ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຢູ​ເຄ​ຣນ​ ກ່​າວ​ວ່າ ​ຕົນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ ໃນ​ການ​ຂັບ​ໄລ່​​ກຳ​ລັງຣັດ​ເຊຍ ​ອອກ​ຈາກ​ເມືອງ​ຄາ​ກິບ


ນັກ​ຊ່ຽວ​ຊານ​ດ້ານ​ລະ​ເບີດ ​ມ້າງ​ເອົາ​ຂີ​ປະ​ນາ​ວຸດ​ຣັດ​ເຊຍທີ່​ແຕກ​ແລ້​ວ ​ອອກ​ເປັນ​ຊິ້ນໆ ຢູ່​​ເຂດ​​ອະ​ນຸ​ສອນ​ສະ​ຖານ​ລະ​ນຶກ​ເຖິງຜູ້​ໄດ້​ຮັບ​ເຄາະ​ຮ້າຍຈ າກ​ອຳ​ນາດ​ຜະ​ເດັດ​ການ ຢູ່​ຊານ​ເມືອງ​ຄາ​ກິບ ທາງ​ພາກ​ເໜືອ​ຂອງ​ຢູ​ເຄ​ຣນ, ວັນ​ທີ 8 ພຶດ​ສະ​ພາ, 2022. (ພາບ​ໂດຍ SERGEY BOBOK / AFP)
ນັກ​ຊ່ຽວ​ຊານ​ດ້ານ​ລະ​ເບີດ ​ມ້າງ​ເອົາ​ຂີ​ປະ​ນາ​ວຸດ​ຣັດ​ເຊຍທີ່​ແຕກ​ແລ້​ວ ​ອອກ​ເປັນ​ຊິ້ນໆ ຢູ່​​ເຂດ​​ອະ​ນຸ​ສອນ​ສະ​ຖານ​ລະ​ນຶກ​ເຖິງຜູ້​ໄດ້​ຮັບ​ເຄາະ​ຮ້າຍຈ າກ​ອຳ​ນາດ​ຜະ​ເດັດ​ການ ຢູ່​ຊານ​ເມືອງ​ຄາ​ກິບ ທາງ​ພາກ​ເໜືອ​ຂອງ​ຢູ​ເຄ​ຣນ, ວັນ​ທີ 8 ພຶດ​ສະ​ພາ, 2022. (ພາບ​ໂດຍ SERGEY BOBOK / AFP)
ບັນດາ​ເຈົ້າ​ໜ້າ​ທີ່​ຢູ​ເຄຣນກ່າວ​ວ່າ ກໍາລັງ​ທະ​ຫານຂອງ​ປະ​ເທດ​ທ່ານໄດ້​ມີຄວາມ​ຄືບ​ໜ້າ​ໃນ​ການ​ຂັບ​ໄລ່​ທະ​ຫານ​ຂອງຣັດ​ເຊຍ​ອອກ​ຈາກ​ເມືອງຄາ​ກິບ (Kharkiv) ຊຶ່ງ​ເປັນ​ເມືອງ​ນຶ່ງ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຢູ​ເຄຣນທີ່ຖືກ​ໂຈມ​ຕີ​ນັບ​ຕັ້ງ​ແຕ່​ຣັດ​ເຊຍ​ໄດ້ເລີ້ມ​ການ​ບຸກລຸກ​ ໃນ​ທ້າຍ​ເດືອນ​ກຸມພາ​ຜ່ານ​ມາ.


ປະທານາທິບໍດີ​ຢູ​ເຄຣນ, ທ່ານໂວ​ໂລ​ດິ​ເມຍ ເຊ​ເລັນ​ສ໌​ກີ​ໄດ້​ເວົ້າ​ຢ່າງ​ລະ​ມັດລະ​ວັງ​ເມື່ອ​ທ່ານ​ເອີ້ນ​ວ່າ “ຂ່າວ​ດີ” ຢູ່​ໃນການ​ກ່າວ​ຄຳ​ປາ​ໄສ ​ໃນ​ຕອນ​ແລງ​ວັນ​ອັງ ຄານ​ວານ​ນີ້, ​ໂດຍ​ກ່າວ​ວ່າ “ພວກ​ທີ່​ຍຶດຄອງ​ກຳລັງ​ຄ່ອຍໆ​ຖືກ​ຂັບ​ໄລ່​ອອກ​ໄປ.”
"ແຕ່ຂ້າພະເຈົ້າກໍຍັງຢາກຮຽກຮ້ອງໃຫ້ປະຊາຊົນຂອງພວກເຮົາທັງຫມົດ ... ບໍ່ໃຫ້ດີ​ໃຈ​ຫຼາຍຈົນເກີນໄປ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານເຊ​ເລັນ​ສ໌​ກີ. "ພວກເຮົາບໍ່ຄວນສ້າງບັນຍາກາດຂອງຄວາມກົດດັນດ້ານສິນທໍາຫຼາຍເກີນໄປ, ໂດຍ ຄາດໄວ້ວ່າຈະ​ມີໄຊ​ຊະ​ນະເປັນປະຈໍາທຸກອາທິດ ແລະແມ່ນແຕ່ເປັນແຕ່​ລະວັນໄປ."

ຜູ້ນຳ​ຢູ​ເຄຣນ​ໃນ​ເຊົ້າວັນ​ພຸດ​ມື້ນີ້ ຍັງ​ໄດ້​ຂຽນ​ຂໍ້ຄວາມ​ສັນ​ລະ​ເສີນສະພາ​ຕ່ຳ​ຂອງສະຫະລັດ ທີ່​ໄດ້​ອະນຸມັດ​ຮ່າງ​ກົດ ໝາຍໃຫ້​ເງິນ​ຊ່ວຍ​ເຫລືອ​ທາງ​ທະຫານ ​ແລະ​ມະນຸດສະທຳ​ຊຸດໃໝ່ ​ທີ່​ມີ​ມູນ​ຄ່າເກືອບຮອດ 40 ຕື້​ໂດ​ລາ​ແກ່​ຢູ​ເຄຣນ.

ມາດ​ຕະການ​ດັ່ງກ່າວ​ ຍັງ​ຕ້ອງ​ໄດ້​ຮັບ​ການ​ອະນຸມັດ​ ຈາກ​ສະພາ​ສູງ​ສະ​ຫະ​ລັດ, ​ແລະ​ມັນ​ລວມມີ 7 ຕື້​ໂດ​ລາ ຫຼາຍ ກວ່າຈຳ​ນວນ​ທີ່​ປະທານາທິບໍດີໂຈ ໄບ​ເດັນ​ໄດ້​ຮ້ອງ​ຂໍ​ໃນ​ອາທິດ​ຜ່ານ​ມານັ້ນ​ອີກ.

ທ່ານ​ໄບ​ເດັນກ່າວວ່າລັດ​ຖະ​ບານ​ຂອງທ່ານໃຊ້ສິດອໍານາດທີ່ມີຢູ່ "ເກືອບຫມົດ" ແລ້ວ ເພື່ອສົ່ງອາວຸດ​ ແລະ​ອຸ​ປະ​ກອນ​ການ​ທະຫານ​ອື່ນໆ​ ຈາກ​ຄັງ​ອາວຸດຂອງ ທຳ​ນຽບ​ຫ້າ​ແຈໄປ​ໃຫ້.

ໂຄສົກທຳນຽບຂາວ, ທ່ານນາງ​ເຈນ ຊາ​ກີ ກ່າວໃນຖະແຫຼງການສະບັບນຶ່ງວ່າ “ຊັບພະຍາກອນເພີ່ມເຕີມທີ່ລວມ ຢູ່ໃນຮ່າງກົດໝາຍສະບັບນີ້ ຈະຊ່ວຍໃຫ້ພວກ ເຮົາສົ່ງອາວຸດເພີ່ມເຕີມ ເຊັ່ນ: ປືນໃຫຍ່, ລົດຫຸ້ມເກາະ ແລະລູກປືນ ໄປໃຫ້ ຢູເຄຣນ. ແລະພວກເຂົາເຈົ້າ ຈະຊ່ວຍພວກເຮົາ ໃນ​ການເອົາອາ​ວຸດ​ມາເຕີມໃສ່ຄັງຂອງພວກເຮົາ ແລະ ສະຫນັບສະຫນູນທະຫານສະຫະລັດໃນອານາເຂດຂອງເນ​ໂຕ."

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ອັງ​ກິດ​ກ່າວ​ໃນ​ວັນ​ພຸດ​ມື້ນີ້​ວ່າ ກອງ​ກຳ​ລັງ​ທະ​ຫານຢູ​ເຄ​ຣນ​ໄດ້​ຮັບ​ຜົນ​ສຳ​ເລັດ ​ໃນ​ການ​ນຳ​ໃຊ້​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ໂຈມ​ຕີ​ລະ​ບົບ​ປ້ອງ​ກັນ​ທາງ​ອາ​ກາດ ​ແລະ​ກຳ​ປັ່ນ​ລຳ​ລຽງ​ອາ​ວຸ​ດ​ໄປ​ເສີມ​ຂອງ​ຣັດ​ເຊຍ ໃນ​ຂະ​ນະ​ທີ່​ຣັດ​ເຊຍ​ພະ​ຍາ​ຍາມສົ່ງ​ກຳ​ລັງ ໄປ​ສະ​ໜັບ​ສະ​ໜຸນ ກອງ​ທະ​ຫານທີ່​ຮັກ​ສາ​ການ​ຢູ່​ເກາະຊ​ມີ​ນີ (Zmiinyi).

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG