ເຈົ້າໜ້າທີ່ຢູເຄຣນ ກ່າວອ້າງໃນວັນພຸດວານນີ້ວ່າ ຣັດເຊຍເປັນຜູ້ຢູ່ເບື້ອງຫຼັງການໂຈມຕີ
ທາງອິນເຕີແນັດຫຼືໄຊເບີ ໃນມື້ກ່ອນນັ້ນ ທີ່ເຮັດໃຫ້ຄອມພິວເຕີໃຊ້ການບໍ່ໄດ້ ຢູ່ໃນຫຼາຍໆ
ກະຊວງ ຂອງລັດຖະບານ ຕາໜ່າງຈ່າຍໄຟ, ທະນາຄານ ແລະແມ່ນແຕ່ສະໜາມບິນ
ນາໆຊາດ ໃນ ນະຄອນ Kyiv ກໍໄດ້ຮັບຜົນກະທົບ.
ທ່ານ Oleksandr Turchinov ເລຂາທິການດ້ານຄວາມປອດໄພແຫ່ງຊາດ ແລະສະພາ
ປ້ອງກັນປະເທດຂອງຢູເຄຣນ ໄດ້ກ່າວຫາ ຫຼັງຈາກການໂຈມຕີທາງໄຊເບີໃນວັນອັງຄານ
ທີ່ຜ່ານມາ ຊຶ່ງໃນທີ່ສຸດ ໄດ້ພາໃຫ້ເກີດຜົນກະທົບຕໍ່ບັນດາບໍລິສັດໃນທົ່ວໂລກ ໃນເຫດ
ການທີ່ຄ້າຍຄືກັບການໂຈມຕີ ທີ່ເອີ້ນວ່າ ransomeware ທີ່ໄດ້ມີຂຶ້ນໃນເດືອນແລ້ວນີ້
ໂດຍມີເປົ້າໝາຍແນໃສ່ໂຮງພະຍາບານທັງຫຼາຍ ໃນອັງກິດ.
ການໂຈມຕີທາງໄຊເບີ ທີ່ນາຍົກລັດຖະມົນຕີ Volodymyr Groysman ເອີ້ນວ່າ
“ບໍ່ເຄີຍ ມີມາກ່ອນ” ນັ້ນ ແມ່ນເກີດຈາກໄວຣັສທີ່ປ່ຽນແປງຂອງຄອມພິວເຕີ ທີ່ຮູ້ກັນ
ໃນນາມ Petya ທີ່ຂົ່ມຂູ່ທີ່ຈະທຳລາຍເຄື່ອງຄອມພິວເຕີທີ່ໄດ້ຮັບຜົນກະທົບ ແລະລຶບ
ຂໍ້ມູນຕ່າງໆ ນອກຈາກ ວ່າຜູ້ໃຊ້ຄອບພິວເຕີຈະຈ່າຍຄ່າໄຖ່ເປັນຫຼຽນທີ່ຕິດຕາມຫາ
ທີ່ມາບໍ່ໄດ້. ແຕ່ ransomeware ແມ່ນພຽງແຕ່ອຸບາຍເທົ່ານັ້ນ, ອິງຕາມນັກຊ່ຽວຊານ
ບາງຄົນແລ້ວ ຈຸດປະສົງທີ່ແທ້ຈິງ ຂອງພວກເຈາະຂໍ້ມູນ ກໍແມ່ນເພື່ອຫວັງທີ່ຈະທຳລາຍ
ຂໍ້ມູນນັ້ນເອງ.
ໃນຂະນະທີ່ຍັງບໍ່ມີຫຼັກຖານ ຫຼືການອ້າງເອົາຄວາມຮັບຜິດຊອບໃດໆ ໃນການຢູ່
ເບື້ອງຫຼັງການໂຈມຕີໃນວັນອັງຄານຜ່ານມານີ້, ເຈົ້າໜ້າທີ່ຢູເຄຣນໄດ້ອ້າງເຖິງຫຼັກ
ຖານຕາມສະພາບແວດລ້ອມ ທີ່ເຊື່ອມໂຍງກັບການໂຈມຕີຢ່າງແຜ່ກວ້າງ ໃສ່ຣັດເຊຍ.
ຣັດເຊຍ ແມ່ນຖືກຖິ້ມໂທດໃສ່ ໃນການໂຈມຕີທາງໄຊເບີ ໃນປະເທດ Estonia
ທີ່ເປັນເພື່ອນບ້ານໃນປີ 2007 ແລະເຈົ້າໜ້າທີ່ສະຫະລັດ ເຊັ່ນດຽວກັນກັນບັນດາ
ບໍລິສັດເອກກະຊົນ ຕ່າງກໍໄດ້ຖິ້ມໂທດໃສ່ຣັດເຊຍ ໃນການໂຈມຕີທາງໄຊເບີ ທີ່ພົວ
ພັນກັບການເລືອກຕັ້ງປະທານາທິບໍດີສະຫະລັດ ໃນປີ 2016. Kyiv ໄດ້ຖິ້ມໂທດ
ກ່ຽວກັບການໂຈມຕີທາງໄຊເບີຄັ້ງກ່ອນ ຕໍ່ໂຄ່ງລ່າງພື້ນຖານຂອງຕົນ ແລະລະບົບ
ສົ່ງໄຟຟ້າຂອງຕົນໃສ່ຣັດເຊຍ ທີ່ໄດ້ປະກາດຮວມເອົາແຫຼມ Crimea ຂອງຢູເຄຣນ
ເຂົ້າເປັນຂອງຕົນ ໃນປີ 2014.
ການໂຈມຕີນີ້ ມີຂຶ້ນຫຼັງຈາກການສັງຫານເຈົ້າໜ້າທີ່ສືບລັບຂອງກອງທັບຢູເຄຣນ
ໃນວັນອັງ ຄານຜ່ານມາ ໃນການໂຈມຕີດ້ວຍລະເບີດລົດທີ່ນະຄອນ Kyiv. ເຈົ້າໜ້າທີ່
ເອີ້ນເຫດລະເບີດດັ່ງກ່າວນີ້ວ່າ ເປັນການກໍ່ການຮ້າຍ. ວັນພຸດວານນີ້ ແມ່ນວັນລັດຖະ
ທຳມະນູນ ຊຶ່ງເປັນວັນພັກລັດຖະການໃນຢູເຄຣນ ທີ່ພາໃຫ້ພວກທີ່ສັງເກດການ
ກ່າວວ່າ ການໂຈມຕີທາງໄຊເບີ Petya ແມ່ນ “ຂອງຂວັນ” ມາຈາກຣັດເຊຍ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ