ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ປະນາມການໂຈມຕີິ ຂອງຣັດເຊຍ ໃສ່ບ້ານນຶ່ງ ທີ່​ໄດ້​ສັງ​ຫານ 51 ຄົນ


ໃນ​ຮູບ​ພາບ​ນີ້ທີ່​ສະ​ຫນອງ​ໃຫ້​ໂດຍ​ສໍາ​ນັກ​ງານ​ຂ່າວ​ຕໍາ​ຫຼວດ​ຂອງຢູເຄຣນ​, ເຈົ້າໜ້າທີ່​ສຸກ​ເສີນ​ຊອກ​ຫາ​ຜູ້​ເຄາະ​ຮ້າຍ​ຈາກ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງຣັດ​ເຊຍ ​ທີ່​ສ້າງ​ຄວາມ​ເສຍ​ຫາຍໃຫ້ກັບ​ຕຶກ​ອາ​ຄານ​ສູງຫຼາຍ​ຊັ້ນ​ ໃນໃຈ​ກາງຂອງເມືອງ ຄາກິຟ​, ວັນທີ 6 ຕຸລາ 2023.
ໃນ​ຮູບ​ພາບ​ນີ້ທີ່​ສະ​ຫນອງ​ໃຫ້​ໂດຍ​ສໍາ​ນັກ​ງານ​ຂ່າວ​ຕໍາ​ຫຼວດ​ຂອງຢູເຄຣນ​, ເຈົ້າໜ້າທີ່​ສຸກ​ເສີນ​ຊອກ​ຫາ​ຜູ້​ເຄາະ​ຮ້າຍ​ຈາກ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງຣັດ​ເຊຍ ​ທີ່​ສ້າງ​ຄວາມ​ເສຍ​ຫາຍໃຫ້ກັບ​ຕຶກ​ອາ​ຄານ​ສູງຫຼາຍ​ຊັ້ນ​ ໃນໃຈ​ກາງຂອງເມືອງ ຄາກິຟ​, ວັນທີ 6 ຕຸລາ 2023.

ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ ປະ​ນາມ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ​ຢ່າງ​ຂົມ​ຂື່ນ ​ໃນ​ວັນ​ພະ​ຫັດວານ​ນີ້ ທີ່​ໄດ້​ລະ​ເບີດຮ້ານ​ຄາ​ເຟ້ບ່ອນທີ່ພິທິສົ່ງສະການໄດ້ຖືກຈັດຂຶ້ນ, ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ນ້ອຍ 51 ຄົນ, ລວມ​ທັງ​ເດັກ​ນ້ອຍ 1 ຄົນ.

ອົງການຂ່າວເອພີລາຍງານວ່າ ຫຼັງຈາກການໂຈມຕີຢູ່ໃນບ້ານໂຣຊາ (Hroza) ທາງຕາເວັນອອກ, "ພາກສ່ວນຕ່າງໆ ຂອງຮ່າງກາຍໄດ້ກະຈັດກະຈາຍຢູ່ທົ່ວເດີ່ນຫຼິ້ນເດັກນ້ອຍໃນບໍລິເວນທີ່ຢູ່ໃກ້ຄຽງ ເຊິ່ງໄດ້ຮັບຄວາມເສຍຫາຍຢ່າງຮ້າຍແຮງຈາກການໂຈມຕີ."

ຜູ້ປົກຄອງເຂດຄາກິຟ ທ່ານ ໂອເລ ຊີເນຍຮູບົຟ (Oleh Syniehubov) ກ່າວຕໍ່ BBC ວ່າ “ນຶ່ງໃນຫ້າຂອງບ້ານນີ້ ໄດ້ເສຍຊີວິດໃນການໂຈມຕີກໍ່ການຮ້າຍຄັ້ງດຽວ.”

“ມື້ນີ້ ພວກກໍ່ການຮ້າຍ ຣັດເຊຍ ໄດ້ທຳການໂຈມຕີ ທີ່ບໍ່ສາມາດຈະເອີ້ນໄດ້ ແມ້ແຕ່ວ່າ “ສັດຮ້າຍ,”ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ກ່າວໃນຄຳປາໄສປະຈຳວັນຂອງທ່ານ ໃນຄືນວັນພະຫັດວານນີ້.

ນາຍົກລັດຖະມົນຕີອັງກິດ ທ່ານຣີຊີ ຊູນາກ ກ່າວຕໍ່ BBC ວ່າການໂຈມຕີບ້ານ ໂຣຊາ (Hroza) "ສະແດງໃຫ້ເຫັນເຖິງຄວາມຊົ່ວຮ້າຍທີ່ກອງທັບຣັດເຊຍເຕັມໃຈທີ່ຈະຈົມລົງໄປຕື່ມ."

ພິທີສົ່ງສະການແມ່ນ​ໄດ້​ມີ​ຂຶ້ນ​ສໍາ​ລັບ​ທະ​ຫານ​ຈາກບ້ານໂຣຊາ (Hroza) ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ປີ​ກາຍ​ນີ້​. ລາວໄດ້ຖືກຝັງຢູ່ໃນບ້ານເກີດຂອງລາວ.

ເຈົ້າ​ໜ້າ​ທີ່​ໄດ້​ເຜີຍ​ແຜ່​ຮູບ​ພາບ​ຢູ່​ໃນ​ແອັບ​ສົ່ງ​ຂໍ້​ຄວາມ Telegram ຂອງ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ທີ່ປີນ​ຜ່ານ​ຊາກ​ຫັກ​ພັງ​ທີ່​ລຸກ​ໄໝ້ຢູ່. ຊາກສົບວາງຢູ່ຂ້າງແຜ່ນຊີມັງ ແລະໂລຫະທີ່ບິດບ້ຽວ.

​ໃນຂະນະດຽວກັນ, ກອງທັບ​ຢູ​ເຄຣນ ກ່າວ​ໃນ​ວັນ​ພະຫັດວ່າ ຕົນ​ໄດ້​ທຳລາຍໂດຣນ 24 ລຳ​ໃນ​ຈຳນວນ 29 ລຳ​ທີ່​ສົ່ງມາ​ໂຈມ​ຕີ​ໂດຍ​ກຳລັງ​ຣັດ​ເຊຍ ໂດຍ
ແນເປົ້າ​ໃສ່​ເຂດໂອເດຊາ, ເຂດມີໂກລາອິຟ ​ແລະ ເຂດຄີໂຣໂວກຣາດ.

ການໂຈມຕີບ້ານໂຣຊາ ເກີດຂຶ້ນໃນຂະນະທີ່ທ່ານເຊເລັນສກີ ຢູ່ໃນສະເປນ ເພື່ອ ໂນ້ມນ້າວ ພັນທະມິດຕາເວັນຕົກ ຢູ່ໃນກອງປະຊຸມສຸດຍອດຂອງຜູ້ນໍາຢູໂຣບປະ ມານ 50 ຄົນເພື່ອຂໍການຊ່ວຍເຫຼືອທາງທະຫານເພີ່ມເຕີມສຳ​ລັບຂັດຂວາງການ ຮຸກຮານຂອງຣັດເຊຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG