ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄ​ຣນ ກ່າວ​ຫາ ຣັດ​ເຊຍ ກ່ຽວ​ກັບ ການ​ໂຈມ​ຕີ​ສາຍ​ໄຟ​ຟ້າ


ນັກ​ດັບ​ເພີງ​ເຮັດ​ວຽກ​ຢູ່​ໂຮງ​ໄຟ​ຟ້າ​ຄວາມ​ຮ້ອນ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫານ​ຍ້ອນ​ການ​ໂຈ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ​ ໃນ​ເມືອງ ຄາ​ກີບ, ຢູ​ເຄ​ຣ​ນ, 1 ກັນ​ຍາ 2022. (State Emergency Service of Ukraine via Reuters)
ນັກ​ດັບ​ເພີງ​ເຮັດ​ວຽກ​ຢູ່​ໂຮງ​ໄຟ​ຟ້າ​ຄວາມ​ຮ້ອນ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫານ​ຍ້ອນ​ການ​ໂຈ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ​ ໃນ​ເມືອງ ຄາ​ກີບ, ຢູ​ເຄ​ຣ​ນ, 1 ກັນ​ຍາ 2022. (State Emergency Service of Ukraine via Reuters)

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໄດ້​ກ່າວ​ຫາ ຣັດ​ເຊຍ ກ່ຽວ​ກັບ ການ​ແນ​ເປົ້າ​ໃສ່​ລະ​ບົບ​ພະ​ລັງ​ງານ​ຂອງ ຢູ​ເຄ​ຣນ ແລະ ໂຄງ​ລ່າງ​ພື້ນ​ຖານ​ພົນ​ລະ​ເຮືອນ​ອື່ນໆ ຫຼັງ​ຈາກກອງ​ກຳ​ລັງ​ຢູ​ເຄ​ຣນ ໄດ້​ທຳ​ຄວາມ​ຄືບ​ໜ້າ​ໃນ​ການ​ໂຈມ​ຕີ​ຕອບ​ໂຕ້​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ.

ປະ​ທານ​າ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ເມື່ອ​ວັນ​ອາ​ທິດ​ວານນີ້​ວ່າ “ໄຟ​ຟ້າ​ມອດ​ຢ່າງ​ສິ້ນ​ເຊີງ​ໃນ​ພາກ​ພືນ ຄາ​ກີບ ແລະ ໂດ​ເນັດ​ສ໌, ມອດ​ສ່ວນ​ນຶ່ງ​ໃນ​ພາກ​ພື້ນ ຊາ​ໂປ​ຣິ​ສ​ເຊຍ, ນິບ​ໂປ​ຣ​ເປ​ຕ​ຣອ​ຟ ແລະ ຊູ​ມີ. ບໍ່​ມີ​ສະ​ຖານ​ທີ່ກອງ​ທັບ​ໃດໆ, ເປົ້າ​ໝາຍ​ແມ່ນ​ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ສູນ​ເສຍ​ແສງ​ໄຟ ແລະ ອາຍ​ຮ້ອນ.”

ກອ​ງ​ກຳ​ລັງ​ຂອງ ຢູ​ເຄ​ຣນ ໄດ້​ອ້າງ​ກ່ຽວ​ກັບ ຄວາມ​ສຳ​ເລັດ​ຈຳ​ນວນຫຼາຍ​ໃນ​ສອ​ງ​ສາມ​ວັນ​ທີ່​ຜ່ານ​ມາ​ໃນ​ພາກ​ພື້ນ ຄາ​ກີບ, ລວມ​ທັງ​ການ​ຍຶດ​ເອົາຄືນ​ເມືອງ ອິ​ສ​ຢູມ ທີ່ກອງ​ກຳ​ລັງ ຣັດ​ເຊຍ ໄດ້​ໃຊ້​ເປັນ​ສູນ​ກາງກອງ​ບັນ​ຊາ​ການ ແລະການ​ສະ​ໜອງ​ອຸ​ປະ​ກອນ.

ຫົວ​ໜ້າ​ກອງ​ທັບ​ຂອງ ຢູ​ເຄ​ຣນ ນາຍ​ພົນ ວາ​ເລ​ຣີ ຊາ​ລຸ​ສ​ຍີ, ໄດ້​ກ່າວ​ວ່າ ຢູ​ເຄ​ຣນ ໄດ້​ຍຶດ​ເອົາ​ຄືນ​ປະ​ມານ 3,000 ຕາ​ກິ​ໂລ​ແມັດ​ຈາ​ກກອງ​ກຳ​ລັງ​ຂອງ ມົ​ສ​ກູ ນັບ​ຕັ້ງ​ແຕ່​ຕົ້ນ​ຂອງ​ເດືອນ​ກັນ​ຍາ. ທ່ານ​ໄດ້​ກ່າວ​ວ່າ​ກຳ​ລັງ​ທະ​ຫານ​ ຢູ​ເຄ​ຣນ ຕອນນີ້​ແມ່ນ​ພຽງ 50 ກິ​ໂລ​ແມັດ​ຫ່າງ​ຈາກ​ເຂດ​ຊາຍ​ແດນ​ຕິດ​ກັບ ຣັດ​ເຊຍ.

ຄວາມ​ກ້າວ​ໜ້າ​ໃນ​ສະ​ໜາມ​ລົບ​ໄດ້​ເປັນ​ຂີດ​ໝາຍ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຄວາມ​ສຳ​ເລັດ​ຂອງ​ຢູ​ເຄ​ຣນ ຕັ້ງ​ແຕ່​ຕອນ​ຕົ້ນ​ໃນ​ສົງ​ຄາມ ເວ​ລາ​ທີ່​ເຂົາ​ເຈົ້າ​ໄດ້​ຕ້ານ​ການ​ພະ​ຍາ​ຍາມ​ຂອງ ຣັດ​ເຊຍ ເພື່ອ​ຍຶດ​ເອົາ​ນະ​ຄອນຫຼວງ ກີ​ຢິບ. ການ​ໂຈມ​ຕີ​ຂອງ ຢູ​ເຄ​ຣນ ໃນ​ພາກ​ພື້ນ ຄາ​ກີບ ເບິ່ງ​ຄື​ຈະ​ສ້າງ​ຄວາມ​ປະຫຼາດ​ໃຈ​ໃຫ້ ມົ​ສ​ກູ, ເຊິ່ງ​ໄດ້​ຍ້າຍ​ກຳ​ລັງ​ທະ​ຫານ​ຂອງ​ເຂົາ​ເຈົ້າ​ອອກ​ຈາກ​ເຂດ​ດັ່ງ​ກ່າວ​ໄປ​ພາກ​ໃຕ້, ບ່ອນ​ທີ່ ກີ​ຢິບ ໄດ້​ປະ​ກາດ​ການ​ໂຈມ​ຕີ​ຕອບ​ໂຕ້​ຢ່າງ​ເປີດ​ເຜີຍ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ຣັດ​ເຊຍ, ໃນ​ການ​ຕອບ​ໂຕ້​ຕໍ່​ຄວາມ​ຄືບ​ໜ້າ​ຂອງ ຢູ​ເຄ​ຣນ ນັ້ນ, ໄດ້​ກ່າວ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ວ່າ​ ການ​ຖອນກອງ​ທະ​ຫານ​ອອກ​ຈາກ​ເມືອງ ອິ​ສ​ຢູມ ແລະ ເຂດ​ອື່ນໆ​ໃນ​ພາກ​ພື້ນ ຄາ​ກີບ ແມ່ນ​ມີ​ເຈດ​ຕະ​ນາ​ທີ່​ຈະ​ເສີມ​ຂະ​ຫຍາຍກອງ​ກຳ​ລັງ ຣັດ​ເຊຍ ໃນ​ພາກ​ພື້ນ ໂດ​ເນັດ​ສ໌ ທີ່​ຢູ່​ໃກ້​ຄຽງ​ໃນ​ພາກ​ໃຕ້.

ແຕ່​ການ​ຖອນ​ຕົວ​ດັ່ງ​ກ່າວ​ໄດ້​ກໍ່​ໃຫ້​ມີ​ຄຳ​ເຫັນ​ທີ່​ໂມ​ໂຫ​ ຈາກ​ພວກ​ນັກ​ຂຽນ​ ບ​ລອກ​ເກີ ກ່ຽວ​ກັບ ກອງ​ກຳ​ລັງ ຣັດ​ເຊຍ ແລະ ພວກ​ນັກ​ບັນ​ຍາຍ​ຊາດ​ນິ​ຍົມ, ຜູ້​ທີ່​ໄດ້​ອະ​ທິ​ບາຍ​ມັນ ​ດັ່ງ​ກັບ​ການ​ຜ່າຍ​ແພ້​ຄັ້ງ​ໃຫຍ່ ແລະ ໄດ້​ຮຽກ​ຮ້ອງ ວັງ​ເຄ​ຣັມ​ລິນ ໃຫ້​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ໃນ​ສົງ​ຄາມ. ພວກ​ເຂົາ​ໄດ້​ຕຳ​ໜິ​ຕິ​ຕຽນ​ພວກ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ສຳ​ລັບ​ການ​ຈັດ​ງານ​ຍິງດອກ​ໄມ້​ໄຟ ແລະ ບຸນ​ທີ່​ສິ້ນ​ເປືອງ​ອື່ນໆ​ໃນ ມົ​ສ​ກູ ທີ່​ໄດ້​ສະ​ເຫຼີມ​ສະຫຼອງວັນ​ພັກ​ຂອງເມືອງ​ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ.

ໃນ​ການ​ປະ​ເມີນ​ຜົນ​ຂອງ​ເຂົາ​ເຈົ້າ​ນັ້ນ, ກະ​ຊວ​ງ​ປ້ອງ​ກັນ​ປະເທດ​ຂອງ​ອັງ​ກິດ ໄດ້​ກ່າວ​ວ່າ​ກອງ​ກຳ​ລັງ ຢູ​ເຄ​ຣນ ໄດ້​ສືບ​ຕໍ່​ທີ່ທຳ​ຄວາມ​ກ້າວ​ໜ້າ​ຢ່າງຫຼວງຫຼາຍ​ ໃນ​ພາກ​ພື້ນ ຄາ​ກີບ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG