທະນາຄານ​ໂລກ​ໄດ້​ເຕືອນ​ວ່າ ​ເສດຖະກິດ​ຂອງຣັດ​ເຊຍ
ອາດ​ຫົດ​ໂຕ​ເຂົ້າ 1.8 ​ເປີ​ເຊັນໃນ​ປີ​ນີ້ ຖ້າ​ຫາກ​ວ່າວິ​ກິດ​ການ​
ຢູ​ເຄຣນ​ແກ່ຍາວ​ອອກ​ໄປ​ເລື້ອຍໆ. ເຖິງແມ່ນວ່າ ຜູ້​ນຳ​ທັງ
ຫລາຍ​ຂອງຣັດເຊຍ​ໄດ້​ຖື​ເບົາວ່າ ການ​ລົງ​ໂທດ​ທີ່ສະຫະລັດ
ແລະສະຫະພາບຢູໂຣບ ​ໄດ້​ນຳ​ໃຊ້​ຕໍ່​ຢູ​ເຄຣນ​ເມື່ອ​ໄວໆ​ມາ​ນີ້​
ຈະ​ບໍ່​ມີ​ຜົນ​ກະທົບຫຍັງ​ຫລາຍກໍ​ຕາມ ​ແຕ່ບັນດານັກວິເຄາະ
ກ່າວວ່າເງິນທຶນໄດ້ເລີ້ມຫຼັ່ງໄຫຼອອກຈາກປະເທດ ຂະນະ​ທີ່
ພວກນັກ ລົງທຶນທີ່​ບໍ່​ຢາກ​ສ່ຽງ ພາກັນເອົາ​ເງິນ​ໄປ​ລົງ​ທຶນຢູ່
ບ່ອນທີ່ປອດໄພກວ່າ. ​ເວລາ​ນີ້ ເສດຖະກິດຂອງຣັດເຊຍ​ກໍ
ເກືອບ​ບໍ່​ມີ​ການ​ຂະຫຍາ​ຍ​ໂຕ​ເລີ​ຍ ​ແລະ​ກໍ​ມີ​ຮ່ອງຮອຍ​ຫຼາຍ
ຂຶ້ນ​ ຂອງ​ຄວາມ​ເດືອດຮ້ອນ ແລະ​ຝືດ​ເຄືອງ​ທາງ​ເສດຖະກິດ
ທີ່​ຈະ​ຕິດຕາມ​ມາ ຖ້າ​ຫາກຄວາມບໍ່ພໍໃຈຂອງນາໆຊາດແລະ
ການລົງໂທດທາງດ້ານເສດຖະກິດ​ເ​ພີ້​ມທະວີຂຶ້ນ. Mil Ar-
cega ມີລາຍງານ ຊຶ່ງ​ໄຊ​ຈະ​ເຣີນສຸກຈະ​ນຳມາສະເໜີທ່ານ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ເສດຖະກິດຂອງຣັດເຊຍແມ່ນ​ໃຫຍ່​ອັນດັບທີ 9 ຂອງໂລກ ​ແລະປີກາຍນີ້ ໄດ້ມີ​ການ
ຂະຫຍາຍໂຕໃນອັດຕາ​ພຽງ 1.3 ເປີເຊັນ. ແຕ່ໃນປີນີ້ ເສດຖະກິດຂອງຣັດເຊຍກໍ​ແມ່ນ
ຈະ​ໂຊກ​ດີ ຖ້າຫາກມີການຂະຫຍາຍ​ໂຕ. ຮຸ້ນໃນຕະຫຼາດຂອງຣັດເຊຍ ໄດ້ຕົກຕ່ຳລົງ
ເກືອບ 14 ເປີເຊັນ ​ແລ້ວໃນປີນີ້. ເງິນຣູ​ເບິລ (ruble) ກໍຕົກລາຄາ 11 ເປີເຊັນ ໃນ​ການ
​ແລກປ່ຽນ​ກັບ​ເງິນດອລລ່າສະຫະລັດ ແລະອັດຕາເງິນເຟີ້ ກໍອາດຈະສູງກາຍ 7 ເປີເຊັນ
ໃນເດືອນມີນາ ​ແຕ່​ຕອນ​ນີ້ ​ໂຕ​ເລກ​ຍັງ​ບໍ່​ມີ​ອອກ​ມາ​ເທື່ອ.

ເສດຖະກິດທີ່ອ່ອນແອ ບວກກັບໄພຂົ່ມຂູ່ຈາກການລົງໂທດຕື່ມ​ອີກ ​ແມ່ນ​ພຽງພໍ​ທີ່​ຈະ​
ເຮັດໃຫ້ ອົງການ​ໃຫ້​ຄະ​ແນ​ນຄວາມໜ້າ​ເຊື່ອ​ຖື​ຂອງ​ເສດຖະກິດ Standard and
Poor's
ປັບປ່ຽນການ​ໃຫ້​ຄະ​ແນນເສດຖະກິດຂອງຣັດເຊຍ ຈາກ “ໝັ້ນຄົງ” ໄປເປັນ “ລົບ.”

ທ່ານ John Chambers ເປັນປະທານ ຂອງຄະນະກຳມະການ​ໃຫ້​ຄະ​ແນນຂອງ
Standard and Poor's.

ທ່ານ Chambers ​ເວົ້າ​ວ່າ “ ບັນຍາກາດການລົງທຶນ ທີ່ຕົກຕ່ຳລົງແລະຄວາມ
ຮູ້ສຶກຂອງຜູ້ລົງທຶນ ໄດ້ສ້າງ​ຄວາມ​ເສຍ​ຫາຍ​ຂຶ້ນແລ້ວ ແລະ ນັ້ນ​ກໍ​ໄດ້​ມີ​ສ່ວນ​
ເຮັດ​ໃຫ້ ພວກ​ເຮົາປັບລົງ ການ​ຄາດຄະ​ເນ​ກ່ຽວ​ກັບການຂະຫຍາຍຕົວໃນປີ
ນີ້ແລະປີຕໍ່ໄປ ແລະໄດ້ໃຫ້ຄະ​ແນນ​ໃນ​ທາງລົບຍ້ອນ ພວກເຮົາຄິດວ່າ ຄວາມ
ສ່ຽງກັບ​ຄະ​ແນນ​ທີ່​ໃຫ້​ໄວ້​ນັ້ນ ມັນບໍ່ສົມດຸນກັນ.”


ພວກລົງທຶນໄດ້ຖອນເງິນອອກ​ໄປຫຼາຍ​ເຖິງ 70 ຕື້ດອລລ່າ ຈາກເສດຖະກິດຂອງ
ຣັດເຊຍ ຕັ້ງແຕ່​ໄດ້​ເລີ້ມ​ເກີດວິກິດການຂຶ້ນ. ກ່ຽວ​ກັບ​ເລື້ອງ​ນີ້ ທ່ານ German
Gref ຫົວໜ້າ Sberbank ຊຶ່ງ​ເປັນທະນະຄານ ຂອງລັດ ສະ​ແດງ​ຄວາມ​ເຫັນ​ວ່າ:

ທ່ານ German Gref ​ເວົ້າ​ວ່າ: “ທຸກສິ່ງທຸກຢ່າງ​ມັນຂຶ້ນກັບວ່າ ຮູບແບບໃດຈະ
ປະກົດອອກມາໃຫ້ພວກເຮົາເຫັນ ຄືສະຖານະການ ຈະ​ຜັນ​ຂະຫຍາຍ​ອອກ​
ມາ​ແບບໃດ ຖ້າຫາກວ່າເງິນທຶນໄຫຼອອກ​ໄປ ຮອດ 100 ຕື້ດອລລ່າ ການຂະ
ຫຍາຍຕົວຂອງເສດຖະກິດກໍອາດ ຈະຢູ່​ໃນ​ລະດັບສູນ.”

ທະນາຄານ Rossiya ຢູ່ St. Petersburg, ນຶ່ງໃນສອງທະນະຄານຣັດເຊຍທີ່ ສະຫະລັດ ລົງໂທດ ໃນວັນທີ 21 ເດືອນມີນາ 2014.
ທະນາຄານ Rossiya ຢູ່ St. Petersburg, ນຶ່ງໃນສອງທະນະຄານຣັດເຊຍທີ່ ສະຫະລັດ ລົງໂທດ ໃນວັນທີ 21 ເດືອນມີນາ 2014.

ແຕ່ວ່າ ຣັດເຊຍກໍບໍ່ສິ້ນຫວັງທັງໝົດ. ທະນາຄານກາງຂອງ
ປະ​ເທດ ຍັງມີຄວາມສາມາດພຽງພໍ ທີ່​ຈະຮອງຮັບເອົາການ
ຫລັ່ງ​ໄຫລ​ອອກ​ໄປ​ ຢ່າງໃຫຍ່ຫຼວງຂອງເງິນທຶນ. ນອກ​ນັ້ນ​ແລ້ວ
ຣັດ​ເຊຍກໍ​ຍັງສາມາດຕໍ່ສູ້ຄືນ​ໄດ້ ດ້ວຍການປິດທໍ່​ລຳລຽງ​ແກ໊ສ
ທີ່ສົ່ງອອກ​ໃຫ້ຢູໂຣບ ທີ່ເພິ່ງພາອາ​ໄສພະລັງງານຈາກ ຣັດເຊຍ
ເຖິງ 1 ສ່ວນ 3 ຂອງຄວາມຕ້ອງ ການທັງ​ໝົດ​ຂອງ​ຕົນ.

ທ່ານ Mark Hamrick ຈາກເວັບໄຊ້ທ໌​ Bankrate.com ກ່າວ​
ວ່າ ສະຫະ​ພາບຢູ​ໂຣບ​ເອງ​ກໍ​ຮູ້​ດີ ​ໃນ​ຄວາມ​ຈິງ​ຂໍ້​ນີ້.

ທ່ານ Mark Hamrick ​ເວົ້າ​ວ່າ: “ມັນເປັນ​ເລື້ອງ​ຂອງຜົນ
ສະທ້ອນ ທີ່
ຕາມມາ​ໂດຍບໍ່​ໄດ້​ຕັ້ງ​ໃຈ ຈາກວິກິດການທີ່
ທະວີ​ຄວາມ​ຮຸນ​ແຮງຂຶ້ນນັບ​ມື້. ສະ​ນັ້ນ ຄຳ​ຖາມ​ກໍ​ແມ່ນ​ວ່າມັນຈະເກີດຫຍັງຂຶ້ນ ຖ້າຫາກວ່າຣັດເຊຍ ເລີ້ມຕົ້ນ​ເອົາ​ບາດກ້າວ​ຕ່າງໆ? ຖ້າ​ເປັນ​ເຊັ່ນ​ນັ້ນ ພວກ​ເຮົາ​
ກໍ​ຄິດ​ໄລ່​ຄຳ​ຕອບ​ຂອງພວກເຮົາ​ໃໝ່ ແລະຫຼັງຈາກນັ້ນປະເດັນການສົ່ງນ້ຳມັນ
ໃຫ້ຢູໂຣບກໍກາຍມາເປັນຄຳຖາມ.”


ຖ້າເປັນດັ່ງນັ້ນ ຄວາມ​ລຳບາກ​ທາງເສດຖະກິດ ກໍຈະຂະຫຍາຍອອກ ໄປທົ່ວໂລກ. ແຕ່ມັນກໍຈະສົ່ງຜົນກະທົບຕໍ່ຣັດເຊຍຄື​ກັນ ເພາະວ່າລາຍ ຮັບຂອງຣັດເຊຍນັ້ນຫຼາຍ
ກວ່າ 50 ເປີເຊັນ ແມ່ນ​ມາ​ຈາກການສົ່ງອອກ ພະລັງງານ.

ທ່ານ Igor Lukes ອາຈານສອນ​ທີ່​ມະຫາວິທະຍາ​ໄລ Boston ກ່າວວ່າ ທາງນຶ່ງທີ່ຈະ
ຮູ້​ໄດ້ວ່າ ການລົງໂທດ​ໄດ້ຜົນຫຼືບໍ່​ນັ້ນ ກໍຕອນ​ທີ່ປະຊາຊົນພົນລະເມືອງທົ່ວໄປເລີ້ມຮູ້ສຶກ
​ເຖິງຄວາມລຳບາກ. ທ່ານໄດ້ລົມກັບ VOA ທາງ Skype.

ທ່ານ Lukes ​ເວົ້າ​ວ່າ: “ຂ້າພະ​ເຈົ້າຄິດວ່າ ສິ່ງທີ່ຈະຕ້ອງເກີດຂຶ້ນ ກໍຄືວ່າ ການ
ລົງໂທດຈະ ຕ້ອງມີຜົນກະທົບ ຕໍ່​ມາດຕະຖານ​ການ​ຄອງ​ຊີບໂດຍລວມ ຢູ່​ໃນ
ປະເທດ ຊຶ່ງຫຼັງຈາກນັ້ນ ມັນ​ກໍຈະເຮັດໃຫ້ຄວາມ
ຊື່ນ​ຊົມຂອງປະຊາຊົນຣັດ
ເຊຍ ທີ່​ມີຕໍ່
ທ່ານ Putin ຫຼຸດນ້ອຍຖອຍລົງ.”

​ເລື້ອງ​ນີ້​ອາດກຳລັງເກີດຂຶ້ນແລ້ວກໍ​ໄດ້. ລາຄາອາຫານການກີນ ແລະ ເຄືຶ່ອງຂອງ
ນຳເຂົ້າ ກຳລັງ​ແພງ​ຂຶ້ນ​ນັບ​ມື້. ແລະຊາວນະຄອນຫຼວງ ມອສໂກບາງ​ຄົນ ​ກໍໄດ້ລາຍ
ງານ​ໃຫ້​ຊາບ​ເຖິງບັນຫາ​ໃນການຖອນເງິນ ອອກ​ຈາກ​ພວກທະນາຄານ ທີ່ທາງ
ສະຫະລັດ ແລະສະຫະພາບຢູໂຣບ ​ໄດ້​ແນ​ການລົງໂທດ ​ໃສ່​ນັ້ນ.
XS
SM
MD
LG