ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກົດລະບຽບ ຂອງສານສູງສຸດອັງກິດ ຄັດກັບແຜນການສົ່ງຜູ້ອົບພະຍົບກັບ ໂດຍນາຍົກລັດຖະມົນຕີ ບໍ່ໄດ້ຂັດຂວາງ

ນາຍົກລັດຖະມົນຕີ ຣີຊີ ຊູນາກ ຂອງສະຫະຣາດຊະອານາຈັກ ອັງກິດ ຖະແຫຼງ ໃນວັນທີ 15 ພະຈິກ 2023 ຫຼັງຈາກສານສູງສຸດຕັດສິນວ່ານະໂຍບາຍການສົ່ງຜູ້ອົບພະຍົບທີ່ບໍ່ມີເອກະສານໄປປະເທດຣວັນດາ ແມ່ນຜິດກົດໝາຍແລະອາດເຮັດໃຫ້ພວກເຂົາຕົກ​ຢູ່​ໃນ​ຄວາມບໍ່ປອດໄພໄດ້. ທ່ານຊູນາກ ກ່າວວ່າທ່ານຈະຊອກຫາວິທີອື່ນ ເພື່ອບັນບຸເປົ້າໝາຍ

ນາຍົກລັດຖະມົນຕີອັງກິດ ທ່ານຣີຊີ ຊູນາກ (Rishi Sunak) ໄດ້ໃຫ້ຄຳໝັ້ນສັນຍາໃນວັນພຸດວານນີ້ວ່າ ລັດຖະບານຂອງທ່ານ ຈະສືບຕໍ່ຊອກຫາທາງທີ່ຈະສົ່ງຜູ້ອົບພະຍົບ ທີ່ບໍ່ມີເອກະສານຈຳນວນນຶ່ງ ໄປປະເທດ ຣວັນດາ (Rwanda), ເຖິງແມ່ນວ່າສານສູງສຸດຈະຕັດສິນວ່ານະໂຍບາຍດັ່ງກ່າວຜິດກົດໝາຍ ແລະອາດເຮັດໃຫ້ຊາວອົບພະຍົບ ຕົກ​ຢູ່​ໃນ​ຄວາມບໍ່ປອດໄພໄດ້.

ຜູ້ພິພາກສາທັງ 5 ຄົນ ມີມະຕິເປັນເອກະສັນກັນວ່າ ປະເທດຣວັນດາ ບໍ່ແມ່ນຈຸດຫມາຍປາຍທາງທີ່ປອດໄພສໍາລັບຜູ້ອົບພະຍົບ, ໂດຍໄດ້ຂຽນໄວ້ໃນຄຳຕັດສິນ ຂອງພວກເ​ພິ່ນວ່າ ຜູ້ຂໍລີ້ໄພ ທີ່ປ່ຽນເສັ້ນທາງໄປປະເທດອັຟຣິກາຕາເວັນອອກຈະ "ມີຄວາມສ່ຽງຢ່າງແທ້ຈິງ ທີ່ຈະຖືກປະຕິບັດຢ່າງໂຫດຮ້າຍ."

ສານໄດ້ອ້າງເຖິງເຫດຜົນຫຼາຍປະການໃນການຍົກເລີກແຜນການຂອງທ່ານ ຊູນາກ ເຊິ່ງລວມທັງບັນທຶກຂອງຣວັນດາ ກ່ຽວກັບການລ່ວງລະເມີດສິດທິມະນຸດ, ການປາບປາມທາງດ້ານການເມືອງ ແລະນະໂຍບາຍຂອງ "ການສົ່ງກັບ," ຫຼືການເນລະເທດ ຜູ້ລີ້ໄພ ກັບໄປປະເທດ ທີ່ພວກເຂົາເຈົ້າໄດ້ຫນີອອກໄປ.

ບັນດາຜູ້ພິພາກສາ ໄດ້ໂຕ້ຖຽງວ່າແນວໂນ້ມຂອງ ຣວັນດາ ທີ່ຈະປະຕິເສດຊາວອົບພະຍົບຈາກປະເທດ ທີ່ຖືກທໍາລາຍໂດຍສົງຄາມ ຫມາຍຄວາມວ່າ ມີອັນຕະ ລາຍ "ການຮຽກຮ້ອງຂໍລີ້ໄພ ຈະບໍ່ໄດ້ຮັບການພິຈາລະນາຢ່າງຖືກຕ້ອງ ... "

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG