ນາຍພົນຄົນສຳຄັນຂອງສະຫະລັດ ກະປະມານໃນວັນພຸດວານນີ້ວ່າ ມີທະຫານຣັດເຊຍຫຼາຍກວ່າ 100,000 ຄົນ ຖືກຂ້າຕາຍແລະໄດ້ຮັບບາດເຈັບໃນຢູເຄຣນ ແລະກ່າວຕື່ມວ່າ ກອງທັບຢູເຄຣນກໍ “ອາດຈະ” ໄດ້ຮັບບາດເຈັບແລະເສຍຊີວິດຢູ່ໃນລະດັບປານໆກັນຢູ່ໃນສົງຄາມ ອີງຕາມລາຍງານ ຂອງອົງການຂ່າວຣອຍເຕີ້.
ການກະປະມານດັ່ງກ່າວຍັງບໍ່ທັນໄດ້ຮັບການຢຶນຢັນຢ່າງເປັນອິດສະຫຼະໂດຍອົງການຂ່າວຣອຍເຕີ້.
ແຕ່ການໃຫ້ຄວາມເຫັນຂອງນາຍພົນມິລລີ ແມ່ນເປັນການກະປະມານໃນຈຳນວນທີ່ສູງສຸດ ກ່ຽວກັບການບາດເຈັບລົ້ມຕາຍ ໂດຍສະຫະລັດ ມາຈົນຮອດເວລານີ້ ໃນບັນຫາຂັດແຍ້ງທີ່ດຳເນີນມາເປັນເວລາເກືອບ 9 ເດືອນ ແລະມີຂຶ້ນໃນຂະນະທີ່ຢູເຄຣນ ແລະຣັດເຊຍ ປະເຊີນກັບຄວາມເປັນໄປໄດ້ໃນການຢຸດສູ້ລົບລະດູໜາ ທີ່ພວກນັກຊ່ຽວຊານກ່າວວ່າ ອາດເປີດໂອກາດໃຫ້ມີການເຈລະຈາກັນໃນຮູບໃດຮູບນຶ່ງ.
ເມື່ອມີການຖາມກ່ຽວກັບໂອກາດທາງດ້ານການທູດຢູ່ໃນຢູເຄຣນ ນາຍພົນມິລລີໃຫ້ຂໍ້ສັງເກດວ່າ ການຕອບປະຕິເສດໃນຕອນຕົ້ນໆໃນສົງຄາມໂລກຄັ້ງທີ 1 ມີສ່ວນເຮັດໃຫ້ເກີດຄວາມທຸກທໍລະມານສຳລັບມະນຸດແລະນຳໄປສູ່ການເສຍຊີວິດຂອງຫຼາຍໆລ້ານຄົນຕື່ມອີກ.
ທ່ານມີລລີ ກ່າວຕໍ່ສະໂມສອນນັກເສດຖະສາດທີ່ນະຄອນນິວຢອກວ່າ “ດັ່ງນັ້ນເມື່ອມີໂອກາດໃນການເຈລະຈາ ເມື່ອສັນຕິພາບສາມາດບັນລຸໄດ້ ຄວ້າເອົາໂອກາດນັ້ນໂລດ.”
ໃນຕອນເຊົ້າຂອງວັນພຸດວານນີ້ ຣັດເຊຍໄດ້ປະກາດວ່າ ມີການຖອນທະຫານຂອງຕົນອອກຈາກແຄມຝັ່ງຕາເວັນຕົກຂອງແມ່ນ້ຳດນິບໂປຣ ໃກ້ໆກັບເມືອງເຄີຊອນ ຊຶ່ງເປັນຫົວເມືອງຍຸດທະສາດ ໃນພາກໃຕ້ຂອງປະເທດຢູເຄຣນ ຊຶ່ງເປັນການປະສົບກັບການພ່າຍແພ້ທີ່ສຳຄັນສຳລັບມົສກູ ແລະອາດເປັນບາດລ້ຽວທີ່ສຳຄັນຂອງສົງຄາມ.
ພວກນັກຊ່ຽວຊານບາງຄົນກ່າວວ່າ ການພ່າຍແພ້ຮອບຫຼ້າສຸດຂອງມົສກູ ອາດຈະອຳນວຍໃຫ້ຢູເຄຣນເປີດການເຈລະຈາ ຈາກທ່າທີທີ່ເຂັ້ມແຂງ ໃນຂະນະທີ່ຫຼາຍຄົນໂຕ້ຖຽງວ່າ ຣັດເຊຍອາດຈະໃຊ້ການເຈລະຈາເພື່ອຂ້າເວລາ ໃນການປັບໂຕແລະປັບປຸງກຳລັງຂອງຕົນໃໝ່ ສຳລັບເປີດສາກໂຈມຕີໃນລະດູໃບໄມ້ປົ່ງ.