ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານຢູເຄຣນ ຕັດສິນລົງໂທດ ທະຫານຣັດເຊຍ 2 ຄົນ ໃຫ້ຈຳຄຸກ ໃນການຍິງປືນໃຫຍ່ ຖະຫລົ່ມເປົ້າໝາຍພົນລະເຮືອນ


ທະຫານຣັັດເຊຍ ທ້າວອາແລັກແຊນເດີ ອີວານັອບ, ຂວາ, ແລະທ້າວອາແລັກແຊນເດີ ໂບບີກິນ ນັ່ງຢູ່ໃນຫ້ອງສີ່ລ່ຽມປິດດ້ວຍແຜ່ນແກ້ວ ຢູ່ໃນສານ ລະຫວ່າງການດຳເນີນຄະດີ ຢູ່ເຂດໂຄແທລວາ Kotelva, ທາງພາກຕາເວັນອອກສຽງເໜືອ ຂອງຢູເຄຣນ, ວັນທີ 26 ພຶດສະພາ 2022.
ທະຫານຣັັດເຊຍ ທ້າວອາແລັກແຊນເດີ ອີວານັອບ, ຂວາ, ແລະທ້າວອາແລັກແຊນເດີ ໂບບີກິນ ນັ່ງຢູ່ໃນຫ້ອງສີ່ລ່ຽມປິດດ້ວຍແຜ່ນແກ້ວ ຢູ່ໃນສານ ລະຫວ່າງການດຳເນີນຄະດີ ຢູ່ເຂດໂຄແທລວາ Kotelva, ທາງພາກຕາເວັນອອກສຽງເໜືອ ຂອງຢູເຄຣນ, ວັນທີ 26 ພຶດສະພາ 2022.

ສານແຫ່ງນຶ່ງຂອງຢູເຄຣນໄດ້ຕັດສິນລົງໂທດ ທະຫານຣັດເຊຍສອງຄົນ ໃຫ້ຈຳຄຸກໄລຍະ 11 ປີເຄິ່ງ ໃນວັນອັງຄານວານນີ້ ຫຼັງຈາກທີ່ພວກເຂົາໄດ້ຮັບສາລະ ພາບຜິດ ເມື່ອອາທິດແລ້ວນີ້ ຕໍ່ການຍິງຖະ​ຫລົ່ມໃສ່ເປົ້າໝາຍຕ່າງໆ ຂອງພົນລະເຮືອນ ໃນພື້ນທີ່ເມືອງຄາຣກີບ ຈາກຟາກເຂດຊາຍແດນຢູ່ໃນຣັດເຊຍ.

ທ້າວອາແລັກແຊນເດີ ໂບບີກິນ ແລະທ້າວອາແລັກແຊນເດີ ອີວານັອບ ໄດ້ຮັບຟັງຄຳຕັດສິນ ຂະນະທີ່ພວກເຂົາຢືນຢູ່ໃນຫ້ອງສີ່ລ່ຽມ ປິດລ້ອມດ້ວຍແຜ່ນແກ້ວໜາ ຢູ່ສານເມືອງໂຄເຕເລບສ໌ກາ (Kotelevska) ໃນພາກກາງຂອງຢູເຄຣນ.

“ຄວາມຜິດຂອງທ້າວໂອບີກິນ ແລະທ້າວອີວານັອບ ໄດ້ຖືກພິສູດຢ່າງຄົບຖ້ວນ” ຜູ້ພິພາກສາ ທ່ານແອບເວັນ ໂບລີໂບກຄ໌ (Evhen Bolybok) ໄດ້ກ່າວໄປ ໃນຂະນະຢືນຢູ່ທາງໜ້າ ທຸງຊາດຂອງຢູເຄຣນ.

ບັນດາໄອຍະການ ໄດ້ຂໍຮ້ອງໃຫ້ລົງໂທດໄລຍະ 12 ປີ ສຳລັບພວກທະຫານ ຣັດເຊຍດັ່ງກ່າວນັ້ນ ໃນຄະດີທີສອງຂອງອາຊະຍາກຳສົງຄາມ ທີ່ບັນດາເຈົ້າໜ້າທີ່ຢູເຄຣນ ໄດ້ຟ້ອງຮ້ອງ. ບັນດາທະນາຍຄວາມຂອງຈຳເລີຍ ໄດ້ກ່າວວ່າ ໂທດຈຳຄຸກ ຄວນເປັນ 8 ປີ ເພາະວ່າ ພວກເຂົາທັງສອງ ໄດ້ຍອມສາລະພາບຜິດ, ໄດ້ສະແດງຄວາມເສຍໃຈ ແລະໂຕ້ແຍ້ງວ່າ ພວກເຂົາໄດ້ປະຕິບັດຕາມຄຳສັ່ງ ເມື່ອພວກເຂົາຍິງລູກສອນໄຟ ກຣາດ ໃສ່ເປົ້າໝາຍຕ່າງໆ ຈາກພື້ນທີ່ເມືອງແບລໂກຣອດ ຂອງຣັດເຊຍ.

ຫຼັງຈາກທີ່ພວກເຂົາໄດ້ຖືກຕັດສິນລົງໂທດແລ້ວ ທັງສອງໄດ້ຖືກຖາມວ່າ ພວກເຂົາຮູ້ສຶກວ່າ ຄຳຕັດສິນນັ້ນ ເປັນທຳ ຫຼືບໍ່ ແລະທັງສອງໄດ້ກ່າວວ່າ ເປັນທຳ. ພວກຄົນຍາມຕິດອາວຸດ ຄາລາສນີຄັອບ ຕໍ່ຈາກນັ້ນ ໄດ້ໃສ່ກັບມືທັງສອງຄົນ ແລະນຳໂຕພວກເຂົາອອກໄປຈາກຫ້ອງສານ.

ຫຼັງຈາກການຍິງຖະລົ່ມໃນເບື້ອງຕົ້ນ ຈາກຢູ່ພາຍໃນຣັດເຊຍ ທ້າວໂບບີກິນ ແລະທ້າວອີວານັອບ ໄດ້ຖືກອະທິບາຍວ່າ ເປັນຄົນຂັບລົດປືນໃຫຍ່ ແລະຜູ້ຄວບຄຸມປືນໃຫຍ່ ກໍໄດ້ຖືກຈັບໂຕ ຫຼັງຈາກທີ່ໄດ້ຂ້າມຊາຍແດນເຂົ້າໄປ ແລະສືບຕໍ່ຍິງຖະລົ່ມເປົ້າໝາຍຕ່າງໆ.

ເມື່ອອາທິດແລ້ວນີ້ ທະຫານຣັດເຊຍອີກຄົນນຶ່ງ ກໍໄດ້ຖືກຕັດສິນລົງໂທດຈຳຄຸກຕະຫຼອດຊີວິດ ສຳລັບການຍິງສັງຫານພົນລະເຮືອນຄົນນຶ່ງ ທີ່ບໍ່ໄດ້ຕິດອາວຸດ.

ຢູເຄຣນ ໄດ້ກ່າວຫາຣັດເຊຍ ໃນການກໍ່ອາຊະຍາກຳສົງຄາມຕໍ່ຫຼາຍພັນຄົນ ໃນລະຫວ່າງສົງຄາມ ຕະຫຼອດໄລຍະສາມເດືອນທີ່ຜ່ານມາ ຫາກແຕ່ວ່າ ມົສກູ ໄດ້ປະຕິເສດຕໍ່ຂໍ້ກ່າວຫາ ແລະວ່າ ຕົນບໍ່ໄດ້ແນເປົ້າໝາຍ ໃສ່ພົນລະເຮືອນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG