ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄ​ຣນ ເວົ້າ​ວ່າ​ ການ​ຕໍ່​ສູ້​ທີ່​ດຸ​ເດືອດ​ໃນ​ເມືອງ ບາກ​ມຸດ ມີ​ແຕ່​ຈະ​ຮຸນ​ແຮງ​ຂຶ້ນ


ຄວັນ ແລະ ແປວ​ໄຟ ຢູ່​ຕຶ​ກ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຍ້ອນ​ການ​ໂຈມ​ຕີ​ຂອງ​ທະ​ຫານ ຣັດ​ເຊຍ, ເມືອງ ບາ​ກ​ມຸດ, ພາກ​ພື້ນ ໂດ​ເນັດ​ສ໌, ຢູ​ເຄ​ຣນ, 27 ກຸ​ມ​ພາ 2023.
ຄວັນ ແລະ ແປວ​ໄຟ ຢູ່​ຕຶ​ກ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຍ້ອນ​ການ​ໂຈມ​ຕີ​ຂອງ​ທະ​ຫານ ຣັດ​ເຊຍ, ເມືອງ ບາ​ກ​ມຸດ, ພາກ​ພື້ນ ໂດ​ເນັດ​ສ໌, ຢູ​ເຄ​ຣນ, 27 ກຸ​ມ​ພາ 2023.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໄດ້​ອະ​ທິ​ບາຍ​ການ​ຕໍ່​ສູ້ ​ໃນ​ວັນ​ອັງ​ຄານ​ວານນີ້​ຢູ່​ອ້ອມ​ເມືອງ ບາກ​ມຸດ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ວ່າ​ດຸ​ເດືອດ, ແຕ່​ແນວ​ໃດ​ກໍ່​ຕາມ​ມັນ​ໄດ້​ມີ​ການ​ປ່ຽນ​ກັນ​ຄອບ​ຄອງ​ດິນ​ແດນ​ພຽງ​ເລັກ​ນ້ອ​ຍ​ລະ​ຫວ່າງກອງ​ກຳ​ລັງ​ຂອງ ມົ​ສ​ກູ ແລະ ກີ​ຢິບ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ປະ​ຈຳ​ທຸກ​ຄືນ​ຂອງ​ທ່ານ​ເມື່ອ​ວັນ​ອັງ​ຄານ​ວານນີ້​ວ່າ “ສະ​ຖາ​ນະ​ການ​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ​ແມ່ນ​ຍັງ​ຢູ່​ໃນ​ເມືອງ​ບາກ​ມຸດ ແລະ ເປັນ​ການ​ຕໍ່​ສູ້​ທີ່​ສຳ​ຄັນ​ສຳ​ລັບ​ການ​ປ້ອງ​ກັນ​ເມືອງ​ດັ່ງ​ກ່າວ. ຣັດ​ເຊ​ຍ ບໍ່​ໄດ້​ນັບຄົນ​ເລີຍ, ດ້ວຍ​ການ​ສົ່ງ​ເຂົາ​ເຈົ້າ​ມາ​ບຸກ​ໂຈມ​ຕີ​ທີ່​ໝັ້ນ​ຂອງ​ພວກ​ເຮົາ​ຢູ່​ເປັນ​ປະ​ຈຳ. ຄວາມ​ດຸ​ເດືອດ​ຂອງ​ການ​ຕໍ່​ສູ້​ແມ່ນ​ມີ​ແຕ່​ຈະ​ເພີ່ມ​ຂຶ້ນ.”

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ​ຜູ້​ບັນ​ຊາ​ການ ຢູ​ເຄ​ຣນ ທີ່​ຮັບ​ຜິດ​ຊອບ​ໃນ​ການ​ປ້ອງ​ກັນ​ເມືອງ ບາກ​ມຸດ, ນາຍ​ພົນ ໂອ​ເລັກ​ແຊນ​ເດີ ເຊີ​ສ​ກີ, ໄດ້​ລາຍ​ວ່າ​ກອງ​ທະ​ຫານ ຣັດ​ເຊຍ 800 ຄົນ​ຖືກ​ຂ້າ​ຕາຍ​ໃນ​ເຂດ​ດັ່ງ​ກ່າວ​ນັບ​ຕັ້ງ​ແຕ່​ວັນ​ພະ​ຫັດ​ທີ່​ຜ່ານ​ມາ.

ໃນ​ຕອນ​ເຊົ້າ​ວັນ​ອັງ​ຄານ​ວານນີ້, ທ່ານ ເຊີ​ສ​ກີ ໄດ້​ກ່າວ​ໃນ​ສື່​ສັງ​ຄົມ​ວ່າ, “ເຖິງ​ແມ່ນ​ຈະ​ໄດ້​ຮັບ​ຄວາມ​ຜ່າຍ​ແພ້​ທີ່​ສຳ​ຄັນ, ພວກ​ສັດ​ຕູ​ໄດ້​ສົ່ງ​ໜ່ວຍ​ໂຈມ​ຕີ ແວກ​ເນີ ທີ່​ໄດ້​ຮັບ​ການ​ຝຶກ​ຊ້ອມ​ດີ​ທີ່​ສຸດ​ຂອງ​ພວກ​ເຂົາ​ເພື່ອ​ພະ​ຍາ​ຍາມ​ທຳ​ລາຍ​ການ​ປ້ອງ​ກັນ​ຂອງກອງ​ທະ​ຫານ​ຂອງ​ພວກ​ເຮົາ ແລະ ເມືອງ​ທີ່​ຢູ່​ອ້ອມ​ແອ້ມ.”

ທ່ານ​ໄດ້​ອ້າງ​ເຖິງ​ກຸ່ມ​ແວກ​ເນີ, ເຊິ່ງ​ແມ່ນ​ໜ່ວ​ຍ​ທະ​ຫານ​ຮັບ​ຈ້າງ ຣັດ​ເຊຍ ທີ່​ຕໍ່​ສູ້ຄຽງ​ຂ້າງກອງ​ທະ​ຫານ ຣັດ​ເຊຍ.

ຣັດ​ເຊຍ ແມ່ນ​ໄດ້​ຂະ​ຫຍາຍ​ການ​ໂຈມ​ຕີ​ຂອງ​ພວກ​ເ​ຂົາ​ເພີ່ມ​ຂຶ້ນ​ໃນຫຼາຍ​ເຂດ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ, ລວມ​ທັງ​ເມືອງ ບາກ​ມຸດ, ເຊິ່ງ​ເປັນ​ເມືອງ​ທີ່​ຖືກ​ທຳ​ລາຍ ບ່ອນ​ທີ່​ເຄີຍ​ມີ​ປະ​ຊາ​ຊົນ 75,000 ຄົນ​ອາ​ໄສ​ຢູ່.

ກາ​ນ​ຕໍ່​ສູ້​ເປັນ​ເວ​ລາຫຼາຍ​ເດືອນ​ໄດ້​ເພັ່ງ​ເລັງ​ໃສ່ຫຼາຍ​ເມືອງ ແລະ ໝູ່​ບ້ານ​ອ້ອມ​ເມືອງ ບາກ​ມຸດ, ດ້ວຍ ມົ​ສ​ກູ ພະ​ຍາ​ຍາມ​ທີ່​ຈະ​ປິດ​ລ້ອມ​ເມືອງ​ດັ່ງ​ກ່າວ​ເພື່ອ​ຕັດເສັ້ນ​ທາງ​ການ​ສະ​ໜອງ​ອຸ​ປະ​ກອນ ຢູ​ເຄ​ຣນ, ແນວ​ໃດ​ກໍ່​ຕາມ​ການ​ຕໍ່​ສູ້​ບາງ​ຄັ້ງ​ແມ່ນ​ໄດ້​ເກີດ​ຂຶ້ນ​ຢູ່​ພາຍ​ໃນ​ເມືອງ​ນັ້ນ​ເອງ.

ຫຼັງ​ຈາກ​ໄດ້​ປະ​ສົບ​ຄວາມ​ລົ້ມ​ແຫຼວ​ເພື່ອ​ຍຶດ​ເອົາ​ນະ​ຄອນຫຼວງ ກີ​ຢິບ ຢ່າງ​ວ່ອງ​ໄວເມື່ອ​ນຶ່ງ​ປີ​ທີ່​ຜານ​ມາ, ໃນ​ວັນ​ຕົ້ນໆ​ຂອງ​ສົງ​ຄາມ​ນັ້ນ, ຣັດ​ເຊຍ ໄດ້​ເພັ່ງ​ເລັງ​ການ​ຕໍ່​ສູ້​ຂອງ​ພວກ​ເຂົາ​ໃນ​ພາກ​ພື້ນ ດອນ​ບາ​ສ ທາງ​ພາກ​ຕ​າ​ເວັນ​ອອກ​ຂອງ​ປະ​ເທດ. ທັງ​ສອງ​ຝ່າຍ​ໄດ້​ປະ​ສົບ​ກັບ​ການ​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ຢ່າງ​ໜັກ​ໃນ​ສົງ​ຄາມ​ດັ່ງ​ກ່າວ.​

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG