ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ສານ​ສູງສຸດ​ອັງກິດ ​​ຕັດສິນ​ວ່າ ສະພາ​ຕ້ອງ ອະນຸມັດ​ແຜນການ ເພື່ອ​ໃຫ້ປະ​ເທດ ​​ຖອນ​ຕົວ​ ຈາກອີຢູ


ຜູ້ສະໜັບສະໜູນໃຫ້ອັງກິດຖອນໂຕອອກຈາກ ສະຫະພາບຢູໂຣບ ກຳລັງໂບກທຸງຊາດ ຢູ່ຕໍ່ໜ້າສະພາແຫ່ງຊາດ ໃນນະຄອນຫລວງ ລອນດອນ
ຜູ້ສະໜັບສະໜູນໃຫ້ອັງກິດຖອນໂຕອອກຈາກ ສະຫະພາບຢູໂຣບ ກຳລັງໂບກທຸງຊາດ ຢູ່ຕໍ່ໜ້າສະພາແຫ່ງຊາດ ໃນນະຄອນຫລວງ ລອນດອນ

​ສານ​ສູງສຸດ​ອັງກິດໄດ້​ຕັດສິນ​ໃນ​ວັນ​ອັງຄານ​ມື້​ນີ້ວ່າ ສະພາ​ຕ້ອງອະນຸມັດ​ແຜນການ​ຕ່າງໆ ​ເພື່ອ​ໃຫ້ປະ​ເທດເລີ້ມຖອນ​ຕົວ​ອອກຈາກ​ສະຫະ​ພາບ​ຢູ​ໂຣບ.

ປະທານ​ສານ​ສູງສຸດ ທ່ານ David Neuberger ​ໄດ້​ປະກາດ ກ່ຽວ​ກັບ ​ການ​ຕັດສິນ 8 ຕໍ່ 3​ ​ໂດຍ​ເວົ້າ​ວ່າ ແມ່ນ​ອີງ​ຕາມ​ທັດສະນະ​ຄວາມ​ເຫັນທີ່ວ່າ ການ​ຖອນ​ໂຕ​ອອກ​ຈາກ​ສະຫະ ພາບ​ຢູ​ໂຣບນັ້ນ ຈະ​ຕັດທັງແຫ​ລ່ງກົດໝາຍ​ຂອງ​ອັງ​ກິດແລະ​ ປ່ຽນ​ແປງ​ສິດທິທີ່​ປະຊາຊົນ ຊາ​ວ​ອັງກິດ​ໄດ້​ຊົມ​ໃຊ້​ມາ.

ລັດຖະບານຂອງນາຍົກລັດຖະມົນຕີອັງກິດ ​ທ່ານ​ນາງ Theresa May ​ຕ້ອງ ການ​ໃຫ້​ທ່ານ​ນາງສາມາດ​ໃຊ້​ອຳນາດຂອງ​ຝ່າຍ​ບໍລິຫານ ໂດຍປະກາດ​ໃຊ້​ມາດ ຕາ 50 ຂອງ​ສົນທິສັນຍາ​ສະຫະພາບ​ຢູ​ໂຣບ ທີ່​ຈະ​ເລີ້ມໃນ​ການຖອນ​ໂຕ​ອອກ.

ອະທິ​ໄອ​ຍະ​ການ ທ່າ​ນ Jeremy Wright ກ່າວ​ຫລັງ​ຈາກ​ການ​ຕັດສິນ​ວ່າ ​ລັດ ຖະບານ​ຈະ​ປະຕິບັດ​ຕາມການຕັດສິນ ​ແລະ “ຈັດຕັ້ງປະຕິບັດ​ທຸກ​ຢ່າງ​ທີ່ຕົນ​ສາ ມາດ​ນຳ​ໃຊ້​ໄດ້.”

ບັນດາ​ຜູ້ປ່ອນ​ບັດ​ໄດ້​ເລືອກ​ເອົາ​ດ້ວຍ​ຄະ​ແນນ​ສຽງ​ໃກ້​ຄຽງ​ກັນ​ໃນ​ການ​ລົງ​ປະຊາ​ມະຕິ​ປີ​ກາຍ​ນີ້ ​ເພື່ອ​ຖອນໂຕອອກ​ຈາກສະຫະພາບ​ຢູ​ໂຣບ.

ທ່ານ Wright ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ການ​ປະກາດ​ກ່ຽວ​ກັບ​ການ​ຕັດສິນ​ຂອງ​ຜູ້​ປ່ອນ​ບັດ ບັດ​ນີ້​ເປັນ​ເລື້ອງ​ການ​ເມືອງ ​ແລະ​ບໍ່ແມ່ນ​ເລື່ອງ​ທາງ​ກົດໝາຍ ອີກ​ແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG