ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້​ຕົກ​ລົງ ການ​ຊ່ວຍ​ເຫຼືອ​ຢູ​ເຄ​ຣນ-ຄວາມ​ໝັ້ນ​ຄົງ​ຊາຍ​ແດນ ມີ​ທ່າ​ທາງວ່າ ຍັງ​ຈະ​ໃຊ້​ເວ​ລາ​ອີກ​ນຶ່ງ​ອາ​ທິດ


ພວກ​ກູ້​ໄພ​ຢູ່​ທີ່​ຕຶກ​ອາ​ຄານ​ຫຼັງ​ນຶ່ງ​ທີ່​ພວມ​ຖືກ​ໄຟ​ໄໝ້ ຍ້ອນ​ຈະ​ຫວດ​ຣັດ​ເຊຍ ທີ່​ເມືອງ​ຄາ​ກີບ ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 23 ມັງ​ກອນ 2024.
ພວກ​ກູ້​ໄພ​ຢູ່​ທີ່​ຕຶກ​ອາ​ຄານ​ຫຼັງ​ນຶ່ງ​ທີ່​ພວມ​ຖືກ​ໄຟ​ໄໝ້ ຍ້ອນ​ຈະ​ຫວດ​ຣັດ​ເຊຍ ທີ່​ເມືອງ​ຄາ​ກີບ ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 23 ມັງ​ກອນ 2024.

ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ການ​ຕົກ​ລົງ​ກ່ຽວ​ກັບ​ເລື້ອງ​ຄວາມ​ໝັ້ນ​ຄົງ​ຊາຍ​ແດນ ເພື່ອ​ເປັນ​ການ​ຕອບ​ແທນ ​ທີ່​ພັກ​ຣີ​ພັບ​ບ​ລີ​ກັນໄດ້​ລົງ​ຄະ​ແນນ​ສຽງ​ ເພື່ອ​ສົ່ງ​ເງິນ​ເກືອບ 60 ຕື້​ໂດ​ລາ​ໄປ​ຊ່ວຍ​ຢູ​ເຄ​ຣນໃກ້​ຈະ​ສຳ​ເລັດ​ແລ້ວ ແຕ່​ມີ​ທ່າ​ທາງວ່າ​ຈະ​ບໍ່​ມີ​ການ​ປະ​ກາດ​ໃນ​ອາ​ທິດນີ້.

ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ທ່ານ​ຄ​ຣິ​ສ ເມີ​ຟີ (Chris Murphy) ນຶ່ງ​ໃນ​ບັນ​ດາ​ຜູ້​ນຳ​ຂອງ​ການ​ເຈ​ລະ​ຈາ​ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ໂລກ​ທັງ​ໂລກ​ກຳ​ລັງ​ຈັບ​ຕາ​ເບິ່ງແລະຕັ້ງ​ຄຳ​ຖາມ​ແບບ​ງ່າຍ​ໆ​ວ່າ: ສະ​ຫະ​ລັດ ຢັນ​ຢັດ​ເພື່ອ​ເພື່ອນ​ມິດຫຼື​ບໍ່? ສະ​ຫະ​ລັດ​ຢືນ​ຢັດ​ເພື່ອ​ປະ​ຊາ​ທິ​ປະ​ໄຕຫຼືບໍ່? ສະ​ຫະ​ລັດ​ຢືນ​ຢັດ​ເພື່ອ​ປົກ​ປັກ​ຮັກ​ສາ​ລະ​ບຽບ​ໃນ​ຍຸກ​ຫຼັງ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ​ຫຼື​ບໍ່? ຫຼື​ວ່າ​ພວກ​ເຮົາ​ໄດ້​ຫັນ​ຫຼັງ​ໃຫ້​ແກ່​ເພື່ອນ​ມິດ ຫັນ​ຫຼັງ​ໃຫ້​ແກ່​ປະ​ຊາ​ທິ​ປະ​ໄຕ ແລະ​ຫັນ​ຫຼັງ​ໃຫ້​ແກ່​ລະ​ບຽບ​ການ​ລະ​ຫວ່າງ​ປະ​ເທດ?

ການ​ຮ້ອງ​ຂໍ​ຂອງ​ທຳ​ນຽບ​ຂາວ​ໃນ​ການ​ໃຊ້​ຈ່າຍ​ເພີ້ມ​ເຕີມ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ​ໃນ​ມູນ​ຄ່າ 106 ຕື້​ໂດລາ​ ແມ່ນ​ຍັງ​ຮວມ​ທັງ​ເງິນ​ທຶນສຳ​ລັບ​ຄວາມ​ໝັ້ນ​ຄົງຊາຍ​ແດນ ຕະ​ຫຼອດ​ທັງ​ການ​ຊ່ວຍ​ເຫຼື​ອ​ເກືອບ 14 ຕື້​ໂດ​ລາ ໃຫ້​ແກ່​ອິ​ສ​ຣາ​ແອ​ລ​ແລະ​ການ​ຊ່ວຍ​ເຫຼືອ​ໄຕ້​ຫວັນ ເພື່ອ​ຮັບ​ມື​ກັບ​ການ​ຂົ່ມ​ຂູ່​ຂອງ​ຈີນ.

ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ໃນ​ສະ​ພາ​ສູງ, ທ່ານ​ມິ​ຈ ແມັກ​ຄອນ​ແນ​ລ ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ນີ້​ແມ່ນ​ໂອ​ກາດ​ພິ​ເສດ ບ່ອນ​ທີ່​ລັດ​ຖະ​ບານ​ທີ່​ມີ​ການ​ແບ່ງ​ແຍກ​ໄດ້​ອຳ​ນວຍ​ໃຫ້​ພວກ​ເຮົາ​ມີ​ໂອ​ກາດ​ໄດ້​ຮັບ​ຜົນ. ເກືອບ​ວ່າ​ສະ​ມາ​ຊິກ​ທຸກ​ໆ​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ກ່າວ​ວ່າ ປະ​ຊາ​ຊົນ​ໃນ​ເຂດ​ເລືອກ​ຕັ້ງ​ຂອງ​ເຂົາ​ເຈົ້າ ນັບ​ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ ພວກ​ເຮົາ​ຕ້ອງ​ໄດ້​ແກ້​ໄຂ​ເລື້ອງ​ຊາຍ​ແດນ. ລັດ​ຖະ​ບານ​ຊຸດນີ້ ຈະ​ບໍ່​ເຮັ​ດ​ສິ່ງນັ້ນ ນອກ​ຈາກວ່າ​ພວກ​ເຮົາ​ບັງ​ຄັບ​ໃຫ້​ເຂົາ​ເຈົ້າ​ເຮັດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG