ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຢູເຄຣນ ລະດົມ ກອງທະຫານສໍາຮອງ ຂະນະທີ່ແຄວ້ນ Crimea ຫັນໄປຫາຣັດເຊຍ (ວີດີໂອ/ສະໄລດ໌)


ຢູ​ເຄຣນ​ໄດ້ເອີ້ນ​ກອງ​ທະຫານ​ສຳຮອງ​ຂອງ​ຕົນ ​ເຂົ້າ​ປະ​ຈໍາ​າ
ການ ໃນ​ການ​ເຄື່ອນ​ໄຫວ​ຕອບ​ ຕໍ່​ການ​ທີ່​ສະພາແຫ່ງ​ຊາດຣັດ
ເຊຍ ​ໄດ້​ອະນຸມັດ​ໃຫ້​ລັດຖະບານ​ສົ່ງ​ທະຫານ​ຣັດ​ເຊຍ​ໄປ​ຍັງ​
ແຄວ້ນ Crimea ນັ້ນ.

ທ່ານ Andriy Paruby ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ສຸດ​ດ້ານ​ຄວາມ​ປອດ​ໄພ​ຂອງ​ຢູ​ເຄຣນ ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ການ​ລະດົມ​ກອງ​ທະຫານ​ສຳຮອງນີ້ ແມ່ນ​ເພື່ອ “ຮັບປະກັນ​ຄວາມ​ປອດ​ໄພ ແລະເຂດ​ນ້ຳ​ແດນ​ດິນ​ອັນ​ຄົບ​ຖ້ວນ ຂອງ​ຢູ​ເຄຣນ​.”

ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ໄດ້​ທຳ​ການ​ໂອ້​ລົມ​ສົນທະນາ​ ທາງ​ໂທລະສັບ​ເປັນ​ເວລາ 90 ນາທີ​ໃນ​ວັນ​ເສົາ​ວານ​ນີ້​ ກັບ​ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ເພື່ອ​ສະ​ແດງ​ໃນ​ອັນ​ທີ່​ທາງ​ທຳນຽບຂາວ ​ເອີ້ນ​ວ່າ ຄວາມ​ເປັນ​ຫ່ວງ​ກັງວົນ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ສິ່ງ​ທີ່​ກຳລັງ​ເກີດ​ຂຶໜຢູາ​ໃຢູ​ເຄຣນນັ້ນ.

Obama Warns Against Russian Intervention in Ukraine
please wait

No media source currently available

0:00 0:01:52 0:00
ລິງໂດຍກົງ


ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ທ່ານ​ໂອ​ບາ​ມາ ​ໄດ້​ກ່າວ​ຕໍ່​ປະທານາທິບໍດີຣັດ​ເຊຍ​ວ່າ ຣັດ​ເຊຍ
​ໄດ້ລະ​ເມີດ​ຕໍ່​ ອະທິປະ​ໄຕ​ຂອງ​ຢູ​ເຄຣນ ​ແລະ​ກົດໝາຍ​ນາໆ​ຊາດ ຢ່າງ​ຈະ​ແຈ້ງ. ປະທານາ
ທິບໍດີ ​ໂອ​ບາ​ມາ ກ່າວ​ວ່າ ສະຫະລັດ​ຈະ​ງົດ​ບໍ່​ເຂົ້າ​ຮ່ວມ​ໃນ​ການ​ພົບ​ປະກັນ​ຕ່າງໆ ເພື່ອກຽມ​
ການສຳລັບ​ກອງ​ປະຊຸມ​ສຸດ​ຍອດເສດຖະກິດ​ຂອງ​ກຸ່ມ G8 ​ໃນ​ປີ​ນີ້ ​ທີ່​ເມືອງ Sochi ນັ້ນ.

ພວກ​ອົງກາ​ນຂ່າວຕ່າງໆ​ຂອງຣັດ​ເຊຍ ກ່າວ​ວ່າ ທ່ານ Putin ​ໄດ້​ບອກ​ປະທານາທິບໍດີ​ສະຫະລັດ​ວ່າ ກຸງ​ມອສກູ​ສະຫງວນ​ສິດ ໃນ​ການປົກປ້ອງ​ຊາວຣັດ​ເຊຍ​ຊົນ​ກຸ່ມ​ນ້ອຍ ຖ້າ​ຫາກ​ມີ​ຄວາມຮຸນ​ແຮງ​ເກີດ​ຂຶ້ນ​ໃນ​ແຄວ້ນ Crimea ຫຼື​ພາກ​ຕາ​ເວັນ​ອອກ​ຂອງ​ຢູເຄຣນນັ້ນ.

ທ່ານ​ໂອ​ບາ​ມາ ກ່າວ​ວ່າ ຊ່ອງ​ທາງ​ທີ່​ເໝາະສົມ​ເພື່ອ​ແກ້​ໄຂ​ເລື້ອງ​ນີ້ ​ແມ່ນ​ການ​ເຂົ້າ​ພົວພັນ​ໂດຍ​ກົງ​ກັບ​ລັດຖະບານ​ຢູ​ເຄຣນ ​ແລະ​ຜ່ານ​ພວກເຈົ້າ​ໜ້າ​ທີ່ຕິດຕາມ​ເບິ່ງ​ສະຖາ​ນະ​ການ​ຂອງ​ນາໆ​ຊາດ​.

XS
SM
MD
LG