ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ​ູ​ເຄ​ຣນ ຮຽກ​ຮ້ອງ​​ໃຫ້​ໂດດ​ດ່ຽວ ຣັດ​ເຊຍ, ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ເພີ່ມ​ເຕີມ ​ສຳ​ລັບ ກອງ​ກຳ​ລັງ ຢູ​ເຄ​ຣນ


ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງວິ​ດີ​ໂອ ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ ສະ​ຫະ​ປະ​ຊາ​ຊາດ, 27 ກັນ​ຍາ, 2022.
ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງວິ​ດີ​ໂອ ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ ສະ​ຫະ​ປະ​ຊາ​ຊາດ, 27 ກັນ​ຍາ, 2022.

ຢູ​ເຄ​ຣນ ໄດ້​ຮຽກ​ຮ້ອງ​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູ​ນ ຂອງ​ເຂົາ​ເຈົ້າ ​ໃນ​ວັນ​ພຸດ​ວານນີ້ ເພື່ອ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ຕໍ່ ຣັດ​ເຊຍ ວ່າ “ການ​ພະ​ຍາ​ຍາມ​ທີ່​ຈະ​ເຂົ້າ​ຍຶດ​ຄອງ​ຂອງ​ເຂົາ​ເຈົ້າ, ການ​ຂົ່ມ​ຂູ່ ແລະ ການ​ເຕືອນ​ຄັ້ງ​ສຸດ​ທ້າຍ​ຂອງ​ເຂົາ​ເຈົ້າ” ມີ​ແຕ່​ຈະ​ນຳ​ເອົາ​ການ​ສະ​ໜັບ​ສະ​ໜູນ​ມາ​ສູ່​ຝ່າຍ ຢູ​ເຄ​ຣນ ຫຼາຍ​ຂຶ້ນ ໃນ​ຄວາມ​ຂັດ​ແຍ້ງ​ ທີ່​ເລີ່ມ​ຂຶ້ນ​ດ້ວຍ​ການ​ບຸກ​ລຸກ ຢູ​ເຄ​ຣນ ໂດຍກອງ​ກຳ​ລັງ ຣັດ​ເຊຍ ໃນ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ.

ກະ​ຊວງ​ການ​ຕ່າງ​ປະ​ເທດ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ຢູ​ເຄ​ຣນ ຂໍ​ຮຽກ​ຮ້ອງ​ສະ​ຫະ​ພາບ​ຢູ​ໂຣບ, ອົງ​ການ NATO ແລະ ກຸ່ມ 7 ປະ​ເທດ ໃຫ້​ຂະ​ຫຍາຍ​ຄວາມ​ກົດ​ດັນ​ຕໍ່ ຣັດ​ເຊຍ ໃນ​ທັນ​ທີ ແລະ ຢ່າງ​ແນ່ນອນ, ລວມ​ທັງ​ດ້ວຍ​ການ​ວາງ​ມາດ​ຕະ​ການ​ລົງ​ໂທ​ດ​ທີ່​ຮຸນ​ແຮງ​ໃໝ່, ແລະ ຂະ​ຫຍາຍການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ຕໍ່ ຢູ​ເຄ​ຣນ ຢ່າງຫຼວງຫຼາຍ, ລວ​ມ​ທັງ​ສະ​ໜອງ​ລົດ​ຖັງ, ເຮືອ​ບິນ​ລົບ, ລົດ​ຫຸ້ມ​ເກາະ, ປືນ​ໃຫຍ່​ຍິງ​ໄລ​ຍະ​ໄກ, ອຸ​ປະ​ກອນ​ຕໍ່​ຕ້ານ​ເຮືອ​ບິນ ແລະ ລະ​ບົບປ້ອງ​ກັນ​ລູກ​ສອນ​ໄຟ.”

ການ​ຂໍ​ຮ້ອງ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ນຶ່ງວັນຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ ສະ​ຫະ​ປະ​ຊາ​ຊາດ​ວ່າ ຣັດ​ເຊຍ ຕ້ອງ​ຖືກ​ໂດດ​ດ່ຽວ​ຈາກ​ສາ​ກົນ ​ສຳ​ລັບ​ການ​ລົງ​ປະ​ຊາ​ມະ​ຕິຫຼອກ​ລວງ​ຂອງ​ເຂົາ​ເຈົ້າ​ໃນ​ປະ​ເທດ​ຂອງ​ທ່ານ.

ທ່ານ​ໄດ້​ກ່າວ​ທາງວິ​ດີ​ໂອ​ວ່າ “ມັນ​ມີ​ພຽງ​ວິ​ທີ​ດຽວ​ທີ່​ຈະ​ຢູ່​ທັງ​ໝົດ​ນີ້. ທຳ​ອິດ, ມັນ​ຕ້ອງ​ມີ​ການ​ໂດດ​ດ່ຽວ ຣັດ​ເຊຍ ຢ່າ​ງ​ສິ້ນ​ເຊີງ ໃນ​ການ​ຕອບ​ໂຕ້​ຕໍ່​ທຸກ​ຢ່າງ​ທີ່​ເຂົາເຈົ້າ​ເຮັດ.”

ທ່ານ​ໄດ້​ກ່າວ​ວ່າ “ມາ​ດ​ຕະ​ການ​ລົງ​ໂທດ​ເພີ່ມ​ເຕີມ​ຄວນ​ຖືກວາງ​ໃສ່ ມົ​ສ​ກູ, ແລະ ເຂົາ​ເຈົ້າ​ຄວນ​ຖືກ​ຖອນ​ສິດ​ກາ​ນ​ຍັບ​ຢັ້ງ​ຢູ່​ສະ​ພາ​ຄວາມ​ໝັ້ນ​ຄົງ ສະ​ຫະ​ປະ​ຊາ​ຊາດ ແລະ ຖືກ​ຫ້າມ​ຈາກ​ສະ​ຖາ​ບັນ​ສາ​ກົນ​ທັງ​ໝົດ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ເຕືອນ ກ່ຽວ​ກັບ ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ເຂົ້າ​ຍຶດ​ຄອງ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ “ການ​ເຂົ້າ​ຍຶດ​ຄອງ​ເຂດ​ແດນ​ທີ່​ຖືກ​ຍຶດ​ໄດ້ ແມ່ນ​ການ​ລ່ວງ​ລະ​ເມີດ​ທີ່​ໂຫດ​ຮ້າຍ​ທີ່​ສຸດ​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ. ນີ້​ແມ່ນ​ການ​ພະ​ຍາ​ຍາມ​ທີ່​ຈະ​ລັກ​ຂະ​ໂມຍ​ເອົາ​ເຂດ​ແດນ​ຂອງ​ປະ​ເທດ​ອື່ນ. ນີ້​ແມ່ນ​ການ​ພະ​ຍາ​ຍາມ​ທີ່​ຈະ​ລຶບ​ກົດ​ເກນ​ຂອງ​ກົດ​ໝາຍ​ສາ​ກົນ.”

ຖ້າ ມົ​ສ​ກູ ເຂົ້າ​ຍຶດ​ຄອງ​ເຂດ​ແດນ​ພວກນີ້. ມັນ​ “ຈະ​ໝາຍ​ຄວາມ​ວ່າ​ມັນ​ບໍ່​ມີ​ຫຍັງ​ທີ່​ຈະເວົ້າ​ ກ່ຽວ​ກັບ ປະ​ທາ​ນາ​ທິ​ບໍ​ດີ​ຂອງ ຣັດ​ເຊຍ ອີກ​ຕໍ່​ໄປ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG