ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອີ​ຢູ ຮຽກ​ຮ້ອງ​ໃຫ້ 'ລົງ​ໂທດ​ຢ່າງ​ເຈັບ​ແສບ' ຕໍ່​ຣັດ​ເຊຍ ທີ່​ຈັດ​ການ​ລົງ​ປະ​ຊາ​ມະ​ຕິ​ແບບ​ຜິດ​ກົດ​ໝາຍ ເພື່ອ​ຮວມ​ເອົາດິນ​ແດນ​ຢູ​ເຄ​ຣນ


ເຈົ້າ​ໜ້າ​ທີ່​ຣັດ​ເຊຍ ລາດ​ຕະ​ເວນ​ຢູ່​ໃກ້ໆ​ກັບ​ອະ​ນຸ​ສາ​ວະ​ລີ​ ຜູ້​ກໍ່​ຕັ້ງ​ສະ​ຫະ​ພາບ​ໂຊ​ຫວຽດ ທ່ານ​ວ​ລາ​ດີ​ເມຍ ເລນ​ິນ ພ້ອມ​ກັບ​ປ້າຍ​ຄຳ​ຂວັນ​ທີ່​ຂຽນ​ວ່າ "ຢູ່​ກັບ​ຣັດ​ເຊຍ​ຕະ​ຫຼອດ​ການ!" ຢູ່​ທາ​ງ​ເບື້ອງ​ຫຼັງ ທີ່​ເມືອງ​ລູ​ຮານ ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 28 ກັນ​ຍາ 2022.
ເຈົ້າ​ໜ້າ​ທີ່​ຣັດ​ເຊຍ ລາດ​ຕະ​ເວນ​ຢູ່​ໃກ້ໆ​ກັບ​ອະ​ນຸ​ສາ​ວະ​ລີ​ ຜູ້​ກໍ່​ຕັ້ງ​ສະ​ຫະ​ພາບ​ໂຊ​ຫວຽດ ທ່ານ​ວ​ລາ​ດີ​ເມຍ ເລນ​ິນ ພ້ອມ​ກັບ​ປ້າຍ​ຄຳ​ຂວັນ​ທີ່​ຂຽນ​ວ່າ "ຢູ່​ກັບ​ຣັດ​ເຊຍ​ຕະ​ຫຼອດ​ການ!" ຢູ່​ທາ​ງ​ເບື້ອງ​ຫຼັງ ທີ່​ເມືອງ​ລູ​ຮານ ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 28 ກັນ​ຍາ 2022.

ເຈົ້າ​ໜ້າ​ທີ່​ສະ​ຫະ​ພາບ​ຢູ​ໂຣບ ​ຮຽກ​ຮ້ອງ​ໃນ​ວັນ​ພຸດ​ວານນີ້ “ໃຫ້​ທຳ​ການ​ລົງ​ໂທດ​ຢ່າງ​ເຈັບ​ແສບ” ຕໍ່​ການ​ຄ້າ​ຂອງ​ຣັດ​ເຊຍ ໂດຍ​ໄດ້​ກ່າວ​ໂຈມ​ຕີ​ມົ​ສ​ກູ ໃນ​ການ​ຈັດ “ການ​ລົງ​ປະ​ຊາ​ມະ​ຕິ​ແບບ​ຫຼອກ​ລວງ” ໃນ​ຢູ​ເຄ​ຣນ ເພື່ອ​ເປັນ ການແອບ​ອ້າງ​ໃນ​ການ​ຢຶດ​ເອົາ​ດິນ​ແດນ​ແບບ​ຜິດ​ກົດ​ໝາຍ ສຳ​ລັບ​ປ່ຽນ​ແປງ​ເຂດ​ຊາຍ​ແດນ​ກັບ​ປະ​ເທດ​ເພື່ອນ​ບ້ານ.

ປະ​ທານ​ກຳ​ມາ​ທິ​ການ​ຢູ​ໂຣບ ທ່ານ​ນາງ​ເອີ​ຊູ​ລາ ວອນ ເດິ ເລ​ເຢັນ ກ່າວ​ວ່າ ​ການ​ລົງ​ປະ​ຊາ​ມະ​ຕິ​ທີ່ວັງ​ເຄ​ຣັມ​ລິນ​ເປັນ​ຜູ້​ວາງ​ແຜນ​ຢູ່​ເບື້ອງ​ຫຼັງ​ ຢູ່​ໃນ 4 ເຂດ​ຂອງ​ຢູ​ເຄ​ຣນ ເພື່ອ​ຮວມ​ເຂົ້າ​ເປັນ​ດິນ​ແດນ​ຂອງ​ປະ​ເທດ​ຣັດ​ເຊຍນັ້ນ “ແມ່ນ​ເປັນ​ຄວາມ​ພະ​ຍາ​ຍາມ​ທີ່​ຜິດ​ກົດ​ໝາຍ​ເພື່ອ​ຍຶດ​ເອົາ​ດິນ​ແດນ​ແລະ​ປ່ຽນ​ຊາຍ​ແດນລະ​ຫວ່າງ​ປະ​ເທດ​ດ້ວຍ​ການ​ໃຊ້​ກຳ​ລັງ.”

ຣັດ​ເຊຍ​ກ່າວ​ວ່າ ຜົນ​ຂອງ​ການ​ປ່ອນ​ບັດ​ໃນ​ໄລ​ຍະ 5 ມື້​ທີ່​ຜ່ານ​ມານີ້ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ເຫັນ​ພ້ອມ​ກັບ​ການ​ຮວມ​ເຂົ້າ​ເປັນ​ສ່ວນ​ນຶ່ງ​ຂອງ​ຣັດ​ເຊຍ ແຕ່​ການ​ລົງ​ປະ​ຊາ​ມະ​ຕິ​ດັ່ງ​ກ່າວ ແມ່ນ​ໄດ້​ຖືກ​ປະ​ຕິ​ເສດ​ຢ່າງ​ເປັນ​ລະ​ບົບ​ຈາກ​ຢູ​ເຄ​ຣນ ສະ​ຫະ​ລັດ​ແລະ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ຕ​າ​ເວັນ​ຕົກ.

ທ່ານ​ນາງວອນ ເດິ ເລ​ເຢັນ ກ່າວ​ວ່າ ສະ​ຫະ​ພາບ​ຢູ​ໂຣບ​ກຳ​ລັງ​ວາງ​ແຜນ “ທີ່​ຈະ​ຫ້າມ​ການ​ນຳ​ເຂົ້າ​ຮອບ​ໃໝ່​ຕໍ່​ຜະ​ລິດ​ຕະ​ພັນ​ຂອງ​ຣັດ​ເຊຍ” ແລະ​ຈະ​ຂະ​ຫຍາຍ​ການ​ຫ້າມ​ໃນ​ການ​ສົ່ງ​ອອກ “ເພື່ອ​ບໍ່​ໃຫ້​ວັງ​ເຄ​ຣັມ​ລິນ​ໄດ້​ຮັບ​ເທັກ​ໂນ​ໂລ​ຈີ​ທີ່​ສະ​ຫຼັບ​ຊັບ​ຊ້ອນ​ສຳ​ຄັນໆ​ທາ​ງ​ດ້ານ​ການ​ທະ​ຫານ.”

ທ່ານ​ນາງວອນ ເດິ ເລ​ເຢັນ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ນະ​ຄອນ​ບ​ຣັ​ສ​ເຊີ​ລ​ສ໌​ວ່າ “ນີ້ແມ່ນ​ເພື່ອ​ບໍ່​ໃຫ້​ຜະ​ລິດ​ຕະ​ພັນ​ຂອງ​ຣັດ​ເຊຍ​ເຂົ້າ​ມາ​ເຖິງ​ຕະ​ຫຼາດ​ຂ​ອງ​ຢູ​ໂຣບ​ແລະ​ບໍ່​ໃຫ້​ຣັດ​ເຊຍ​ໄດ້​ຮັບ​ເງິນ​ລາຍ​ໄດ້ຕື່ມ​ອີກ 7 ຕື້​ຢູ​ໂຣ.” ສະ​ຫະ​ພາບ​ຢູ​ໂຣບ​ທີ່​ມີ​ສະ​ມາ​ຊິກ 27 ປະ​ເທດ ຕ້ອງ​ໄດ້​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ການ​ລົງ​ໂທດ​ດັ່ງ​ກ່າວ ເພື່ອ​ຈະ​ໃຫ້​ມີ​ຜົນ​ບັງ​ຄັບ​ໃຊ້ ແລະ​ສະ​ຫະ​ພາບ​ຢູ​ໂຣບ​ແມ່ນ​ໄດ້​ມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ບັນ​ລຸ​ຂໍ້​ຕົກ​ລົງ​ໃນ​ການ​ລົງ​ໂທດ​ຈຳ​ນວນ​ນຶ່ງ​ກ່ອນ​ໜ້ານີ້.

ທ່ານ​ນາງ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ໄດ້​ຕັດ​ສິນ​ໃຈ​ແລ້ວ ທີ່​ຈະ​ເຮັດ​ໃຫ້​ວັງ​ເຄ​ຣັມ​ລິນ​ຕ້ອງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໃນ​ລາ​ຄາ​ແພງ​ສຳ​ລັບ​ການ​ດຳ​ເນີນ​ການ​ເພີ້ມ​ຕື່ມ.” ຣັດ​ເຊຍ​ອາດ​ສາ​ມາດ​ປະ​ກາດ​ຮວມ​ເອົາ​ດິນ​ແດນ​ຂອງ​ຢູ​ເຄ​ຣນ​ໄດ້​ປະ​ມານ 15 ເປີ​ເຊັນ​ຂອງ​ດິນ​ແດນ​ທັ​ງ​ໝົດ ໃນ​ໄລ​ຍະ​ສອງ​ສາມມື້​ຂ້າງ​ໜ້ານີ້ ແລະ​ຫຼັງ​ຈາກນັ້ນ​ກໍ​ກ່າວ​ອ້າງວ່າ ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ໃດໆ​ກໍ​ຕາມ​ຂອງ​ກີ​ຢິບ ທີ່​ຈະ​ຢຶດ​ເອົາ​ດິນ​ແດນ​ຄືນ​ໂດຍ​ການ​ໃຊ້​ກຳ​ລັງ ຈະ​ຖື​ວ່າ​ເປັນ​ການ​ໂຈມ​ຕີ​ຕໍ່​ປະ​ເທດ​ຣັດ​ເຊຍ.

ຫົວ​ໜ້າ​ດ້ານ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ອີ​ຢູ ທ່ານ​ໂຈ​ເຊັບ ບໍ​ແຣ​ລ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ນາໆ​ຊາດ ບໍ່​ໃຫ້​ຮັບ​ຮູ້​ການ​ລົງ​ປະ​ຊາ​ມະ​ຕິ​ດັ່ງ​ກ່າວນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG