ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອັງກິດ ຈະປະກາດການຊ່ວຍເຫລືອ ປືນໃຫຍ່ ຊຸດໃຫມ່ ສໍາລັບຢູເຄຣນ


(ພາບ​ໃນ​ແຟ້ມ) ພາບທີ່​ສະ​ໜອງ​ໃຫ້​ໂດຍ​ຫ້ອງ​ການ​ປະ​ທາ​ທ​ນາ​ທິ​ບໍ​ດີຢູ​ເຄ​ຣນ, ທ່ານ​ໂວ​ໂລ​ດິ​ເມຍ ເຊ​ເລນ​ສ​ກີ, ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ຢືນ​ຢູ່​ກັບ​ທ່ານຣີ​ຊີ ຊູ​ນາກ, ນາ​ຍົກ​ອັງ​ກິດເບິ່ງ​ພາ​ຫະ​ນະ​ຣັດ​ເຊຍ ທີ່​ຖືກ​ທຳ​ລາຍ ຢູ່​ກາງ​ນະ​ຄອນ​ຫລວງ​ກີ​ຢິບຂອງ​ຢູ​ເຄ​ຣນ, ວັນ​ທີ 19 ພະ​ຈິກ, 2022.
(ພາບ​ໃນ​ແຟ້ມ) ພາບທີ່​ສະ​ໜອງ​ໃຫ້​ໂດຍ​ຫ້ອງ​ການ​ປະ​ທາ​ທ​ນາ​ທິ​ບໍ​ດີຢູ​ເຄ​ຣນ, ທ່ານ​ໂວ​ໂລ​ດິ​ເມຍ ເຊ​ເລນ​ສ​ກີ, ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ຢືນ​ຢູ່​ກັບ​ທ່ານຣີ​ຊີ ຊູ​ນາກ, ນາ​ຍົກ​ອັງ​ກິດເບິ່ງ​ພາ​ຫະ​ນະ​ຣັດ​ເຊຍ ທີ່​ຖືກ​ທຳ​ລາຍ ຢູ່​ກາງ​ນະ​ຄອນ​ຫລວງ​ກີ​ຢິບຂອງ​ຢູ​ເຄ​ຣນ, ວັນ​ທີ 19 ພະ​ຈິກ, 2022.

ນາຍົກລັດຖະມົນຕີອັງກິດ, ທ່ານ ຣີຊີ ຊູ​ນາກ (Rishi Sunak) ໃນວັນຈັນມື້ນີ້ຈະປະ ກາດການ​ຊ່ວຍ​ເຫລືອປືນໃຫຍ່ຊຸດໃຫມ່ ທີ່​ສຳ​ຄັນ ສໍາລັບຢູເຄຣນ ໃນ​ຕອນ​ທີ່ ທ່ານຢູ່ກອງປະຊຸມຂອງຄູ່ຮ່ວມມື​ລະ​ຫວ່າງປະ​ເທດ ​ໃນ​ເຂດພາກ​ເໜືອຢູ​ໂຣບ​, ເຂດ​ທະ​ເລ​ບາລ​ຕິກ ແລະ ເນ​ເທີ​ແລນ ໃນນະ​ຄອນ​ຫລວງຣີ​ກາ (Riga) ຂອງ​ປະ​ເທດ​ລັດ​ເວຍ, ອີງ​ຕາມ​ອົງ​ການ​ຂ່າວ AFP.

ທ່ານຊູ​ນາກ ຈະເດີນທາງໄປເຖິງລັດເວຍ ໃນວັນຈັນມື້ນີ້ ເພື່ອປຶກສາຫາລື ກ່ຽວກັບ ຄວາມພະຍາຍາມ ທີ່​ດຳ​ເນີນ​ໄປ​ຢູ່ ເພື່ອຕ້ານການຮຸກຮານຂອງຣັດເຊຍ ໃນເຂດພາກ ​ເໜືອຢູ​ໂຣບ​ ແລະເຂດ​ທະ​ເລ​ບາລ​ຕິກ ກັບບັນ​ດາປະເທດເພື່ອນມິດ ຂອງກຳ​ລັງ​ປະ​ຕິ​ບັດ​ງານຮ່ວມ ຫລື JEF.

ທ່ານຊູ​ນາກ ຈະ​ຮຽກຮ້ອງ​ໃຫ້​ບັນດາ​ຜູ້ນຳ​ປະ​ເທດ​ເຫລົ່າ​ນີ້ ຮັກສາ​ການ​ສະໜັບສະໜູນ​ແກ່​ຢູ​ເຄ​ຣນ​ ໃຫ້​ຢູ່​ໃນລະດັບ​ຂອງ​ປີ 2022 ຫຼື​ ຫລາຍ​ກວ່າປີ 2022 ສຳ​ລັບ​ປີ 2023 ນີ້, ອີງ​ຕາມຖະ​ແຫຼ​ງການ​ສະບັບ​ນຶ່ງທີ່​ເຜີຍ​ແຜ່​ອອກມາ ​ຈາກ​ສຳນັກງານ​ນາຍົກລັດຖະມົນຕີ.

ທ່ານ​ຍັງ​ຈະ​ປະກາດອີກ​ວ່າ ອັງກິດ​ຈະ​ສະໜອງ​ລູກ​ປືນ​ໃຫຍ່​ຫຼາຍ​ແສນ​ລູກ ​ໃນ​ປີໜ້ານີ້​ພາຍ​ໃຕ້​ສັນຍາ 250 ລ້ານ​ປອນ ຫລື 304 ລ້ານ​ໂດ​ລາ​ ທີ່​ຈະ​ຮັບປະກັນ​ການ​ຫລັ່ງ​ໄຫລຂອງລູກ​ປືນ​ໃຫຍ່ສະ​ໜອງ​ໃຫ້ແກ່​ຢູ​ເຄ​ຣນ​ຕະຫຼອດ​ປີ 2023.

ອັງ​ກິດນຳ​ໜ້າໝູ່​ໃນ​ການ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ປ້ອງ​ກັນ​ປະ​ເທດ ​ໃຫ້​ແກ່ຢູ​ເຄ​ຣນ ລວມ​ທັງ​ການ​ສົ່ງ​ລະ​ບົບ​ຍິງ​ລູກ​ສອນ​ໄຟ​ຫຼາຍ​ລູກ​ພ້ອມ​ກັນ ແລະ​ປືນ​ໃຫຍ່​ຕ້ານ​ເຮືອ​ບິນ 125 ກະ​ບອກ ເມື່ອ​ບໍ່​ດົນ​ມາ​ນີ້, ອີງຕາມ​ຖະ​ແຫລງ​ການນັ້ນ.

"ພວກເຮົາຍັງໄດ້ສະຫນອງລູກປືນຫຼາຍກວ່າ 1 ແສນລູກອີກ ນັບຕັ້ງແຕ່ເດືອນກຸມພາ ຜ່ານ​ມາ ດ້ວຍການຈັດສົ່ງທີ່​ເຊື່ອມ​ໂຍງໂດຍກົງ ໃສ່ກັບການປະຕິບັດງານທີ່ປະສົບຜົນ ສໍາເລັດເພື່ອຍຶດເອົາດິນແດນໃນຢູເຄຣນ​ຄືນມາ."

ໃນເດືອນແລ້ວນີ້ ທ່ານ ຊູ​ນາກ ໄດ້ໄປຢ້ຽມຢາມກີ​ຢິບ ເພື່ອສະເໜີໃຫ້ການສະໜັບ ສະໜຸນຕື່ມອີກ ຕໍ່ຢູເຄຣນໃນການຕໍ່ສູ້ກັບກຳລັງທະ​ຫານຂອງຣັດເຊຍຫລັງຈາກການ ບຸກລຸກ ໃນເດືອນກຸມພາຜ່ານ​ມາ.

ທ່ານຊູ​ນາກກ່າວ​ໃນ​ຖະ​ແຫຼງການນັ້ນ​ວ່າ “ອັງ​ກິດ ​ແລະພັນທະ​ມິດ​ຢູ​ໂຣບໄດ້​ເຄື່ອນ​ໄຫວ​ແບບ​ພ້ອມໆກັນ​ ໃນ​ການ​ຕອບ​ໂຕ້ຂອງ​ພວກ​ເຮົາ​ຕໍ່​ການ​ບຸກ​ລຸກ​ຢູ​ເຄຣນ, ​ແລະ​ພວກ​ເຮົາ​ຍຶດໝັ້ນ​ຕໍ່ຄວາມ​ມຸ້ງ​ໝັ້​ນຂອງ​ພວກ​ເຮົາ ​ເພື່ອ​ໃຫ້ບັນ​ລຸສັນຕິພາບ​ໃນ​ຢູ​ໂຣບ ອີກ​ເທື່ອ​ນຶ່ງ.

ທ່ານກ່າວຕໍ່​ໄປວ່າ "ແຕ່ເພື່ອຈະບັນລຸສັນຕິພາບໄດ້ ພວກເຮົາຕ້ອງ ສະກັດກັ້ນການ ຮຸກຮານ ແລະການປະຕິບັດງານຂອງພວກເຮົາໃນທົ່ວພາກພື້ນຮ່ວມກັນແມ່ນສໍາຄັນຫລາຍ ເພື່ອຮັບປະກັນວ່າ ພວກເຮົາສາມາດຕອບໂຕ້ ຕໍ່ການຂົ່ມຂູ່ທີ່ຮ້າຍແຮງທີ່ສຸດໄດ້."


ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG