ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ບັນຊາການຂອງຢູເຄຣນ ບັນລະຍາຍເຖິງສະຖານະການ ໃນເມືອງບັກມຸດ ຄືກັບວ່າ ‘ເຄັ່ງຕຶງທີ່ສຸດ’


ສະມາຊິກກອງກຳລັງຂອງຢູເຄຣນ ຂີ່ລົດຖັງບັນທຸກນັກລົບ ຢູ່ໃກ້ເຂດແນວໜ້າຂອງເມືອງບັກມຸດ ທ່າມກາງການບຸກໂຈມຕີຂອງຣັດເຊຍ ຕໍ່ຢູເຄຣນ ໃນຂົງເຂດໂດເນັສ ຂອງຢູເຄຣນ, ວັນທີ 25 ກຸມພາ 2023.
ສະມາຊິກກອງກຳລັງຂອງຢູເຄຣນ ຂີ່ລົດຖັງບັນທຸກນັກລົບ ຢູ່ໃກ້ເຂດແນວໜ້າຂອງເມືອງບັກມຸດ ທ່າມກາງການບຸກໂຈມຕີຂອງຣັດເຊຍ ຕໍ່ຢູເຄຣນ ໃນຂົງເຂດໂດເນັສ ຂອງຢູເຄຣນ, ວັນທີ 25 ກຸມພາ 2023.

ເຈົ້າໜ້າທີ່ທະຫານຂອງຢູເຄຣນ ໄດ້ບັນລະຍາຍເຖິງສະຖານະການ ອ້ອມຮອບເມືອງບາກມຸດ ຄືກັບວ່າ “ເຄັ່ງຕຶງທີ່ສຸດ” ໃນວັນອັງຄານມື້ນີ້ ໂດຍເນັ້ນໜັກໃສ່ພື້ນທີ່ແຫ່ງນຶ່ງທີ່ໄດ້ມີການສູ້ລົບກັນຢ່າງໜັກໜ່ວງ ລະຫວ່າງກຳລັງຂອງຢູເຄຣນ ແລະຣັດເຊຍ ໃນແຂວງໂດເນັສຂອງຢູເຄຣນ.

“ເຖິງແມ່ນຈະໄດ້ຮັບການສູນເສຍຫຼາຍສົມຄວນກໍຕາມ ພວກສັດຕູກໍໄດ້ສົ່ງໜ່ວຍ ຈູ່ໂຈມຂອງກຸ່ມແວກເນີ ທີ່ໄດ້ຮັບການຝຶກຊ້ອມມາຢ່າງດີທີ່ສຸດ ເຂົ້າມາ ເພື່ອພະ ຍາຍາມທັບມ້າງແນວປ້ອງກັນຂອງທະຫານພວກເຮົາ ແລະປິດລ້ອມເມືອງນີ້” ນັ້ນແມ່ນຄຳເວົ້າຂອງຜູ້ບັນຊາການກຳລັງກອງທັບບົກຂອງຢູເຄຣນ ທ່ານໂອເລັກແຊນເດີ ຊີຣສ໌ກີ (Oleksandr Syrskyi) ທີ່ໄດ້ກ່າວໃນສື່ສັງຄົມ.

ໃນຄຳປາໄສປະຈຳຕອນຄ່ຳ ວັນຈັນວານນີ້ ປະທານາທິບໍດີ ຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໄດ້ກ່າວວ່າ ສະຖານະການຢູ່ໃນບາກມຸດ “ແມ່ນກຳລັງມີຄວາມສັບສົນຫຼາຍຂຶ້ນນັບມື້.”

ທ່ານໄດ້ກ່າວວ່າ ກຳລັງຂອງຣັດເຊຍ ແມ່ນ “ທຳລາຍທຸກສິ່ງທຸກຢ່າງທີ່ສາມາດນຳໃຊ້ເປັນທີ່ປົກປ້ອງຖານທີ່ໝັ້ນຂອງພວກເຮົາ ຕະຫຼອດເວລາ.”

ຣັດເຊຍໄດ້ທະວີການໂຈມຕີຂອງຕົນ ໃສ່ຫຼາຍພື້ນທີ່ໃນພາກຕາເວັນອອກຂອງຢູເຄຣນ ທີ່ລວມທັງເມືອງບາກມຸດ. ເມືອງນີ້ທີ່ໄດ້ຖືກພັງທະລາຍ ຊຶ່ງໃນຄັ່ງນຶ່ງມີປະຊາຊົນອາໄສຢູ່ປະມານ 75,000 ຄົນ.

ອົງການຂ່າວຣອຍເຕີສ໌ ໄດ້ລາຍງານວ່າ ກອງກຳລັງຂອງຣັດເຊຍ ໄດ້ຄືບໜ້າ

ໄປໄດ້ໃນບາງພື້ນທີ່ຈາກເໜືອ ຫາ ໃຕ້ ຂະນະທີ່ພວກເຂົາຫາທາງທີ່ຈະປິດລ້ອມເມືອງດັ່ງກ່າວ ແລະຕັດຂາດ ກອງກຳລັງຂອງຢູເຄຣນ ຢູ່ພາຍໃນເມືອງນັ້ນ.

ເລຂາທິການໃຫຍ່ອົງການເນໂຕ້ ທ່ານເຈັນສ໌ ສະໂຕລເທັນເບີກ ມີກຳນົດຈະໄປປະເທດຟິນແລນ ໃນວັນອັງຄານມື້ນີ້ ອັນເປັນການຢ້ຽມຢາມທີ່ມີຂຶ້ນ ຂະນະທີ່ປະເທດຟິນແລນ ແລະສະວີເດັນ ກຽມພ້ອມທີ່ຈະເລີ້ມການເຈລະຈາກັບເທີກີ ຄືນໃໝ່ໃນອາທິດໜ້ານີ້ ກ່ຽວກັບການຂໍເຂົ້າຮ່ວມອົງການເນໂຕ້.

ລັດຖະມົນຕີການຕ່າງປະເທດຂອງເທີກີ ທ່ານແມບລຸດ ຄາວູໂຊກລູ (Mevlut Cavusoglu) ໄດ້ກ່າວໃນວັນຈັນວານນີ້ ວ່າ ກອງປະຊຸມໄດ້ຖືກກຳນົດໃສ່ ວັນທີ 9 ເດືອນມີນາ.

ໃນເດືອນມັງກອນ ເທີກີ ໄດ້ໂຈະການເຈລະຈາ ໃນການຕອບໂຕ້ຕໍ່ການເຜົາຄຳພີກູຣານ ຂອງພວກປະທ້ວງຝ່າຍຂວາຈັດ ຢູ່ດ້ານນອກສະຖານທູດຂອງເທີກີ ໃນນະຄອນຫຼວງສະຕັອກໂຮມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG