ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ໃນ​ເມືອງ ຈາ​ຊິບ ຢາ ເພີ່ມ​ຂຶ້ນ​ເຖິງ 31 ຄົນ ແລະ ອີກ 5 ຄົນ​ໃນ​ເມືອງ ຄາ​ກີບ


ນັກ​ກູ້​ໄພ​ຊອກ​ຫາ​ຜູ້​ລອດ​ຊີ​ວິດ ຫຼັງ​ຈາກ​ຕຶກຫຼັງ​ນຶ່ງ​ຖືກ​ທຳ​ລາຍ​ຍ້ອນ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ​ ໃນ​ເມືອງ ຈາ​ຊິບ ຢາ, ແຂວງ ບາກ​ມຸດ, ຢູ​ເຄ​ຣນ, 10 ກໍ​ລະ​ກົດ, 2022.
ນັກ​ກູ້​ໄພ​ຊອກ​ຫາ​ຜູ້​ລອດ​ຊີ​ວິດ ຫຼັງ​ຈາກ​ຕຶກຫຼັງ​ນຶ່ງ​ຖືກ​ທຳ​ລາຍ​ຍ້ອນ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ​ ໃນ​ເມືອງ ຈາ​ຊິບ ຢາ, ແຂວງ ບາກ​ມຸດ, ຢູ​ເຄ​ຣນ, 10 ກໍ​ລະ​ກົດ, 2022.

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ຈາກ​ການ​ໂຈມ​ຕີ​ໂດຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ ໃສ່​ຕຶກ​ອາ​ພາດ​ເມັ້ນ ​ໃນ​ເມືອງ ຈາ​ຊິບ ຢາ ທາງ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ ແມ່ນ 31 ຄົນ​ໃນ​ວັນ​ຈັນ​ວານນີ້, ໃນ​ຂະ​ນະ​ທີ່​ການ​ໂຈມ​ຕີ​ອື່ນໆ​ໄດ້​ສັງ​ຫານ​ອີກ 5 ຄົນ​ໃນ​ເມືອງ ຄາ​ກີບ ທີ່​ໃຫຍ່​ເປັນ​ອັນ​ດັບ​ສອງ.

ການ​ເສຍ​ຊີ​ວິດ​ຂອງ​ພົນ​ລະ​ເຮືອນ​ໄດ້​ເນັ້ນ​ໃຫ້​ເຫັນ ​ການ​ສູນ​ເສຍ​ຊີ​ວິດ​ມະ​ນຸດ​ຈາກ​ສົງ​ຄາມ​ສຳ​ລັບ ຢູ​ເຄ​ຣນ, ເຊິ່ງ​ຕອນນີ້​ແມ່ນ​ເດືອນ​ທີ 5 ແລ້ວ. ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ ​ເມື່ອ​ຕອນ​ແລງ​ຂອງວັນ​ຈັນ​ວານນີ້​ວ່າ 9 ຄົນ​ຖືກ​ດຶງ​ອອກ​ມາ​ຈາກ​ຊາກ​ຫັກ​ພັກ​ຂອງ​ຕຶກ​ອາ​ພາດ​ເມັ້ນ. ​ແຕ່ແນວ​ໃດ​ກໍ່​ຕາມ, ພະ​ນັກ​ງານ​ກູ້​ໄພ​ເຊື່ອ​ວ່າ​ຍັງ​ມີ​ອີກຫຼາຍ​ຄົນ​ທີ່​ຕິດ​ຄ້າງ​ຢູ່​ພາຍ​ໃນ.

ຕຶກ​ອາ​ພາດ​ເມັ້ນ​ສູງ 5 ຊັ້ນ​ໄດ້​ຖືກ​ທຳ​ລາຍ​ໂດຍ​ການ​ໂຈມ​ຕີ​ຈະຫຼວດ​ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າ​ວໃນ​ນະ​ຄອນຫຼວງ ກີ​ຢິບ ເມື່ອ​ຕອນ​ເຊົ້າ​ວັນ​ຈັນ​ວານນີ້​ວ່າ ຣັດ​ເຊຍ “ມີ​ຄວາມ​ໄດ້​ປຽບ​ສູງ” ໃນ​ດ້ານ​ປືນ​ໃຫຍ່ ເຖິງ​ແມ່ນ​ຈະ​ມີ​ການ​ຂົນ​ສົ່ງ​ລູກ​ປືນ​ມູນ​ຄ່າຫຼາຍ​ພັນ​ລ້ານ​ໂດ​ລາ​ຈາກ​ລັດ​ຖະ​ບານ​ຕ​າ​ເວັນ​ຕົກ​ມາ​ໃຫ້ ຢູ​ເຄ​ຣນ ກໍ່​ຕາມ.

ເມືອງ ຈາ​ຊິບ ຢາ ແມ່ນ​ຕັ້ງ​ຢູ່​ປະ​ມານ 20 ກິ​ໂລ​ແມັດ​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ເມືອງ ຄ​ຣາ​ມາ​ຕອ​ສ, ເຊິ່ງ​ແມ່ນ​ເມືອງ​ທີ່​ຄາດ​ວ່າ​ຈະ​ເປັນ​ເປົ້າ​ໝາຍ​ທີ່​ສຳ​ຄັນ​ຂອງກອງ​ກຳ​ລັງ ຣັດ​ເຊຍ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ໄດ້​ດັນ​ອອກ​ໄປ​ທິດ​ຕາ​ເວັນ​ຕົກ​ເຂົ້າ​ສູ່​ແຂວງ ໂດ​ເນັດ​ສ໌ ຫຼັງ​ຈາກ​ໄດ້​ອ້າງ​ເອົາ​ໄຊ​ຊະ​ນະ​ເມື່ອ​ສອງ​ອາ​ທິດ​ທີ່​ຜ່ານ​ມາ ເຊິ່ງ​ຢູ່​ໃກ້​ກັບ​ແຂວງ ລູ​ຮານ​ສ໌.

ການ​ໂຈມ​ຕີ​ທີ່​ວ່າ​ນັ້ນ​ແມ່ນ​ການ​ໂຈ​ມ​ຕີ​ຄັ້ງຫຼ້າ​ສຸດ​ໃນ​ຮອບ​ສອງ​ສາມ​ອາ​ທິດ ທີ່​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ຈຳ​ນວນຫຼາຍ, ແນວ​ໃດ​ກໍ່​ຕາມ ຣັດ​ເຊຍ ໄດ້​ໂຕ້​ແຍ້ງວ່າພວກ​ເຂົາ​ມີ​ແຕ່​ແນ​ເປົ້າ​ໃສ່​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ​ຂອງ​ຢູ​ເຄ​ຣນ ເທົ່າ​ນັ້ນ. ການ​ໂຈມ​ຕີ​ເມື່ອ​ທ້າຍ​ເດືອນ​ມິ​ຖຸ​ນາ​ທີ່​ຜ່ານ​ມາ ​ໄດ້​ສັງ​ຫານ​ຢ່າງ​ໜ້ອຍ 19 ຄົນ​ຢູ່​ຫ້າງ​ຊັບ​ພະ​ສິນ​ຄ້າ​ໃນ​ເມືອງ ເຄ​ຣ​ເມັນ​ຊຸກ, ແລະ ການ​ໂຈມ​ຕີ​ໃສ່​ຕຶກ​ອາ​ພາດ​ເມັ້ນ​ແຫ່ງ​ນຶ່ງ ແລະ ສະ​ຖານ​ທີ່​ພັກ​ຜ່ອນ​ໃນ​ພາກ​ພື້ນ ໂອ​ເດ​ຊາ ຢູ່​ພາກ​ໃຕ້​ໄດ້​ສັງ​ຫານ 21 ຄົນ​ໃນ​ເດືອນນີ້.

ຂຶ້ນ​ໄປ​ພາ​ກ​ເໜືອ​ ໃນ​ເມືອງ ຄາ​ກີບ, ຜູ້​ປົກ​ຄອງ​ພາກ​ພື້ນ ທ່ານ ໂອ​ເລ ຊີ​ເນ​ຮູບອ​ຟ ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ຂອງວັນ​ຈັນ​ວານນີ້​ດ້ວຍ​ປືນ​ໃຫຍ່, ເຄື່ອງ​ຍິງ​ຈະຫຼວດຫຼາຍ​ລູກ ແລະ ລົດ​ຖັງ​ໄດ້​ເຮັດ​ໃຫ້ 31 ຄົນ​ບາດ​ເຈັບ, ລວມ​ທັງ​ເດັກ​ນ້ອຍ​ສອງ​ຄົນ, ໃນ​ການ​ໂຈມ​ຕີ​ດັ່ງ​ກ່າວ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ເວົ້າ​ວ່າ 5 ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ເມືອງ ຄາ​ກີບ ແລະ ຈະຫຼວດ​ຢ່າງ​ໜ້ອຍ 1 ລູກ​ໄດ້​ຕົກ​ຖືກ​ຕຶກ​ທີ່​ພັກ​ອາ​ໄສແຫ່ງ​ນຶ່ງ, ໂດຍ​ໄດ້​ທຳ​ລາຍ​ທາງ​ເຂົ້າ​ຂອງ​ມັນ​ຢ່າງ​ສິ້ນ​ເຊີງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG