ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນຂໍ​ການ​ຊ່ວຍ​ເຫລືອ​ເພີ້ມ ຂະ​ນະ ຜູ້ນ​ຳ​ກຸ່ມ​ເນ​ໂຕ້ ປະ​ຊຸມ​ກັນ ທີ່ນະ​ຄອ​ນ​ຫລວງ​ບ​ຣັ​ສ​ເຊີ​ລ​ສ໌


ຊາຍ​ຄົນ​ນຶ່ງ​ຂົນ​ເຄື່ອງ​ອອກ​ມາ​ຈາກ​ເຮືອນ​ຫລັງ​ນຶ່ງ​ທີ່​ຖືກ​ທຳ​ລາຍ​ຢູ່ເມືອງ Zhytomyr ທາງ​ພາກ​ເໜືອ​ຂອງ​ຢູ​ເຄ​ຣນ​ໃນ​ວັນ​ທີ 23 ມີ​ນາ, 2022
ຊາຍ​ຄົນ​ນຶ່ງ​ຂົນ​ເຄື່ອງ​ອອກ​ມາ​ຈາກ​ເຮືອນ​ຫລັງ​ນຶ່ງ​ທີ່​ຖືກ​ທຳ​ລາຍ​ຢູ່ເມືອງ Zhytomyr ທາງ​ພາກ​ເໜືອ​ຂອງ​ຢູ​ເຄ​ຣນ​ໃນ​ວັນ​ທີ 23 ມີ​ນາ, 2022

ບັນດາຜູ້ນຳຂອງອົງການເນໂຕ້ ກໍາລັງປະຊຸມກັນໃນວັນພະຫັດມື້ນີ້ ທີ່ນະ​ຄອ​ນ​ຫລວງ​ບ​ຣັ​ສ​ເຊີ​ລ​ສ໌ ເພື່ອປຶກສາຫາລືກັນ​ກ່ຽ​ວ​ກັບການຕອບໂຕ້ໄລຍະສັ້ນ ແລະ ໄລຍະຍາວຕໍ່ການບຸກ​ລຸກຂອງຣັດເຊຍຕໍ່ຢູເຄຣນທີ່​ມີ​ມາໄດ້ນຶ່ງເດືອນແລ້ວ ແລະພວກເພິ່ນມີກຳນົດຈະໄດ້ຍິນຄຳຮ້ອງຂໍໂດຍກົງຈາກປະທານາທິບໍດີຢູເຄຣນ ໂວ​ໂລ​ດິ​ເມຍ ເຊ​ເລັນ​ສ໌​ກີ ເພື່ອຂໍເອົາຄວາມຊ່ວຍເຫຼືອເພີ່ມເຕີມ.

ກ່ອນ​ການ​ພົບ​ປະ​ດັ່ງກ່າວ, ທ່ານເຊ​ເລັນ​ສ໌​ກີ​ ໄດ້​ໃຊ້​ຂໍ້​ຄວາມ​ທາງ​ວີ​ດີ​ໂອສົ່ງ​ອອກ​ໄປເປັນ​ພາສາ​ອັງກິດ ​ເພື່ອ​ຂໍຮ້ອງບັນດາ​ສະມາຊິກເນ​ໂຕ້ໃຫ້ເອົາ​ການສະ​ໜັບ​ສະ​ໜູນ​ “ຢ່າງ​ມີ​ປະສິດທິ​ຜົນ ​ແລະບໍ່​ມີ​ການ​ຈຳກັດ”, ລວມທັງ​ອາວຸດ​ໃຫ້​ແກ່​ກຳລັງທະ​ຫານຢູ​ເຄ​ຣນ.

​ທ່ານເຊ​ເລັນ​ສ໌​ກີຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ໃນ​ທົ່ວ​ໂລກ​ຈັດ​ການ​ປະ​ທ້ວງ​ຕໍ່​ຕ້ານ​ການ​ບຸກ​ລຸກ​ຂອງ​ຣັດ​ເຊຍ​.

"ຈົ່ງມາພ້ອມກັບສັນຍາລັກ ຂອງຢູ​ເຄ​ຣນ ເພື່ອສະຫນັບສະຫນູນຢູ​ເຄ​ຣນ, ສະ ຫນັບສະຫນູນເສລີພາບ, ສະຫນັບສະຫນູນຊີວິດຄົນ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານເຊ​ເລັນ​ສ໌​ກີ. ທ່ານ​ກ່າວ​ຕໍ່​ໄປວ່າ "ໂປດ​ຈົ່ງໄປທີ່ຈະ​ຕຸ​ລັດ​ຂອງ​ພວກ​ທ່ານ, ໄປຢູ່​ຕາມຖະຫນົນຫົນ​ທາງຂອງພວກ​ທ່ານ, ຈົ່ງເຮັດ​ໃຫ້​ຄົນ​ເຫັນ ແລະໄດ້ຍິນວ່າ​ພວກ​ທ່ານ​ເວົ້າ​ຫຍັງ."

ນອກ​ເຫນືອ​ໄປ​ຈາກ​ການ​ພົບ​ປະ​ຂອງກຸ່ມ​ເນ​ໂຕ​ແລ້ວ ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ຂອງ​ສະ​ຫະ​ລັດ ຍັງ​ໄດ້​ພົບ​ປະ​ກັບ​ບັນ​ດາ​ຜູ້​ນຳກຸ່ມ G-7 ແລະ​ສະ​ພາ​ຢູ​ໂຣບ. ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານເຈກ ຊູ​ລີ​ວານກ່າວວ່າ ເປົ້າໝາຍ ລວມແມ່ນເພື່ອໃຫ້ໄດ້ຍິນ “ຄວາມຕັດສິນໃຈ ແລະ ຄວາມສາມັກຄີທີ່ພວກເຮົາ ໄດ້ເຫັນມາໃນເດືອນຜ່ານ​ມານີ້ຍັງ​ສືບ​ຕໍ່​ໄປ ນານເທົ່າທີ່​ຈະ​ນານ​ໄດ້.”

ທ່ານຊູ​ລີ​ວານກ່າວອີກ​ວ່າ ສິ່ງນັ້ນລວມມີການ​ທີ່ປະ​ເທດຕ່າງໆ ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ ​ທີ່​ຈະ​ສະໜອງ​ອຸປະກອນ​ທາງ​ທະຫານ​ ໃຫ້​ແກ່ຢູ​ເຄ​ຣນ, ປະຕິບັດ​ບັນດາ​ມາດ​ຕະການ​ລົງ​ໂທດ​ຕໍ່​ຣັດ​ເຊຍ ​ແລະຊອກ​ຫາ​ວິທີ​ເພີ່ມ​ທະວີ​ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ ​ໃຫ້​ແກ່​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ການ​ສູ້ກັນນີ້.

ທ່ານໄບ​ເດັນມີ​ກຳນົດ​ຈະ​ປະກາດ​ການ​ລົງ​ໂທດ​ຮອບ​ໃໝ່​ທີ່​ແນ​ໃສ່​ບັນດາ​ບຸກຄົນ ສຳ​ຄັນ​ທາງ​ການ​ເມືອງ, ຜູ້ມີ​ອິດ​ທິ​ພົນ​ຂອງ​ຣັດ​ເຊຍ ​ແລະບັນດາ​ອົງການ​ອື່ນໆ.

ເລຂາທິການໃຫຍ່ຂອງອົງການເນໂຕ້ ທ່ານເຈນ​ສ໌ ສ​ໂຕ​ລ​ເທັນ​ເບີກ (Jens Stoltenberg) ກ່າວຕໍ່ພວກນັກຂ່າວໃນວັນພຸດວານນີ້ວ່າ ປະ​ເທດພັນທະມິດ ຄາດວ່າຈະປະກາດການສົ່ງກອງກຳລັງໃໝ່ 4 ໜ່ວຍ ໄປຍັງກ້ຳຕາເວັນອອກ ຂອງປະ​ເທດພັນທະມິດ ເຊິ່ງເປັນສ່ວນນຶ່ງຂອງມາດຕະການປ້ອງກັນເພີ່ມເຕີມ ນັບຕັ້ງແຕ່ຣັດເຊຍບຸກ​ລຸກຢູເຄຣນເປັນ​ຕົ້ນ​ມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG