ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍ່ມີຄວາມຄືບໜ້າທີ່ສຳຄັນ ໃນການເຈລະຈາ ຮອບຫຼ້າສຸດ ລະຫວ່າງ ຢູເຄຣນ ແລະ ຣັດເຊຍ


ທະຫານຂອງກອງທັບຢູເຄຣນ ຊ່ອຍປະຊາຊົນແລະລູກນ້ອຍຂອງລາວ ໜີອອກຈາກເມືອງເອີຣປິນ ໃນເສັ້ນທາງຫລົບໜີ ພຽງແຫ່ງດຽວ ທີ່ໄດ້ນຳໃຊ້ໂດຍຄົນທ້ອງຖິ່ນ ຫຼັງຈາກໄດ້ຖືກຍິງຖະຫຼົ່ມມາໄດ້ຫຼາຍວັນ ໃນຂະນະທີ່ກຳລັງທະຫານຂອງຣັດເຊຍ ເຄື່ອນເຂົ້າມາໃນເມືອງເອກຂອງເອີຣປິນ ທີ່ຢູ່ໃກ້ກັບນະຄອນຫຼວງກີຢິບ, ວັນທີ 7 ມີນາ 2022.
ທະຫານຂອງກອງທັບຢູເຄຣນ ຊ່ອຍປະຊາຊົນແລະລູກນ້ອຍຂອງລາວ ໜີອອກຈາກເມືອງເອີຣປິນ ໃນເສັ້ນທາງຫລົບໜີ ພຽງແຫ່ງດຽວ ທີ່ໄດ້ນຳໃຊ້ໂດຍຄົນທ້ອງຖິ່ນ ຫຼັງຈາກໄດ້ຖືກຍິງຖະຫຼົ່ມມາໄດ້ຫຼາຍວັນ ໃນຂະນະທີ່ກຳລັງທະຫານຂອງຣັດເຊຍ ເຄື່ອນເຂົ້າມາໃນເມືອງເອກຂອງເອີຣປິນ ທີ່ຢູ່ໃກ້ກັບນະຄອນຫຼວງກີຢິບ, ວັນທີ 7 ມີນາ 2022.

ທີ່ປຶກສາຂອງປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສ໌ກີ ກ່າວວ່າ ໄດ້ມີຄວາມກ້າວໜ້າພຽງເລັກນ້ອຍ ໃນລະຫວ່າງຮອບທີສາມຂອງການເຈລະຈາ ໃນວັນຈັນວານນີ້ ລະຫວ່າງນັກເຈລະຈາຂອງ ຢູເຄຣນແລະຣັດເຊຍ.

ການເຈລະຈາດັ່ງກ່າວ ໄດ້ສົນທະນາກັນເລື້ອງການຈັດຕັ້ງເສັ້ນທາງທີ່ປອດໄພ ຊຶ່ງຈະອຳນວຍໃຫ້ພົນລະເຮືອນຫລົບໜີຈາກສົງຄາມໄດ້ ແຕ່ທ່ານມີໄຄໂລ ໂປໂດລີຢັກ (Mykhailo Podolyak) ໄດ້ກ່າວວ່າ ບໍ່ມີຄວາມຄືບໜ້າສຳຄັນເລີຍ ທີ່ອາດຈະຊ່ອຍຍຸຕິບັນຫາຂັດແຍ້ງນີ້.

ທ່ານໂປໂດລີຢັກ ກ່າວວ່າ “ມີການຫັນປ່ຽນທີ່ເປັນບວກເລັກນ້ອຍ ໃນບາງຢ່າງ ທີ່ກ່ຽວຂ້ອງໃນດ້ານການປະສານງານຈັດແຈງຫຼືໂລຈິສຕິກ ຂອງເສັ້ນທາງດ້ານມະນຸດສະທຳ” ຫາກແຕ່ທ່ານບໍ່ໄດ້ໃຫ້ລາຍລະອຽດໃດໆຕື່ມ ພາຍຫຼັງການເຈລະ ຈາຢູ່ໃນເບລາຣຸສ.”

ຣັດເຊຍ ໄດ້ປະກາດຢຸດຍິງ ໃນຂອບເຂດຈຳກັດອີກເທື່ອນຶ່ງໃນວັນຈັນວານນີ້ ເພື່ອອະນຸຍາດໃຫ້ຊາວຢູເຄຣນອອກໄປຈາກບາງຫົວເມືອງທີ່ຖືກປິດລ້ອມ ຫຼັງຈາກໄດ້ມີຄວາມພະຍາຍາມ ເພື່ອກຳນົດທາງຜ່ານທີ່ປອດໄພສຳລັບພວກພົນລະເຮືອນນັ້ນ ໄດ້ພັງທະລາຍລົງເມື່ອອາທິດແລ້ວນີ້.

ບັນດານັກເຈລະຈາຂອງຣັດເຊຍ ໄດ້ກ່າວວ່າ ຣັດເຊຍ ຄາດໝາຍວ່າ ການເຈລະຈາຮອບຕໍ່ໄປກັບຢູເຄຣນ ຈະເກີດຂຶ້ນອີກໃນໄວໆນີ້.

“ໃນຮອບໜ້າ ຄັ້ງທີສີ່ ຈະເກີດຂຶ້ນຢູ່ໃນເບລາຣຸສ ໃນອະນາຄົດອັນໃກ້ໆນີ້” ນັ້ນແມ່ນຄຳເວົ້າຂອງນັກເຈລະຈາຂອງຣັດເຊຍ ທ່ານລີໂອນິດ ສະລຸຕສ໌ກີ (Leonid Slutsky) ທີ່ໄດ້ກ່າວຕໍ່ໂທລະພາບຂອງທາງການ ຣັດເຊຍ. ທ່ານກ່າວອີກວ່າ “ຂ້າພະເຈົ້າຈະບໍ່ບອກວັນທີ່ແນ່ນອນໄດ້ເທື່ອ ມັນຈະຖືກກຳນົດບາງທີມື້ອື່ນນີ້.”

ບັນດາເຈົ້າໜໜ້າທີ່ຢູເຄຣນ ກ່ອນໜ້ານີ້ ໄດ້ກ່າວໂຈມຕີຂໍ້ສະເໜີຂອງມົສກູທີ່ກຳນົດເສັ້ນທາງໃຫ້ພົນະເຮືອນຜ່ານເຂົ້າໄປໃນຣັດເຊຍ ແລະ ເບລາຣຸສ ແລະໄດ້ຂໍຮ້ອງໃຫ້ພົນລະເຮືອນທີ່ຫລົໜີເຂດສູ້ລົບນັ້ນໄດ້ຮັບການອະນຸຍາດໃຫ້ອອກໄປເຖິງພາກຕາເວັນຕົກຂອງຢູເຄຣນ ຫຼື ປະເທດຕ່າງໆຂອງສະຫະພາບຢູໂຣບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG