ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເຊ​ເລັນ​ສ​ກີ ວິ​ຈານ​ຄຳ​ເຫັນ​ຂອງ​ພະ​ສັນ​ຕະ​ປາ​ປາ ທີ່​ວ່າ ຢູ​ເຄ​ຣນ ຄວນ​ມີ​ຄວາມ​ກ້າ​ຫານ​ທີ່​ຈະເຈ​ລະ​ຈາ


ພະ​ສ​ັນ​ຕະ​ປາ​ປາ​ອ່ານ​ຂໍ້​ຄວາມ​ຂອງ​ເພິ່ນ​ໃນ​ລະ​ຫວ່າງ​ການ​ສູດ​ມົນ​ໃນ​ຕາຍ​ບ່າຍ​ຈາກ​ປ່ອງ​ຢ້ຽມ​ຂອງ​ຫ້ອງ​ເພິ່ນ ໃນ​ວັງ​ວາ​ຕິ​ກັງ, 10 ມີ​ນາ 2024.
ພະ​ສ​ັນ​ຕະ​ປາ​ປາ​ອ່ານ​ຂໍ້​ຄວາມ​ຂອງ​ເພິ່ນ​ໃນ​ລະ​ຫວ່າງ​ການ​ສູດ​ມົນ​ໃນ​ຕາຍ​ບ່າຍ​ຈາກ​ປ່ອງ​ຢ້ຽມ​ຂອງ​ຫ້ອງ​ເພິ່ນ ໃນ​ວັງ​ວາ​ຕິ​ກັງ, 10 ມີ​ນາ 2024.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ​ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ຕຳ​ໜິ​ຕິ​ຕຽນທາງ​ອ້ອມ​ຕໍ່​ຄຳ​ເຫັນ​ຂອງ​ພະ​ສັນ​ຕະ​ປາ​ປາ ເມື່ອບໍ່​ດົນ​ມ​ານີ້ ​ທີ່​ວ່າ ຢູ​ເຄ​ຣນ ຄວນ “ມີ​ຄວາມ​ກ້າ​ຫານ​ທີ່​ຈະ​ຍົກ​ທຸງ​ຂາວ,” ເຊິ່ງ​ໝາຍ​ຄວາມ​ວ່າ​ ເຂົາ​ເຈົ້າ​ຄວນ​ເຈ​ລະ​ຈາ​ກັບ ຣັດ​ເຊຍ ເວ​ລາ​ທີ່​ການ​ບຸກລຸກ​ຂອງ ມົ​ສ​ກູ ກ້າວ​ເຂົ້າ​ສູ່​ປີ​ທີ​ສອງ.

ໃນ​ຄຳ​ປາ​ໄສ​ປະ​ຈຳ​ທຸກ​ຄືນ​ຂອງ​ທ່ານ, ທ່ານ ເຊ​ເລັນ​ສ​ກີ ໄດ້​ຂອບ​ໃຈ​ບັນ​ດາ​ຜູ້​ນຳ​ສາ​ສະ​ໜາ​ຜູ້​ທີ່​ຢູ່​ໃນ​ແຖວ​ໜ້າ, “ປົກ​ປ້ອງ​ຊີ​ວິດ ແລະ ມວນ​ມະ​ນຸດ,” ແລະ ຜູ້​ທີ່​ໄດ້​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ດ້ວຍ “ການ​ສູດ​ມົນ, ການ​ສົນ​ທະ​ນາ ແລະ ເຮັດ​ບຸນ.”

ທ່ານໄດ້​ກ່າວ​ວ່າ “ນີ້​ແມ່ນ​ສິ່ງ​ທີ່​ໂບດ​ເປັນ. ໂບດ​ທີ່​ຢູ່​ກັບ​ປະ​ຊາ​ຊົນ. ບໍ່​ແມ່ນ​ຢູ່​ສອງ​ພັນ​ເຄິ່ງ​ກິ​ໂລ​ແມັດ​ຫ່າງ​ອອກໄປ, ຢູ່​ບ່ອນອື່ນ, ທີ່​ພະ​ຍາ​ຍາມ​ທຳ​ການ​ໄກ່​ເກ່ຍ​ທາງ​ໄກ ​ລະ​ຫວ່າງ​ຜູ້​ທີ່​ຢາກ​ມີ​ຊີ​ວິດ​ຢູ່ ແລະ ຜູ້​ທີ່​ຢາກ​ທຳ​ລາຍ​ເຈົ້າ​,” ເຊິ່ງ​ເປັນການ​ອ້າງ​ເຖິງ​ຄຳ​ເຫັນ​ຂອງ​ພະ​ສັນ​ຕະ​ປາ​ປາ​ ໃນ​ລະ​ຫວ່າງ​ການ​ສຳ​ພາດ​ກັບ​ວິ​ທະ​ຍຸ RSI ຂອງ ສວິດ​ເຊີ​ແລນ​.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຢູ​ເຄ​ຣນ ທ່ານ ດິ​ມິ​ໂຕ​ຣ ຄູ​ເລ​ບາ ກໍ​ໄດ້​ຕຳ​ໜິ​ວິ​ຈານ​ຄຳ​ເຫັນ​ຂອງ​ພະ​ສັນ​ຕະ​ປາ​ປາ​ເຊັ່ນ​ກັນ ໃນ​ສື່​ສັງ​ຄົມ​ໂດຍ​ກ່າວ​ວ່າ “ທຸງ​ຂອງ​ພວກ​ເຮົາ​ແມ່ນ​ອັນ​ທີ່​ມີ​ສີ​ເຫຼືອງ ແລະ ຟ້າ. ນີ້​ແມ່ນ​ທຸງ​ທີ່​ພວກ​ເຮົາ​ໃຊ້ເພື່ອ​ການ​ມີ​ຊີ​ວິດ, ຕາຍ, ແລະ ມີ​ໄຊ​ຊະ​ນະ. ພວກ​ເຮົາ​ຈະ​ບໍ່​ມີ​ວັນ​ຍົກ​ທຸງ​ອື່ນ,” ປະ​ຕິ​ຍານ​ທີ່​ຈະ “ບໍ່​ມີ​ວັນ” ຍອມ​ຈຳ​ນົນ.

ທ່ານ ຄູ​ເລ​ບາ ໄດ້​ຮຽກ​ຮ້ອງ​ຕໍ່ພະ​ສັນ​ຕະ​ປາ​ປາ​ ໃຫ້​ຢືນ​ຄຽງ​ຂ້າງ “ຝ່າຍ​ຄົນ​ດີ” ແລະ​ບໍ່ແມ່ນເອົາ​ຝ່າຍທີ່​ຢູ່​ກົງ​ກັນ​ຂ້າມກັນ “ມາ​ຢູ່ໃນ​ສະ​ຖາ​ນະດຽວ​ກັນ ແລະ ຮຽກ​ຮ້ອງ “ການ​ເຈ​ລະ​ຈາ.”

ທ່ານ​ຍັງ​ໄດ້​ຂອບ​ໃຈ​ພະ​ສັນ​ຕະ​ປາ​ປາ​ສຳ​ລັບ “ການ​ສູດ​ມົນ​ເພື່ອ​ສັນ​ຕິ​ພາບ​ຢ່າງ​ເປັນ​ປະ​ຈຳ” ຂອງ​ເພິ່ນ ແລະ​ໄດ້​ກ່າວ​ວ່າ ກີ​ຢິບ ຫວັງ​ວ່າ​ພະ​ດັ່ງ​ກ່າວ​ຈະ​ໄປຢ້ຽມ​ຢາມ ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG