ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄ​ຣນ ກ່າວ​ຫາ​ວ່າ ມີ​ການ​ທໍ​ລະ​ມານ ທີ່​ບ້ານ​ແຫ່ງ​ນຶ່ງ ໃກ້​ຊາຍ​ແດນ​ຣັດ​ເຊຍ


ທີ່​ເຫັນ​ນັ້ນ​ແມ່ນ​ຜ້າ​ຫົ່ມ​ແລະ​ຖົງ​ນອນ ຢູ່​ໃນ​ຫ້ອງ​ພື້ນ​ດິນ ຊຶ່ງ​ອີງ​ຕາມ​ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ​ແລ້ວ ແມ່ນ​ໃຊ້​ເປັນ​ຫ້ອງ​ ສຳ​ລັບ​ທໍ​ລະ​ມານ​ ໂດຍ​ກຳ​ລັງ​ຢຶດ​ຄອງ​ຣັດ​ເຊຍ ທີ່​ບ້ານ​ໂກ​ຊາ​ຊາ ໂລ​ປານ ວັນ​ທີ 17 ກັນ​ຍາ 2022.
ທີ່​ເຫັນ​ນັ້ນ​ແມ່ນ​ຜ້າ​ຫົ່ມ​ແລະ​ຖົງ​ນອນ ຢູ່​ໃນ​ຫ້ອງ​ພື້ນ​ດິນ ຊຶ່ງ​ອີງ​ຕາມ​ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ​ແລ້ວ ແມ່ນ​ໃຊ້​ເປັນ​ຫ້ອງ​ ສຳ​ລັບ​ທໍ​ລະ​ມານ​ ໂດຍ​ກຳ​ລັງ​ຢຶດ​ຄອງ​ຣັດ​ເຊຍ ທີ່​ບ້ານ​ໂກ​ຊາ​ຊາ ໂລ​ປານ ວັນ​ທີ 17 ກັນ​ຍາ 2022.

ໃນ​ຫ້ອງ​ໃຕ້​ດິນ​ທີ່​ປຽກ​ຊຸ່ມ​ແຫ່ງ​ນຶ່ງ ​ຫຼັງ​ຕະ​ຫຼາດ​ຊູ​ເປີ້​ມາກ​ເກັດໃນ​ເຂດ​ທ້ອງ​ຖິ່ນ ​ໄດ້​ມີ​ຮາວ​ໂລ​ຫະ​ປິດ​ລ້ອມ​ ເພື່ອ​ໃຫ້​ເປັນ​ຄອກ​ເຫຼັກ ຢູ່ໃນ​ແຈ​ຫ້ອງ​ດັ່ງ​ກ່າວ. ມີ​ຖົງ​ທີ່​ໃຊ້​ສຳ​ລັບ​ຫຼັບ​ນອນ ​ແລະ​ຜ້າ​ຫົ່ມ​ທີ່​ເປື້ອນໆ​ສະ​ແດງ​ໃຫ້​ເຫັນ​ບ່ອນນອນ 3 ບ່ອນ ​ຢູ່​ເທິງ​ແຜ່ນ​ໂຟມ​ປ້ອງ​ກັນ​ພື້ນ​ທີ່​ປຽກ​ຊຸ່ມ. ຢູ່​ທີ່​ແຈ ມີກະ​ຖັງ​ດຳ​ສອງ​ໜ່ວຍ​ທີ່​ໃຊ້​ສຳ​ລັບ​ໄວ້​ຖ່າຍ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ບໍ່​ເທົ່າ​ໃດ​ແມັດ​ຢູ່​ຂ້າງນອກ​ຂອງ​ຫ້ອງ​ກົງ​ເຫຼັກ​ນັ້ນ ກໍ​ມີ​ຕັ່ງ​ເກົ່າໆ 3 ໜ່ວຍ​ຕັ້ງ​ຢູ່​ອ້ອມ​ໂຕະ ມີກົ້ນ​ຂີ້ກອກ​ຢາ ແລະ​ໃນ​ໝາກ​ອຶ ຖິ້ມ​ຢັ່ງ​ຢາຍ​ຢູ່​ເຕັມ​ພື້ນ.

ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ​ກ່າວ​ວ່າ ນີ້​ແມ່ນ​ຄຸກ​ຊົ່ວ​ຄາວ​ທີ່​ກຳ​ລັງ​ຣັດ​ເຊຍ​ໃຊ້​ທໍ​ລະ​ມານ​ພວກ​ທີ່​ຖືກ​ຄຸມ​ຂັງ ກ່ອນ​ທີ່​ພວກ​ທະ​ຫານ​ຢູ​ເຄ​ຣນ​ທຳ​ການກວດ​ລ້າງ​ຢູ່​ທີ່​ບ້ານຊາຍ​ແດນໂກ​ຊາ​ຊາ ໂລ​ປານ (Kozacha Lopan) ໃນ​ການ​ບຸກ​ໂຈມ​ຕີ​ຢູ່​ເຂດ​ຄາ​ກີບ ໃນ​ເດືອນນີ້. ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ກ່າວ​ວ່າ ມີ​ “ຫ້ອງ​ທໍ​ລະ​ມານ” ແບບນີ້ ຢູ່​ໃນສິບກວ່າ​ແຫ່ງ​ທີ່​ຖືກ​ຄົ້ນ​ພົບ​ຢູ່​ໃນ​ເຂດ​ດັ່ງ​ກ່າວ ນັບ​ແຕ່​ໄດ້​ມີ​ການ​ຖອນ​ຕົວ​ອອກ​ຢ່າງວ່ອງ​ໄວ​ຂອງ​ທະ​ຫານ​ຣັດ​ເຊຍ​ໃນ​ອາ​ທິດ​ແລ້ວ. ການ​ກ່າວ​ອ້າງ​ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ຫ້ອງນັ້ນ ຍັງ​ບໍ່​ສາ​ມາດ​ໄດ້​ຮັບ​ການ​ຢືນ​ຢັນ​ຢ່າງ​ເປັນ​ອິດ​ສະ​ຫຼະ​ເທື່ອ.

ບ້ານໂກ​ຊາ​ຊາ ໂລ​ປານ ທີ່​ຕັ້ງ​ຢູ່​ບໍ່​ຮອດ 2 ກິ​ໂລ​ແມັດ​ຫ່າງ​ຈາກ​ຊາຍ​ແດນ​ຣັດ​ເຊຍ ໄດ້​ຖືກ​ກຳ​ລັງ​ຂອງ​ຢູ​ເຄ​ຣນ​ເຂົ້າ​ຢຶດ​ຄືນ​ເມື່ອ​ວັນ​ທີ 11 ກັນ​ຍາ​ຜ່ານ​ມານີ້.

ໃນ​ຖະ​ແຫຼງ​ການ​ທີ່​ນຳ​ອອກ​ເຜີຍ​ແຜ່​ທາງ​ຊ່ອງ​ເຕ​ເລກ​ຣາມ ຫ້ອງ​ການ​ໄອ​ຍະ​ການ​ໃນ​ເຂດ​ຄາ​ກີບ ຊຶ່ງ​ມີ​ສິດ​ຄວບ​ຄຸມ​ອຳ​ນາດ​ສານ​ຢູ່​ໃນ​ບ້ານໂກ​ຊາ​ຊາ ໂລ​ປານ ກ່າວ​ວ່າ ຫ້ອງ​ທີ່​ນັກ​ຂ່າວ ​ຂອງອົງ​ການ​ຂ່າວ​ເອ​ພີ​ໄປ​ເຫັນ​ນັ້ນ ແມ່ນ​ໃຊ້​ສຳ​ລັບ​ການ​ທໍ​ລະ​ມານ ໃນ​ລະ​ຫວ່າງ​ການ​ຢຶດ​ຄອງ​ຂອງ​ຣັດ​ເຊຍ. ຖະ​ແຫຼງ​ການ​ກ່າວ​ຕື່ມ​ວ່າ ທະ​ຫານ​ຣັດ​ເຊຍ​ໄດ້​ໃຊ້​ຕຳ​ຫຼວດ​ໃນ​ເຂດ​ທ້ອງ​ຖິ່ນ​ທີ່​ຕົນ​ຕັ້ງ​ຂຶ້ນ ເພື່ອ​ບໍ​ລິ​ຫານ​ງານ​ຄຸກ ແລະ​ກ່າວ​ຕື່ມ​ວ່າ ເອກ​ກະ​ສານ​ຕ່າງໆທີ່ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ໜ້າ​ທີ່​ຂອງກຳ​ລັງຕຳ​ຫຼວດ ແລະ​ການ​ຈັດ​ຕັ້ງ​ການ​ປະ​ຕິ​ບັດ​ການ​ທໍ​ລະ​ມານ​ໄດ້​ຖືກ​ຢຶດ​ໄວ້. ຖະ​ແຫຼງ​ການ​ຍັງ​ເວົ້າ​ວ່າ ການ​ສືບ​ສວນ​ພວມ​ດຳ​ເນີນ​ຢູ່.

ຮູບ​ພາບ​ທີ່​ໄອ​ຍະ​ການ​ໄດ້​ນຳ​ອອກ​ມາ​ເຜີຍ​ແຜ່​ສະ​ແດງ​ໃຫ້​ເຫັນ​ວ່າ ໂທ​ລະ​ສັບ​ທະ​ຫານ​ຣັດ​ເຊຍ TR-57 ພ້ອມ​ສາຍ​ ແລະ​ຄ​ລິບ​ທີ່​ຕິດ​ກັບ​ມັນ. ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ​ໄດ້​ກ່າວ​ຫາ​ກຳ​ລັງ​ຣັດ​ເຊຍ​ວ່າ ໃຊ້ວິ​ທະ​ຍຸໂທ​ລະ​ສັບ​ສະ​ໄໝ​ໂຊ​ຫວຽດ​ດັ່ງ​ກ່າວ​ເປັນ​ແຫຼ່ງ​ຂອງ​ໄຟ​ຟ້າ​ ເພື່ອ​ຊັອດ​ໃນ​ລະ​ຫວ່າງ​ການ​ສອບ​ປາກ​ຄຳ.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ປະ​ເທດ​ຊາດ ໃນ​ຕອ​ນ​ແລງວັນ​ເສົາ​ຜ່ານ​ມານີ້ ປະ​ທາ​ນາ​ທິ​ບໍ​ດີ​ເຊ​ເລນ​ສ​ກີ ໄດ້​ກ່າວ​ເຖິງ​ສະ​ຖານ​ທີ່​ອີກ​ແຫ່ງ​ນຶ່ງ ທີ່​ສະ​ຖາ​ນີ​ລົດ​ໄຟບ້ານໂກ​ຊາ​ຊາ ໂລ​ປານ ບ່ອນ​ທີ່​ທ່ານ​ກ່າວ​ວ່າ “ມີ​ການ​ຄົ້ນ​ພົບ​ຫ້ອງ​ທໍ​ລະ​ມານ​ແລະ​ເຄື່ອງ​ອີ​ເລັກ​ໂຕ​ຣ​ນິກ​ເພື່ອ​ໃຊ້ສຳ​ລັບ​ການທໍ​ລະ​ມານ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG