ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າອົງການສືບລັບຂອງອັງກິດ ກ່າວ​ວ່າ ການ​ຂະ​ຫຍາຍ​ອຳ​ນາດ​ຂອງ​ຈີນ ເພີ້ມ​ຂຶ້ນ ​ເປັນບັນ​ຫາຕໍ່​​ຄວາມ​ໝັ້ນ​ຄົງ​ຂອງ​ໂລກ


ທ່ານ Jeremy Fleming, ຜູ້ອຳນວຍການສຳ​ນັກ​ງານ​ໃຫຍ່​ດ້ານ​ການ​ສື່​ສານ​ຂອງ​ລັດ​ຖະ​ບານ​ອັງ​ກິດ ຫລື GCHQ (ພາບ​ຖ່າຍ​ໃນ​ວັນ​ທີ 14 ກຸມ​ພາ, 2019 ໃນ​ນະ​ຄອນ​ລອນດອນ)
ທ່ານ Jeremy Fleming, ຜູ້ອຳນວຍການສຳ​ນັກ​ງານ​ໃຫຍ່​ດ້ານ​ການ​ສື່​ສານ​ຂອງ​ລັດ​ຖະ​ບານ​ອັງ​ກິດ ຫລື GCHQ (ພາບ​ຖ່າຍ​ໃນ​ວັນ​ທີ 14 ກຸມ​ພາ, 2019 ໃນ​ນະ​ຄອນ​ລອນດອນ)

ຫົວໜ້າອົງການສືບລັບທາງອິນເຕີແນັດຂອງອັງກິດ ໃນວັນອັງຄານວານນີ້ ໄດ້ກ່າວຫາຈີນວ່າ ພະຍາ ຍາມ “ຂຽນກົດລະບຽບຄວາມໝັ້ນຄົງສາກົນຄືນໃໝ່” ໂດຍກ່າວວ່າ ປັກກິ່ງກຳລັງໃຊ້ອຳນາດທາງດ້ານເສດຖະກິດ ແລະເທັກໂນໂລຈີຂອງຕົນ ເພື່ອປາບ​ປາມ​ຄົນ​ຢູ່​ພາຍ​ໃນ​ປະ​ເທດ ລະຄວບຄຸມຄົນຢູ່ຕ່າງປະເທດ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP).

ທ່ານເຈ​ເຣ​ມີ ເຟ​ລມ​ມິງ (Jeremy Fleming), ຜູ້ອຳນວຍການອົງ​ການ GCHQ ກ່າວວ່າ ເຖິງແມ່ນສົງຄາມຈະເກີດຂຶ້ນໃນຢູ​ໂຣບ ນັບຕັ້ງແຕ່ຣັດເຊຍໄດ້ບຸກ​ລຸກ ຢູເຄຣນກໍ​ຕາມ ແຕ່ວ່າ ອຳນາດທີ່ນັບ​ມື້ນັບເຕີບໃຫຍ່ຂຶ້ນຂອງປັກກິ່ງແມ່ນ "ບັນຫາ ຄວາມໝັ້ນ​ຄົງແຫ່ງຊາດ ທີ່ຈະກຳນົດອະນາຄົດຂອງພວກເຮົາ."

ໃນຄໍາປາໄສ ຢ່າງ​ເປີດ​ເຜີຍທີ່ຫາຍາກ ຢູ່​ທີ່ສະຖາບັນຄົ້ນ​ຄວ້າ Royal United Services ນັ້ນ ທ່ານ​ເຟ​ລມ​ມິງ ໄດ້ກ່າວຫາວ່າເຈົ້າ​ໜ້າ​ທີ່​ຄອມມິວນິສຂອງປັກກິ່ງ ຢາກ "ໄດ້ຮັບຜົນປະໂຫຍດທາງຍຸດທະສາດ ໂດຍການສ້າງລະບົບນິເວດທາງເທັກ ໂນໂລຈີຂອງໂລກ."

“ເມື່ອ​ເວົ້າ​ເຖິງ​ເທັກໂນໂລຈີແລ້ວ ການ​ກະ​ທຳ​ທາງ​ການ​ເມືອງ​ຂອງ​ລັດຖະ​ບານ​ຈີນ ​ແມ່ນ​ເປັນ​ບັນ​ຫາ​ອັນ​ຮີບ​ດ່ວນ ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ທີ່​ພວກ​ເຮົາ​ຕ້ອງໄດ້​ຮັບ​ຮູ້ແລະ​ແກ້​ໄຂ,” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ​ເຟ​ລມ​ມິງ. ທ່ານກ່າວຕໍ່​ໄປ​ວ່າ "ສິ່ງນັ້ນ ກໍແມ່ນຍ້ອນວ່າ ມັນປ່ຽນຄໍານິຍາມຂອງຄວາມໝັ້ນ​ຄົງແຫ່ງຊາດ ໄປສູ່ແນວຄວາມຄິດອັນກວ້າງກວ່າ. ​ເທັກໂນໂລຈີບໍ່ພຽງແຕ່ເປັນພື້ນທີ່ສໍາລັບໂອກາດ ເພື່ອການແຂ່ງຂັນ ແລະການຮ່ວມມື ເທົ່າ​ນັ້ນ ມັນໄດ້ກາຍເປັນສະ​ໜາມ​ລົບສໍາລັບການຄວບຄຸມ, ສໍາລັບຄ່ານິ​ຍົມແລະອິດທິພົນອີກ​ດ້ວຍ."

ທ່ານໃຫ້​ເຫດ​ຜົນວ່າ ​ລະບົບ​ພັກ​ຝ່າຍ​ດຽວ​ໃນ​ປັກ​ກິ່ງ ​ພະຍາຍາມທີ່​ຈະ​ຄວບ​ຄຸມ​ປະຊາ ຊົນຈີນ ​ແລະ​ເຫັນ​ປະ​ເທດ​ອື່ນວ່າ "​ອາດເປັນ​ສັດຕູ​ ຫລື ​ອາດ​ຈະ​ເປັນ​ປະ​ເທດ​ລູກ​ຄ້າ ​ທີ່​ສາ​ມາດຖືກ​ນາບ​ຂູ່, ​ໃຫ້​ສິນ​ບົນ ​ຫຼືຖືກ​ບັງຄັບໄດ້."

ການ​ພົວພັນ​ລະຫວ່າງ​ອັງກິດ​ ແລະ​ຈີນ​ໄດ້ມີ​ຄວາມ​ເຢືອກ​ເຢັນ​ເພີ້ມ​ຂຶ້ນ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ໂດຍ​ເຈົ້າ​ໜ້າ​ທີ່​ອັງກິດ​ກ່າວ​ຫາ​ປັກ​ກິ່ງ​ວ່າ ​ໃຊ້​ເລ້​ຫລ່ຽມທາງເສດຖະກິດ ​ແລະລະ​ເມີດ​ສິດທິ​ມະນຸດ.

ສາຍ​ລັບ​ອັງກິດ​ໄດ້​ຕີ​ລາຄາ​ໃນທາງ​ລົບ ນັບ​ມື້​ນັບ​ສູງ​ຂຶ້ນ​ກ່ຽວ​ກັບ​ອິດ​ທິພົນ ​ແລະ​ເຈດ​ຕະນາ​ຂອງ​ປັກ​ກິ່ງ. ໃນປີກາຍນີ້ ຫົວໜ້າອົງການສືບລັບຕ່າງປະເທດ MI6, ທ່ານ ຣີ​ຊາດ ມໍ​ (Richard Moore) ໄດ້ເອີ້ນຈີນວ່າ ເປັນໄພຂົ່ມຂູ່ທີ່ໃຫຍ່ທີ່ສຸດຕໍ່ອັງກິດ ແລະພັນທະມິດຂອງ​ປະ​ເທດນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG