ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄ​ຣນ ແລະ ແບ​ລ​ຈຽມ ປະ​ກາດ​ຂໍ້​ຕົກ​ລົງ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ 1 ຕື້​ໂດ​ລາ​ ດ້ວຍ​ການ​ສັນ​ຍາ​ຈະ​ມອບ​ເຮືອ​ບິນ​ລົບ F-16 ໃຫ້ 30 ລຳ


ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ, ຊ້າຍ, ຈັບ​ມື​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແບ​ລ​ຈຽມ ທ່ານ ອາ​ເລັກ​ແຊນ​ເດີ ເດິ ຄ​ຣູ ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັນ​ຢູ່​ທຳ​ນຽບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌, ແບ​ລຈຽມ, 28 ພຶດ​ສະ​ພາ 2024.
ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ, ຊ້າຍ, ຈັບ​ມື​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແບ​ລ​ຈຽມ ທ່ານ ອາ​ເລັກ​ແຊນ​ເດີ ເດິ ຄ​ຣູ ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັນ​ຢູ່​ທຳ​ນຽບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌, ແບ​ລຈຽມ, 28 ພຶດ​ສະ​ພາ 2024.

ຢູ​ເຄ​ຣນ ໄດ້​ຮັບຫຼາຍກວ່າ 1 ຕື້​ໂດ​ລາ​ໃນ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ໃໝ່​ຈາກ​ປະ​ເທດ ແບ​ລ​ຈຽມ ໃນ​ຂໍ້​ຕົກ​ລົງ​ສະ​ບັບ​ນຶ່ງ​ໃນ​ວັນ​ອັງ​ຄານມື້ນີ້​ທີ່​ລວມ​ມີ​ການ​ນຳ​ສົ່ງ​ເຮືອ​ບິນ​ລົງ F-16 ສາມ​ສິບ​ລຳ.

ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ໄປ​ຢ້ຽມ​ຢາມ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌ ໃນ​ການ​ເດີນ​ທາງ​ທີ່​ລວມ​ມີ​ການ​ຢຸດ​ແວ່​ໃນ​ປະ​ເທດ ສ​ເປນ ແລະ ປອກ​ຕຸຍ​ການ ເພື່ອ​ຊອກ​ຫາ​ການ​ຊ່ວຍ​ເຫຼືອ​ໃໝ່ ​ມາ​ຕໍ່​ສູ້​ກັບ​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ ທີ່​ໄດ້​ເລີ່ມ​ຂຶ້ນ​ໃນ​ຕົ້ນ​ປີ 2022.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ X ວ່າ “ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ຈະ​ຮັບ​ປະ​ກັນ​ການ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ປອດ​ໄພ​ຂອງ ແບ​ລ​ຈຽ​ມ ຢ່າງ​ທັນ​ເວ​ລາ, ລົດ​ຫຸ້ມ​ເກາະ, ອຸ​ປະ​ກອນ​ເພື່ອ​ບັນ​ລຸ​ຄວາມ​ຕ້ອງ​ການ​ຂອງກອງ​ທັບ​ອາ​ກາດ ແລະ ລະ​ບົບ​ປ້ອງ​ກັນ​ອາ​ກາດ​ຂອງ ຢູ​ເຄ​ຣນ, ຄວາມ​ໝັ້ນ​ຄົງ​ທາງ​ທະ​ເລ, ການ​ເກັບ​ກູ້​ລະ​ເບີດ​ຝັງ​ດິນ, ການ​ເຂົ້າ​ຮ່ວມ​ໃນ​ພັນ​ທະ​ມິດ​ລູກ​ປືນ​ໃຫຍ່ ແລະ ການ​ຊ້ອມ​ລົບ.”

ຜູ້​ນຳ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ຂໍ້​ຕົກ​ລົງ​ສິບ​ປີ​ດັ່ງ​ກ່າວ​ຍັງ​ລວມ​ມີ​ການ​ຮ່ວມ​ມື​ກັບ​ ແບ​ລ​ຈຽມ ກ່ຽວ​ກັບ ການ​ສືບ​ລັບ, ການ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ, ຕອບ​ໂຕ້​ການ​ບິດ​ເບືອນ​ຂໍ້​ມູນ ແລະ ອຸດ​ສາ​ຫະ​ກຳປ້ອງ​ກັນ​ປະ​ເທດ.

ຢູ​ເຄ​ຣນ ແລະ ສ​ເປນ ໄດ້​ປະ​ກາດ​ຂໍ້​ຕົກ​ລົງ​ສະ​ບັບ​ນຶ່ງ​ໃນ​ວັນ​ຈັນ​ວານນີ້​ສຳ​ລັບ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ມູນ​ຄ່າ 1.1 ຕື້​ໂດ​ລາ​ໃນ​ປີນີ້ ແລະ ຫຼາຍກວ່າ 5 ຕື້​ໂດ​ລາ​ໃນ​ປີ 2027, ດ້ວຍ ສ​ເປນ ຈະ​ນຳ​ສົ່ງ​ລົດ​ຖັງ ເລັບ​ປາດ ແລະ ລູກ​ປືນ​ໃຫຍ່​ໄປ​ໃຫ້ ຢູ​ເຄ​ຣນ.

ຢູ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ນະ​ຄອນຫຼວງ ມາດ​ຣິດ, ທ່ານ ເຊ​ເລັນ​ສ​ກີ ໄດ້​ຮຽກ​ຮ້ອງ​ບັນ​ດາ​ພັນ​ທ​ະ​ມິດ​ຕາ​ເວັນ​ຕົກ​ໃຫ້​ອະ​ນຸ​ຍາດ ຢູ​ເຄ​ຣນ ໂຈມ​ຕີ​ເປົ້າ​ໝາຍ​ທາງ​ທະ​ຫານ​ຕ່າງໆ​ຢູ່​ໃນ ຣັດ​ເຊຍ ດ້ວຍ​ອາ​ວຸດ​ໄລ​ຍະ​ໄກ​ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍ​ຕ​າ​ເວັນ​ຕົກ​ໃນ​ການ​ປ້ອງ​ກັນ​ຕົນ​ເອງ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຕ້ອ​ງ​ເຮັດ​ວຽກ​ຮ່ວມ​ກັນ ແລະ ທຳ​ຄວາມ​ກົດ​ດັນ​ບໍ່​ພຽງ​ແຕ່​ຕໍ່ ຣັດ​ເຊຍ ເທົ່າ​ນັ້ນ, ແຕ່​ຕໍ່​ບັນ​ດາ​ຄູ່​ຮ່ວມ​ມື​ຂອງ​ພວກ​ເຮົາ ເພື່ອ​ໃຫ້​ເຮົາ​ມີ​ໂອ​ກາດ​ທີ່​ຈະ​ປ້ອງ​ກັນ​ຕົນ​ເອງ​ຕໍ່ ຣັດ​ເຊຍ,” ທ່ານ​ເວົ້າ​ຕື່ມ​ວ່າ ຢູ​ເຄ​ຣນ ຕ້ອງ​ການ​ລະ​ບົບ​ປ້ອງ​ກັນ​ທາງ​ອາ​ກາດ ເພື່ອ​ປ້ອງ​ກັນ​ຕົນ​ເອງ​ຈາກ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ທາງ​ອາ​ກາດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG