ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ກ່າວວ່າ ການບຸກໂຈມຕີຕອບໂຕ້ ໄດ້ດຳເນີນການໄປແລ້ວ ຢູ່ໃນຂົງເຂດພາກໃຕ້ ທີ່ຣັດເຊຍ ໄດ້ຢຶດເອົາ ໃນຕອນຕົ້ນຂອງສົງຄາມ


ທ່ານ ໂອເລັກຊານ ຊູລກາ (Oleksandr Shulga) ແນມເບິ່ງ ເຮືອນຂອງລາວ ທີ່ໄດ້ຖືກທຳລາຍ ຫຼັງຈາກການໂຈມຕີດ້ວຍລູກສອນໄຟ ໃນເມືອງມິໂກລາ​ອິບ, ວັນທີ 29 ສິງຫາ 2022. AFP
ທ່ານ ໂອເລັກຊານ ຊູລກາ (Oleksandr Shulga) ແນມເບິ່ງ ເຮືອນຂອງລາວ ທີ່ໄດ້ຖືກທຳລາຍ ຫຼັງຈາກການໂຈມຕີດ້ວຍລູກສອນໄຟ ໃນເມືອງມິໂກລາ​ອິບ, ວັນທີ 29 ສິງຫາ 2022. AFP

ຢູເຄຣນ ໄດ້ກ່າວໃນວັນຈັນວານນີ້ ວ່າ ຕົນໄດ້ເລີ້ມບຸກໂຈມຕີຕອບໂຕ້ເພື່ອພະ ຍາຍາມເຂົ້າຄວບຄຸມດິນແດນສ່ວນນຶ່ງທາງພາກໃຕ້ຂອງປະເທດຄືນມາ ທີ່ຣັັດເຊຍໄດ້ຢຶດເອົາໃນຊ່ວງຕົ້ນອາທິດໄລຍະຫົກເດືອນຂອງການບຸກລຸກໂດຍຣັດເຊຍ.

“ມື້ນີ້ ພວກເຮົາໄດ້ເລີ້ມດຳເນີນການບຸກໂຈມຕີ ໃນຫຼາຍທິດທາງ ທີ່ລວມທັງ ຢູ່ໃນຂົງເຂດເຄີສັນ” ນັ້ນແມ່ນລາຍງານຂອງສະຖານີໂທລະພາບມະຫາຊົນ Suspilne ຂອງຢູເຄຣນ ທີ່ອ້າງເຖິງຄຳເວົ້າ ຂອງໂຄສົກກອງບັນຊາການພາກໃຕ້ ທ່ານນາງ ນາຕາເລຍ ຮູເມັນນີອຸກ (Natalia Humeniuk).

ຣັດເຊຍບໍ່ສາມາດເຂົ້າຢຶດເອົານະຄອນຫຼວງກີຢິບໄດ້ ທີ່ຕັ້ງຢູ່ໃນພາກເໜືອຂອງຢູເຄຣນ ໃນການບຸກໂຈມຕີເບື້ອງຕົ້ນ ແຕ່ກໍໄດ້ເຂົ້າຄວບຄຸມຫຼາຍພື້ນທີ່ ຢູ່ໃນພາກໃຕ້ເລາະຕາມແຄງຝັ່ງທະເລດຳ.

ການຕໍ່ສູ້ເປັນເວລາຫຼາຍເດືອນຜ່ານມາ ມີຂຶ້ນຢູ່ໃນເຂດດອນບັສ ທາງພາກຕາ ເວັນອອກຂອງຢູເຄຣນ ບ່ອນທີ່ພວກແບ່ງແຍກດິນແດນທີ່ສະໜັບສະໜຸນໂດຍຣັດເຊຍ ແລະກອງກຳລັງຂອງກີຢິບ ໄດ້ຕໍ່ສູ້ກັນນັບຕັ້ງແຕ່ປີ 2014 ເປັນຕົ້ນມາ ແລະໃນປີດຽວກັນນີ້ ມົສກູ ໄດ້ເຂົ້າຢຶດເອົາແຫຼມຄຣາຍເມຍຂອງຢູເຄຣນ ເຖິງແມ່ນວ່າ ປະຊາຄົມນາໆຊາດ ບໍ່ໄດ້ຮັບຮູ້ການຢຶດຄອງຂອງຣັດເຊຍນັ້ນ ແຕ່ຢ່າງໃດເລີຍ.

ບັນຫາຂັດແຍ້ງຢູ່ໃນພາກຕາເວັນອອກຂອງຢູເຄຣນ ໄດ້ຢຸດສະຫງັກເປັນບາງຄັ້ງບາງຄາວ ມາໄດ້ຫຼາຍອາທິດ ໂດຍທີ່ຣັດເຊຍ ແລະຢູເຄຣນ ຕ່າງກໍຢຶດພື້ນທີ່ມາໄດ້ ແລະກໍສູນເສຍກັບຄືນໄປ.

ແຕ່ບັນດາພັນທິມິດຕາເວັນຕົກ ທີ່ນຳພາໂດຍສະຫະລັດ ໄດ້ສືບຕໍ່ສົ່ງອາວຸດຕ່າງໆໃຫ້ແກ່ລັດຖະບານກີຢິບ ຊຶ່ງເປັນໄປໄດ້ວ່າ ໄດ້ໃຫ້ຄວາມໝັ້ນໃຈຮອບໃໝ່ແກ່ຢູເຄຣນ ເພື່ອທີ່ຈະບຸກໂຈມຕີຕໍ່ໄປເລື້ອຍໆໃນພາກໃຕ້ຂອງປະເທດ.

ທີ່ປຶກສາອາວຸໂສທ່ານນຶ່ງຂອງປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວໃນວັນຈັນວານນີ້ ວ່າ ພວກທະຫານຂອງຢູເຄຣນໄດ້ບຸກຜ່ານ​ແນວປ້ອງກັນຂອງຣັດເຊຍ ຢູ່ໃນເຂດແນວໜ້າຫຼາຍແຫ່ງ ໃກ້ກັບເມືອງເຄີສັນ.

ທ່ານໂອເລັກຊີ ອາເຣສໂຕວິຈ (Oleksiy Arestovych) ໄດ້ກ່າວວ່າ ກອງກຳ ລັງຂອງຢູເຄຣນ ຍັງຍິງປືນໃຫຍ່ໃສ່ເຮືອຂົນສົ່ງຂ້າມຟາກຫຼາຍລຳ ທີ່ຣັດເຊຍນຳໃຊ້ໃນການລຳລຽງກອງກຳລັງຂອງຕົນ ຢູ່ໃນພື້ນທີ່ເຂດເຄີສັນນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG