ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຢູ​ເຄ​ຣນ ເວົ້າ​ວ່າ ທະ​ຫານ​ເກືອບ 9,000 ຄົນ ເສຍ​ຊີ​ວິດ​ ໃນ​ສົງ​ຄາມ​ກັບ ຣັດ​ເຊຍ


ທະ​ຫານ ຢູ​ເຄ​ຣນ ຖື​ທຸງ​ຊາດ​ຢູ່​ເທິງ​ໂລງ​ສົບ​ຂອງ​ທະ​ຫານ​ຄົນ​ນຶ່ງ​ທີ່​ຖືກ​ຂ້າ​ຕາຍ​ໂດຍ​ທະ​ຫານ ຣັດ​ເຊຍ​ ໃນ​ການ​ຕໍ່​ສູ້, ໃນ​ລະ​ຫວ່າງ​ພິ​ທີ​ສົ່ງ​ສະ​ການ​ຂອງ​ລາວ​ຢູ່​ໂບດ ເຊັ້ນ ໄມ​ເກິ​ລ໌, ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 18 ກໍ​ລະ​ກົດ 2022.
ທະ​ຫານ ຢູ​ເຄ​ຣນ ຖື​ທຸງ​ຊາດ​ຢູ່​ເທິງ​ໂລງ​ສົບ​ຂອງ​ທະ​ຫານ​ຄົນ​ນຶ່ງ​ທີ່​ຖືກ​ຂ້າ​ຕາຍ​ໂດຍ​ທະ​ຫານ ຣັດ​ເຊຍ​ ໃນ​ການ​ຕໍ່​ສູ້, ໃນ​ລະ​ຫວ່າງ​ພິ​ທີ​ສົ່ງ​ສະ​ການ​ຂອງ​ລາວ​ຢູ່​ໂບດ ເຊັ້ນ ໄມ​ເກິ​ລ໌, ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 18 ກໍ​ລະ​ກົດ 2022.

ຫົວ​ໜ້າ​ກອງ​ທັບ​ຂອງ ຢູ​ເຄ​ຣນ ເວົ້າ​ວ່າ​ທະ​ຫານ​ເກືອບ 9,000 ຄົນ​ໄດ້​ເສຍ​ຊີ​ວິດ​ນັບ​ຕັ້ງ​ແຕ່ ຣັດ​ເຊຍ ໄດ້​ບຸກ​ລຸກ ຢູ​ເຄ​ຣນ ເກືອບ 6 ເດືອນ​ທີ່​ຜ່ານ​ມາ.

ນາຍ​ພົນ ວາ​ເລ​ຣີ ຊາ​ລຸ​ສ​ຍີ ໄດ້​ກ່າວ​ຄຳ​ປາ​ໄສ​ເມື່ອ​ວັນ​ຈັນ​ວານນີ້​ຢູ່​ງານ​ທະ​ຫານ​ຜ່ານ​ເສິກ, ເຊິ່ງ​ທ່ານ​ໄດ້​ລາຍ​ງານ​ຕົວ​ເລກ ​ທີ່​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ ກ່ຽວ​ກັບ ການ​ສູນ​ເສຍ​ຂອງກອງ​ທັບ ຢູ​ເຄ​ຣນ ນັບ​ຕັ້ງ​ແຕ່​ເດືອນ​ເມ​ສາ​ທີ່​ຜ່ານ​ມາ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເວົ້າ​ວ່າ ເຂົາ​ເຈົ້າ​ໄດ້​ຢືນ​ຢັນ​ການ​ເສຍ​ຊີ​ວິດ​ຂອງ​ພົນ​ລະ​ເຮືອນ​ຫຼາຍກວ່າ 5,500 ຄົນ​ໃນ​ລະ​ຫວ່າງ​ການ​ບຸກ​ລຸກ ຢູ​ເຄ​ຣນ ຂອງຣັດ​ເຊຍ, ເຊິ່ງ​ໄດ້​ເລີ່ມ​ຂຶ້ນ​ເມື່ອວັນ​ທີ 24 ກຸມ​ພາ​ທີ່​ຜ່ານ​ມາ.

ອົງ​ການ​ເດັກ​ນ້ອຍ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ເຂົາ​ເຈົ້າ​ໄດ້​ຢືນ​ຢັນ​ເດັກ​ນ້ອຍ​ຢູ​ເຄ​ຣນ 972 ຄົນ​ໄດ້​ເສຍ​ຊີ​ວິ​ດ ຫຼື ບາດ​ເຈັບ​ຍ້ອນ​ຄວາມ​ຮຸນ​ແຮງ ແຕ່​ໄດ້​ກ່າວ​ວ່າ​ຕົວ​ເລກ​ທີ່​ແທ້​ຈິງ​ແມ່ນ​ເປັນ​ໄປ​ໄດ້​ວ່າ​ຈະ​ສູງກວ່າ​ຫຼາຍ.

ເດັກ​ນ້ອຍ​ທີ່​ບາດ​ເຈັບ ແລະ ເສຍ​ຊີ​ວິດ​ສ່ວນ​ໃຫຍ່​ແມ່ນ​ມີ​ສາ​ເຫດ​ມາ​ຈາກ​ການ​ໃຊ້​ອາ​ວຸດ​ລະ​ເບີດ, ອີງ​ຕາມ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ໂດຍ​ຜູ້​ອຳ​ນວຍ​ການ​ໃຫຍ່​ຂ​ອງ​ອົງ​ການ UNICEF ທ່ານ​ນາງ ແຄ​ເທີ​ຣິນ ຣັ​ສ​ໂຊ​ລ໌.

ວັນ​ພຸດມື້​ອື່ນນີ້​ຈະ​ເປັນ​ຂີດ​ໝາຍ 6 ເດືອນ​ນັບ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ສົງ​ຄາມດັ່ງ​ກ່າວ. ມັນ​ຍັງ​ເປັນ​ວັນ​ປະ​ກາດ​ເອ​ກະ​ລາດ​ຂອງ ຢູ​ເຄ​ຣນ ດ້ວຍ, ເຊິ່ງ​ເປັນ​ຂີດ​ໝາຍ 31 ປີ ​ນັບ​ຕັ້ງ​ແຕ່​ປະ​ເທດ​ດັ່ງ​ກ່າວ​ໄດ້​ຮັບ​ເອ​ກະ​ລາດ​ຈາກ​ການ​ປົກ​ຄອງ​ໂຊ​ຫວ​ຽດ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ເຕືອນ ກ່ຽວ​ກັບ ການ​ດຳ​ເນີນ​ການ​ທີ່​ອາດ​ເປັນ​ໄປ​ໄດ້​ຂອງ ຣັດ​ເຊຍ​ ຕໍ່​ຢູ​ເຄ​ຣນ​ ໃນ​ຂະ​ນະ​ທີ່​ປະ​ເທດ​ດັ່ງ​ກ່າວ​ກະ​ກຽມ​ທີ່​ຈະ​ສະຫຼອງວັນ​ປະ​ກາດ​ເອ​ກະ​ລາດ.

ນະ​ຄອນຫຼວງ ກີ​ຢິບ ຂອງ​ຢູ​ເຄ​ຣນ, ໄດ້​ຍົກ​ເລີກ​ການ​ສະ​ເຫຼີມ​ສະ​ຫຼອງວັນ​ປະ​ກາດ​ເອ​ກະ​ລາດ​ໃນ​ສາ​ທາ​ລະ​ນະ. ອົງ​ການ​ຂ່າວ ຣອຍ​ເຕີ ໄດ້​ກ່າວ​ວ່າ​ເອ​ກະ​ສານ​ສະ​ບັບ​ນຶ່ງ​ຂອງ​ລັດ​ຖະ​ບານໄດ້​ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ນະ​ຄອນຫຼວງ ກີ​ຢິບ ຖື​ກ​ຫ້າມ​ຈັດ​ງານ​ສາ​ທາ​ລະ​ນະ​ໃດໆ​ທີ່​ກ່ຽວ​ຂ້ອງ​ກັບ​ວັນ​ຄົບ​ຮອບ​ດັ່ງ​ກ່າວ​ຈາກວັນ​ຈັນ​ວານນີ້ ຫາ​ວັນ​ພະ​ຫັດ.

ໃນ​ຄວາມ​ຄືບ​ໜ້າ​ອື່ນໆ​ເມື່ອ​ວັນ​ຈັນ​ວານນີ້, ຢູ​ເຄ​ຣນ ໄດ້​ລາຍ​ງານ​ກ່ຽວ​ກັບ​ການ​ໂຈມ​ຕີ​ທາງ​ອາ​ກາດຄັ້ງໃໝ່​ຂອງ ຣັດ​ເຊຍ ໃກ້​ກັບ​ສະ​ຖານ​ທີ່​ຂອງ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ທີ່​ສຳ​ຄັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG