ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຢູເຄຣນ ເລີ້ມກວດກາ ລົດຂົນສົ່ງ ການຊ່ວຍເຫລືອ ຈາກ ຣັດເຊຍ (ວີດີໂອ/ສະໄລດ໌)


ຢູເຄຣນກ່າວ​ວ່າ ພວກຕຳຫຼວດຊາຍ​ແດນ​ຂອງ​ຕົນ ​ແລະເຈົ້າ
ໜ້າທີ່​ພາສີຂອງຕົນ ເລີ້ມ​ກວດກາ​ຂະ​ບວນລົດ​ຂົນ​ສົ່ງ​ຂອງຣັດ
​ເຊຍທີ່​ມົສກູກ່າວ​ວ່າ ນຳ​ເອົາ​ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດ​ສະ
​ທຳ​ ໄປໃຫ້​ເຂດພາກ​ຕາ​ເວັນ​ອອກ ​ຂອງຢູ​ເຄຣນ ທີ່ປະສົບກັບ
ໄພສົງຄາມນັ້ນ.

ຢູ​ເຄຣນ ​ໄດ້ປະຕິ​ເສດ​ບໍ່​ອະນຸຍາດ​ໃຫ້ ລົດ​ຂົນ​ສົ່ງ​ເກືອບ 300
ຄັນ​ເຂົ້າ​ມາ​ໃນ​ປະ​ເທດເນຶ່ອງຈາກ​ມີຄວາມ​ຢ້ານ​ກົວ​ວ່າ ຣັດ​ເຊຍ
ອາດ​ຈະ​ໃຊ້​ຂະ​ບວນການ​ຂົນ​ສົ່ງດັ່ງ​ກ່າວເປັນສາກ​ບັງ​ໜ້າ ​ເພື່ອ
ທຳການ​ລຸກ​ລານ​ຢ່າງ​ເຕັມ​ອັດຕານັ້ນ.

Russian Convoy Enroute to Ukraine Raises Suspicions in Ukraine, West
please wait

No media source currently available

0:00 0:03:02 0:00

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ນະຄອນ Kyiv ​ໄດ້​ກ່າວ​ວ່າ ມີແຕ່ຂະ​ບວນລົດ​ຂົນ​ສົ່ງ​ເຄື່ອງເທົ່ານັ້ນ
ຈະ​ໄດ້ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປໃນຢູ​ເຄຣນຫລັງຈາກກ່ອນອື່ນໝົດໄດ້ຖືກ​ກວດກາ​ໂດຍ
ສະພາກາ​ແດ​ງ.

ບັນດາ​ເຈົ້າໜ້າ​ທີ່​ອົງການບັນເທົາທຸກ​ສາກົນ ກ່າວ​ວ່າ ສ່ວນ​ໃຫຍ່​ຂອງພາກ​ຕາ​ເວັນອອກ
ຂອງຢູ​ເຄຣນ ຮວມ​ທັງເມືອງ Donetsk ​ແລະ Luhansk ແມ່ນຂາດ​ເຂີນ​ຢາ​ປົວພະຍາດ
ນໍ້າ​ ກິນນ້ຳໃຊ້ ແລະ​ໄຟຟ້າ ​ໃນ​ຂະນະ​ທີ່​ ກໍາ ລັງຂອງລັດຖະບານ​ຢູ​ເຄຣນພວມບຸກໂຈມຕີ​
ທີ່ແນໃສ່​ການກໍ່ກະບົດຂອງພວກແບ່ງແຍກດິນແດນ ທີ່​ນິຍົມຣັດເຊຍ.

​ໃນ​ຂະນະ​ດຽວ​ກັນ ພວກ​ແບ່ງ​ແຍກ​ດິນ​ແດນທີ່ນິຍົມຣັດເຊຍ ຂັ້ນ​ສູງ​ສຸດສອງ​ຄົນ​ທີ່ພວມ​
ຕໍ່ສູ້​ກັບກຳລັງ​ຢູ​ເຄຣນ​ ໃກ້​ກັບ​ຊາຍ​ແດນຣັດ​ເຊຍນັ້ນ ໄດ້ລາອອກ​ໃນ​ວັນ​ພະຫັດ​ວານ​ນີ້
​ໃນ​ຂະນະ​ທີ່​ທະຫານ​ຢູ​ເຄຣນ ຍິງຖະຫຼົ່ມຫລາຍ​ເຂດ​ໃກ້​ກັບ​ເມືອງ​ Luhansk ​ແລະ
Donetsk ທີ່​ພວກ​ກະບົດ​ຍຶດ​ຄອງຢູ່ນັ້ນ.

UKRAINE UPD VO
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG