ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢູເຄຣນ ຮ້ອງຂໍການສະ​ໜັບ​ສະ​ໜຸນຈາກ​ສາ​ກົນ ຂະ​ນະ​ທີ່​ສົງ​ຄາມ ​ຈະ​ກ້າວ​ໄປຮອດ ​ວັນ​ຄົບ​ຮອບ 1 ປີ  

ທ່ານດມິດໂທຣ ຄຸເລບາ (Dmytro Kuleba), ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຢູ​ເຄ​ຣນ ກ່າວຕໍ່ກອງປະຊຸມສຸກເສີນພິເສດ ຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ກ່ຽວ​ກັບ​ຢູ​ເຄ​ຣນ ທີ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະຫະ​ປະ​ຊາ​ຊາດໃນ​ນິວຢອກ, ວັນ​ທີ 22 ກຸມ​ພາ, 2023

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຢູ​ເຄ​ຣນ ​ໃນ​ວັນ​ພຸດ​ວານ​ນີ້ ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ ​ຢືນ​ຢູ່​ຄຽງຂ້າງ​ປະ​ເທດ​ຕົນ ໃນ​ເວ​ລາ​ທີ່​ສົງ​ຄາມ​ຣັດ​ເຊຍ​ຕໍ່​ປະ​ເທດທ່ານແກ່​ຍາວ​ມາ​ໄດ້ 1 ປີ.

"1 ປີຕໍ່ມາ, ໂດຍບໍ່​ມີ​ໃຜ​ຄາດຄິດເລີຍ, ຢູເຄຣນກຳລັງປ້ອງກັນຕົນເອງຢ່າງ​ມີ​ປະ​ສິດ​ທິ​ຜົນ ບໍ່​ໃຫ້ສັດຕູທີ່ເຂັ້ມແຂງກວ່າຫລາຍນັ້ນ ຮຸກ​ຮານ​ຕົນ​ເອງໄດ້​, ແລະຂ້າ​ພະ​ເຈົ້າ ຂໍ​ຮ້ອງຕໍ່​ພວກ​ທ່ານວ່າ: ນີ້ແມ່ນຊ່ວງເວລາແຫ່ງ​ຄວາມ​ເດັດ​ດ່ຽວ ທີ່ຈະສະແດງການສະ ໜັບສະໜຸນ, ຄວາມສາມັກຄີ, ແລະຄວາມເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ" ນັ້ນ​ຄື​ຄຳ​ເວົ້າ​ຂອງ ທ່ານດ​ມິດ​ໂທ​ຣ ຄຸ​ເລ​ບາ (Dmytro Kuleba) ທີ່ກ່າວຕໍ່ກອງປະຊຸມສຸກເສີນພິເສດ ຂອງກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ໂດຍ​ຮຽກ​ຮ້ອງໃຫ້​ລະ​ນຶກເຖິງ​ວັນ​ຄົບ​ຮອບ​ 1 ປີ ​ແຫ່ງການ​ບຸກລຸກຂອງຣັດ​ເຊຍ​. ທ່ານກ່າວ​ອີກວ່າ "ນີ້ແມ່ນເວລາທີ່ຈະ ພິສູດວ່າ ທ່ານລຸກຂຶ້ນເພື່ອ​ປົກ​ປ້ອງກົດບັດຂອງສະຫະປະຊາຊາດແທ້."

ກອງ​ປະ​ຊຸມ​ຈະ​ພິ​ຈາ​ລະ​ນາ​ຮ່າງ​ມະ​ຕິ​ ທີ່​ຢູເຄ​ຣນໄດ້​ຍື່ນ​ໄປ ໂດຍ​ເນັ້ນ​ໜັກ​ເຖິງ​ຄວາມ​ຮີບ​ດ່ວນ​ເພື່ອ​ຊອກ​ຫາ “ສັນ​ຕິ​ພາບ​ແບບຮອບ​ດ້ານ, ຍຸ​ຕິ​ທຳ ແລະຄວາມ​ຍືນ​ຍົງ ​ທີ່​ສອດ​ຄ່ອງກັບຫຼັກ​ການ​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ.”

ທ່ານ Vasily Nebenzya ຜູ້​ຕາວ​ໜ້າ​ຣັດ​ເຊຍ ກ່າວຕໍ່ກອງປະຊຸມສຸກເສີນພິເສດ ຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ກ່ຽວ​ກັບ​ຢູ​ເຄ​ຣນ, ວັນ​ທີ 22 ກຸມ​ພາ, 2023
ທ່ານ Vasily Nebenzya ຜູ້​ຕາວ​ໜ້າ​ຣັດ​ເຊຍ ກ່າວຕໍ່ກອງປະຊຸມສຸກເສີນພິເສດ ຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ກ່ຽວ​ກັບ​ຢູ​ເຄ​ຣນ, ວັນ​ທີ 22 ກຸມ​ພາ, 2023

ກີ​ຢິບ ແລະປະ​ເທດພັນທະມິດຫວັງວ່າ ຈະມີຈໍານວນປະ​ເທດສະ​ໜັບ​ສະ​ໜຸນທີ່ເຂັ້ມ ແຂງ ຢູ່ໃນການລົງຄະແນນສຽງທີ່ມີແຜນ​ຈະຈັດ​ຂຶ້ນ​ ໃນວັນພະຫັດມື້ນີ້ ເພື່ອສົ່ງສັນ ຍານໃຫ້ມົ​ສ​ກູຮູ້ວ່າ ການສະຫນັບສະຫນຸນຂອງສາກົນຍັງຄົງເຂັ້ມ​ແຂງຢູ່ກັບຢູເຄຣນ ໃນຂະ​ນະ​ທີ່ການຂັດແຍ້ງກ້າວ​ເຂົ້າ 1 ປີ. ເກືອບຮອດ 70 ປະເທດໄດ້ຮ່ວມສະ​ເໜີ​ຮ່າງ​ຍັດ​ຕິ.

U.N. Secretary-General Antonio Guterres addresses the 11th emergency special session of the General Assembly, Feb. 22, 2023, at U.N. headquarters.
U.N. Secretary-General Antonio Guterres addresses the 11th emergency special session of the General Assembly, Feb. 22, 2023, at U.N. headquarters.

ທ່ານຄູ​ເລ​ບາກ່າວ​ວ່າ “ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ສົ່ງ​ຂໍ້​ຄວາມ​ທີ່​ເຂັ້ມ​ແຂງ ​ແລະຊັດ​ເຈນ​ວ່າ ກົດ​ບັດ​ຂອງ​ສະຫະ​ປະຊາ​ຊາດ ລວມທັງ​ຫຼັກການ​ສະ​ເໝີ​ພາບທາງ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດຕ່າງໆ ຄວນ​ເປັນ​ພື້ນຖານ​ໃຫ້​ແກ່​ຂະ​ບວນການ​ແກ້​ໄຂບັນ​ຫາ​ດ້ວຍ​ສັນຕິ​ວິທີ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG