ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຢຸດຍິງ ຢູ່ໃນຢູເຄຣນ ແມ່ນຍັງ​ເລືອນ​ລາງ ແຕ່ຄວາມພະຍາຍາມ ຂອງອົງການສະຫະປະຊາຊາດ ຍັງມີຢູ່ຕໍ່​ໄປ


ທ່ານມາຣຕິນ ກຣິຟຟິສ, ຮອງເລຂາທິການໃຫຍ່ ຮັບຜິດຊອບດ້ານມະນຸດສະທຳ ແລະຜູ້ປະສານງານເພື່ອບັນເທົາທຸກດ້ານການສຸກເສີນ, ໂອ້ລົມກັລ ອົງການຂ່າວເອພີ ໃນລະຫວ່າງ ການໃຫ້ສຳພາດ ຢູ່ໃນນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 7 ເມສາ 2022.
ທ່ານມາຣຕິນ ກຣິຟຟິສ, ຮອງເລຂາທິການໃຫຍ່ ຮັບຜິດຊອບດ້ານມະນຸດສະທຳ ແລະຜູ້ປະສານງານເພື່ອບັນເທົາທຸກດ້ານການສຸກເສີນ, ໂອ້ລົມກັລ ອົງການຂ່າວເອພີ ໃນລະຫວ່າງ ການໃຫ້ສຳພາດ ຢູ່ໃນນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 7 ເມສາ 2022.

ຫົວໜ້າອົງການດ້ານມະນຸດສະທຳຂອງສະຫະປະຊາຊາດ ທ່ານມາຣຕິນ ກຣິຟຟິສ ໄດ້ຍົກເລີກການເດີນທາງໄປຍັງປະເທດເທີກີ ຢ່າງກະທັນຫັນ ເມື່ອແລງວັນຈັນວານນີ້ ຫຼັງຈາກທີ່ທ່ານ ໄດ້ຖືກກວດ​ມີ​ຜົນເປັນບວກ ສຳລັບໂຄວິດ-19. ທ່ານໄດ້ວາງແຜນທີ່ຈະເດີນທາງອອກໄປ ໃນວັນອັງຄານມື້ນີ້ ເພື່ອພົບປະກັບປະທານາທິບໍດີ ຣີເຊັບ ໄຕຢິບ ເອີໂດອານ ໃນການປຶກສາຫາລືກ່ຽວກັບຄວາມພະຍາຍາມຂອງອັງກາຣາ ໃນການຊ່ອຍບັນລຸການຢຸດຍິງ ລະດັບໃດນຶ່ງທາງດ້ານມະນຸດສະທຳ ຢູ່ໃນຢູເຄຣນ.

ທ່ານກຣິຟຟິສ ໄດ້ກ່າວຕໍ່ບັນດານັກຂ່າວໃນຕອນເຊົ້າ ມື້ດຽວກັນນັ້ນວ່າ “ການຢຸດຍິງ ບໍ່ທັນຢູ່ໃນຂອບຟ້າເທື່ອ ໃນເວລານີ້ ແຕ່ມັນອາດເປັນໄປໄດ້ໃນສອງອາທິດຂ້າງໜ້າ. ມັນອາດຈະໃຊ້ເວລາດົນກວ່ານັ້ນ ໜ້ອຍນຶ່ງ.”

ມັນຂຶ້ນຢູ່ກັບວ່າ ບ່ອນທີ່ສົງຄາມກຳລັງມຸ້ງໜ້າໄປ ແລະການເຈລະຈາລະຫວ່າງ ຣັດເຊຍ ແລະຢູເຄຣນ ຈະໄປແນວໃດ ທ່ານໄດ້ກ່າວ ແລະວ່າ ການເຈລະຈາທັງຫຼາຍ ແມ່ນກຳລັງເກີດຂຶ້ນໃນເວລານີ້ ຢູ່ໃນລະດັບຕ່ຳ.

ທ່ານກຣິຟຟິສ ຍັງໄດ້ສະແດງຄວາມຫວັງວ່າ ບຸນອີສເຕີຂອງອໍໂທດັອກສ໌ ໃນວັນທີ 24 ເດືອນເມນານີ້ ອາດຈະສະເໜີໂອກາດ ເພື່ອໃຫ້ຢຸດຊົ່ວຄາວ.

ສ່ວນເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂທນີໂອ ກູເຕເຣສ ກໍໄດ້ໂອ້ລົມກັບປະທານາທິບໍດີຂອງເທີກີ ໃນວັນອາທິດຜ່ານມານີ້ ກ່ຽວກັບການທີ່ເທີກີ ໄດ້ເປັນເຈົ້າພາບໃນຄວາມພະຍາຍາມໄກ່ເກ່ຍ. ທ່ານກູເຕເຣສ ຍັງໄດ້ເນັ້ນໜັກເຖິງຄວາມຈຳເປັນ ສຳລັບເສັ້ນທາງດ້ານມະນຸດສະທຳ ສຳລັບການແຈກຢາຍເຄື່ອງຊ່ອຍເຫຼືອ ແລະຍົກຍ້າຍພວກພົນລະເຮືອນ. ທ່ານກຣິຟຟິສ ຕັ້ງໃຈທີ່ຈະຕິດຕາມເບິ່ງຜົນການປຶກສາຫາລືດັ່ງກ່າວ ກັບທ່ານເອີໂດອານ.

ການເດີນທາງໄປຍັງມົສກູແລະກີຢິບ ຂອງຫົວໜ້າເພື່ອການຊ່ອຍເຫຼືອ ໃນຕົ້ນເດືອນນີ້ ກໍຍັງບໍ່ໄດ້ເກີດຄວາມຫວັງໃດໆເທື່ອ ສຳລັບການຮ່ວມໄມ້ຮ່ວມມືຈາກ ມົສກູ.

ທ່ານກຣິຟຟິສ ໄດ້ເວົ້າວ່າ “ທັງຂ້າພະເຈົ້າເອງ ຫຼື ເລຂາທິການໃຫຍ່, ຖ້າຂ້າ ພະເຈົ້າເວົ້າແທນທ່ານໄດ້ ກໍຈະບໍ່ມີຄວາມເຜີ້ຝັນເລີຍ ກ່ຽວກັບວ່າ ຈະມີຄວາມກ້າວໜ້າໃນບາງສິ່ງບາງຢ່າງ ທັນທີທັນໃດໃນເລື້ອງນີ້ ຫຼືບໍ່.” ທ່ານເວົ້າອີກວ່າ “ສິ່ງທີ່ຂ້າພະເຈົ້າຕ້ອງການທີ່ຈະເຮັດ ແມ່ນກຳນົດໃຫ້ທັງສອງຝ່າຍ ອັນທີນຶ່ງໝົດ ວິໄສທັດໃນການຢຸດຍິງຢູ່ທ້ອງຖິ່ນຂອງພວກເຮົາ ຄວນເປັນແນວໃດ. ຍົກຕົວຢ່າງ ວິທີການຕິດຕາມມັນ ຈະເຮັດແນວໃດ? ອັນນັ້ນເປັນເລື້ອງທີ່ສຳຄັນ ແລະພວກເຮົາໄດ້ເຮັດວຽກມາຫຼາຍແລ້ວ ກ່ຽວກັບອັນນັ້ນ ແລະມີຄວາມພ້ອມຫຼາຍປານໃດທີ່ພວກເຮົາ ຈະກ້າວໄປໜ້າໄວທີ່ສຸດເທົ່າທີ່ຈະໄວໄດ້ ເມື່ອມີໂອກາດນີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາລາວ

XS
SM
MD
LG