ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູເຄຣນ ຈັບຄົນ ຣັດເຊຍ ທີ່ຕ້ອງການຕົວ ຍ້ອນການເສຍຊີວິດ ຂອງບັນນາທິການ ວາລະສານ Forbes


ທ່ານ ພອລ ເຄລັບນິຄອຟ ອະດີດບັນນາທິການວາລະສານ ຟອບສ໌ ຣັດເຊຍ. 13 ພຶດສະພາ, 2004.
ທ່ານ ພອລ ເຄລັບນິຄອຟ ອະດີດບັນນາທິການວາລະສານ ຟອບສ໌ ຣັດເຊຍ. 13 ພຶດສະພາ, 2004.

ບັນດາເຈົ້າໜ້າທີ່ ຢູເຄຣນ ໄດ້ຈັບກຸມຜູ້ຊາຍຄົນນຶ່ງທີ່ຖືວ່າ ເປັນຜູ້ຕ້ອງສົງໄສໃນການ
ຍິງທ່ານ ພໍລ ເຄລັບນິຄອຟ ບັນນາທິການຂອງວາລະສານ ຟອບສ໌ ຣັດເຊຍ ໃນປີ
2004.

ອົງການຮັກສາຄວາມປອດໄພລັດຖະບານ ໄດ້ກ່າວໃນຖະແຫຼງການສະບັບນຶ່ງເມື່ອວັນ
ເສົາວານນີ້ວ່າ ເຂົາເຈົ້າໄດ້ຄວບຄຸມຕົວຜູ້ຕ້ອງສົງໄສຄົນນຶ່ງ, ເປັນຜູ້ຊາຍຄົນ ຣັດເຊຍ,
ຜູ້ທີ່ຢາກຈະຄາດຕະກຳຄົນອື່ນໆເຊັ່ນ ກັນ. ຜູ້ຊາຍຄົນດັ່ງກ່າວໄດ້ຖືກຈັບກຸມ ໃນນະ
ຄອນຫຼວງ Kiev ປະເທດ ຢູເຄຣນ.

ຖະແຫຼງການຂອງອົງການຮັກສາຄວາມປອດໄພ ຢູເຄຣນ ໄດ້ກ່າວວ່າ “ອີງຕາມຕຳ
ຫຼວດສາກົນແລ້ວ, ຄົນຕ່າງປະເທດໄດ້ເຂົ້າຮ່ວມໃນການ ຄາດ ຕະກຳ ທີ່ໄດ້ຮັບການ
ສະໜັບສະໜູນ, ໂດຍສະເພາະຄືຫົວໜ້າບັນນາທິການວາລະສານ ຟອບສ໌ ສັນຊາດ
ອາເມຣິກັນ ທ່ານ ພໍລ ເຄລັບນິຄອຟ ຄົນນີ້,” ພ້ອມກັບເຈົ້າໜ້າທີ່ລັດຖະບານ ເຊັສເນຍ.
ເຂົາເຈົ້າບໍ່ໄດ້ອະທິບາຍເຖິງການຂຽນຊື່ຂອງທ່ານ ເຄລັບນິຄອຟ ຜິດ.

ຢູເຄຣນ ບໍ່ໄດ້ລະບຸຕົວຜູ້ຕ້ອງສົງໄສ.

ທ່ານ ເຄລັບນິຄອຟ ໄດ້ເຮັດວຽກເປັນຫົວໜ້າບັນນາທິການຂອງວາລະສານ ຟອບສ໌
ພາສາ ຣັດເຊຍໃນເວລາທີ່ລາວຖືກຍິງຢູ່ຫົວ ຢູ່ນອກ ຫ້ອງການຂອງລາວໃນນະຄອນ
ຫຼວງ ມົສກູ ເມື່ອວັນທີ 9 ກໍລະກົດ 2004. ລາວໄດ້ຮັບບາດເຈັບສາຫັດ ແລະ ໄດ້ເສຍ
ຊີວິດໃນເວລາຕໍ່ມາ ບໍ່ດົນທີ່ໂຮງໝໍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG