ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ບລິງເຄັນ ເດີນທາງໄປນະຄອນຫຼວງ ບຣັສໂຊລສ໌ ເພື່ອພົບປະກັບພັນທະມິດ ຢູໂຣບ ແລະ ອົງການ NATO


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ປົດໜ້າກາກອອກ ໃນຂະນະທີ່ທ່ານກ່າວຄຳປາໄສໃນກອງປະຊຸມລາຍງານໃນຕອນທ້າຍຂອງກອງປະຊຸມລັດຖະມົນຕີຕ່າງປະເທດ NATO, ນະຄອນຫຼວງ ບຣັສໂຂລສ໌ ປະເທດ ແບລຈຽມ. 24 ມີນາ, 2021.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ປົດໜ້າກາກອອກ ໃນຂະນະທີ່ທ່ານກ່າວຄຳປາໄສໃນກອງປະຊຸມລາຍງານໃນຕອນທ້າຍຂອງກອງປະຊຸມລັດຖະມົນຕີຕ່າງປະເທດ NATO, ນະຄອນຫຼວງ ບຣັສໂຂລສ໌ ປະເທດ ແບລຈຽມ. 24 ມີນາ, 2021.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ເດີນທາງໄປນະຄອນ ຫຼວງ ບຣັສໂຊລສ໌ ປະເທດ ແບລຈຽມ ໃນວັນອັງຄານມື້ນີ້ເພື່ອພົບປະກັບບັນດາພັນທະມິດ ຢູໂຣບ ແລະ ອົງການ NATO ກ່ຽວກັບ ຫຼາຍບັນຫາ, ລວມມີການສ້າງກຳລັງຂອງ ຣັດເຊຍ ຢູ່ເຂດຊາຍ ແດນຕິດກັບ ຢູເຄຣນ ແລະ ການປະຕິບັດງານຮ່ວມກັນໃນ ອັຟການິສຖານ.

ການຢ້ຽມຢາມດັ່ງກ່າວໄດ້ມີຂຶ້ນສາມອາທິດ ຫຼັງຈາກທ່ານ ບລິງເຄັນ ໄດ້ເດີນທາງ ໄປນະຄອນຫຼວງ ບຣັສໂຊລສ໌ ສຳລັບກອງປະຊຸມສຸດຍອດ ກັບຄູ່ຮ່ວມຕຳແໜ່ງ ຂອງທ່ານຈາກບັນດາສະມາຊິກອົງ ການ NATO. ທ່ານ ບລິງເຄັນ ໄດ້ກ່າວ ກ່ຽວກັບ ບູລິມະສິດສູງສຸດສຳລັບ ສະຫະລັດ ທີ່ຈະເພັ່ງເລັງໃສ່ການຂະຫຍາຍ ສາຍພົວພັນກັບບັນດາພັນທະມິດໃນລະຫວ່າງກອງປະຊຸມຄັ້ງທີ່ຜ່ານມາ.

ທ່ານ ບລິງເຄັນ ໄດ້ຂຽນຂໍ້ຄວາມໃນທວິດເຕີໃນວັນຈັນວານນີ້ວ່າ “ດີໃຈທີ່ຈະໄດ້ ກັບໄປນະຄອນ ຫຼວງ ບຣັສໂຊລສ໌. ສະຫະລັດ ແມ່ນມີຄວາມມຸ່ງໝັ້ນທີ່ຈະຟື້ນຟູ ສຳພັນທະມິດຂອງ ສະຫະລັດ, ໂດຍສະເພາະກັບບັນດາພັນທະມິດອົງການ NATO ຂອງພວກເຮົາ. ພວກເຮົາຍັງຄົງຍຶດໝັ້ນໃນການສະໜັບສະໜູນ ຂອງພວກເຮົາສຳລັບອົງການ NATO ດັ່ງກັບເວທີທີ່ສຳຄັນສຳລັນຄວາມປອດໄພ ຂ້າມມະຫາສະໝຸດ ແອັດແລນຕິກ.”

ແຜນການຂອງທ່ານ ບລິງເຄັນ ໃນວັນອັງຄານມື້ນີ້ລວມມີການເຈລະຈາກັບ ລັດຖະມົນຕີການຕ່າງປະເທດ ຢູເຄຣນ ທ່ານ ດິມິໂຕຣ ຄູເລບາ (Dmytro Kuleba).

ການເຄື່ອນໄຫວຂອງກຳລັງທະຫານຄັ້ງຫຼ້າສຸດຂອງ ຣັດເຊຍ ຢູ່ເຂດຊາຍແດນ ໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງໃນ ສະຫະລັດ ແລະ ບ່ອນອື່ນໆ.

ທ່ານ ບລິງເຄັນ ໄດ້ລົມກັບເລຂາທິການໃຫຍ່ອົງການ NATO ທ່ານ ເຈັນສ໌ ສໂຕລເທັນເບີກ (Jens Stoltenberg) ກ່ຽວກັບ ສະຖານະການດັ່ງກ່າວ ໃນວັນຈັນວານນີ້ ແລະ ໄດ້ກ່າວວ່າ ມັນໄດ້ມີຂໍ້ຕົກ ລົງສອງຝ່າຍທີ່ “ຣັດເຊຍ ຕ້ອງສິ້ນສຸດການສ້າງກອງທັບທີ່ອັນຕະລາຍຂອງເຂົາເຈົ້າ ແລະ ການສືບຕໍ່ ຮຸກຮານຢູ່ເຂດຊາຍແດນຂອງ ຢູເຄຣນ.”

ທ່ານ ຟີລິບ ຣີກເຄີ (Philip Reeker) ວ່າການຮອງເລຂາທິການສຳລັບ ຫ້ອງການກິດຈະການ ຢູໂຣບ ແລະ ຢູໂຣບເອເຊຍ ຂອງ ສະຫະລັດ ໄດ້ກ່າວຕໍ່ບັນດານັກຂ່າວໃນການລາຍງານ ກ່ຽວກັບ ການປະຊຸມຂອງທ່ານ ບລິງເຄັນ ວ່າການເຈລະຈາ ກ່ຽວກັບ ຢູເຄຣນ ຂອງອົງການ NATO ຈະເຮັດໃຫ້ມີການຮຽກຮ້ອງ ຣັດເຊຍ ສະແດງການຄວບຄຸມ ແລະ ລະງັບ “ການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງບານປາຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG