ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງ​ກິດ ກ່າວ​ວ່າ ຈີນ ກຳ​ລັງ​ສະ​ໜອງ​ອາ​ວຸດ​ທີ່​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ ໃນ ຣັດ​ເຊຍ ໃຊ້​ໃນ ຢູ​ເຄ​ຣນ


ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ ແກ​ຣ້ນ ແຊັບ​ສ ເດີນ​ທາງ​ຮອດ​ຖະ​ໜົນ ດາວ​ນິງ ສຳ​ລັບ​ການ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ​ໃນ​ນະ​ຄອນຫຼວງ ລອນດອນ, ອັງ​ກິດ, 6 ມີ​ນາ 2024.
ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ ແກ​ຣ້ນ ແຊັບ​ສ ເດີນ​ທາງ​ຮອດ​ຖະ​ໜົນ ດາວ​ນິງ ສຳ​ລັບ​ການ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ​ໃນ​ນະ​ຄອນຫຼວງ ລອນດອນ, ອັງ​ກິດ, 6 ມີ​ນາ 2024.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອັງ​ກິດ ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ປ້ອງ​ກັນ​ປະ​ເທດ ທ່ານ ແກ​ຣ້ນ ແຊັບ​ສ ໄດ້​ກ່າວ​ຫາ ຣັດ​ເຊຍ ແລະ ຈີນ ໃນ​ວັນ​ພຸດມື້ນີ້ ກ່ຽວ​ກັບ ການ​ຮ່ວມ​ມື​ໃນ​ອຸ​ປະ​ກອນ​ການ​ຕໍ່​ສູ້​ເພື່ອ​ໃຊ້​ໃນ​ສົງ​ຄາມ​ສອງ​ປີ​ໃນ ຢູ​ເຄ​ຣນ.

ທ່ານ ແຊັບ​ສ ໄດ້​ກ່າວ​ຢູ່ກອງ​ປ​ະ​ຊຸມ​ປ້ອງ​ກັນ​ປະ​ເທດ ລອນດອນ​ ວ່າ “ພວກ​ເຂົາ​ປົກ​ປ້ອງ​ກັນ​ແລະ​ກັນ.” ຕໍ່​ມາ​ທ່ານ​ໄດ້​ກ່າວ​ວ່າ ອັງ​ກິດ ມີຫຼັກ​ຖານ​ທີ່​ວ່າ ຈີນ ແມ່ນ​ກຳ​ລັງ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ທີ່​ອັນ​ຕະ​ລາຍ​ເຖິງແກ່​ຊີ​ວິດໃຫ້ ຣັດ​ເຊຍ ໂດຍບໍ່​ໄດ້​ສະ​ໜອງຫຼັກ​ຖານ​ໃຫ້.

ການ​ກ່າວ​ຫາ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນບໍ່​ເທົ່າ​ໃດ​ວັນຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ໄປ​ຢ້ຽມ​ຢາມ ປັກ​ກິ່ງ.

ປັກ​ກິ່ງ ແລະ ມົ​ສ​ກູ ໄດ້​ສ້າງ​ສາ​ຍ​ພົວ​ພັນ “ຢ່າງບໍ່​ມີ​ຂໍ້​ຈຳ​ກັດ” ນຳ​ກັນ​ພຽງ​ບໍ່​ເທົ່າ​ໃດ​ວັນ​ກ່ອນ​ການ​ບຸກ​ລຸກ​ຢ່າງ​ເຕັມ​ອັດ​ຕາ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ ໃນ​ປີ​ເດືອນ​ກຸມ​ພາ 2022.

ສະ​ຖານ​ທູດ ຈີນ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັ​ສ ໄດ້​ກ່າວ​ໃນ​ເດືອນ​ທີ່​ຜ່ານ​ມາ​ວ່າ​ເຂົາ​ເຈົ້າ “ບໍ່​ແມ່ນ​ຜູ້​ຜະ​ລິດ ຫຼື ຝ່າຍ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ວິ​ກິດ​ການ ຢູ​ເຄ​ຣນ.” ເຂົາ​ເຈົ້າ​ໄດ້​ປະ​ຕິ​ເສດ​ການ​ກ່າວ​ອ້າງ​ທີ່​ວ່າ ຈີນ ໄດ້​ຊ່ວຍ​ເຫຼືອ​ໃນ​ການ​ປະ​ຕິ​ບັດ​ການ​ທາງ​ທະ​ຫານ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ.

ທ່ານ ແຊັບ​ສ ໄດ້​ກ່າວ​ວ່າ​ມັນ​ໄດ້​ມີ​ການ​ເຕີບ​ໂຕ 64 ເປີ​ເຊັນ​ໃນ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ດັ່ງ​ກ່າວ​ນັບ​ຕັ້ງ​ແຕ່​ການ​ບຸ​ກ​ລຸກ​ໄດ້​ເລີ່ມ​ຂຶ້ນ. ການ​ກ່າວ​ຫາ​ຂອງ​ທ່ານ​ໄດ້​ເປັນ​ຂີດ​ໝາຍ​ຄັ້ງ​ທຳ​ອິດ​ທີ່ ອັງ​ກິດ ໄດ້​ກ່າວ​ຫາ ຈີນ ກ່ຽວ​ກັບ ການ​ສະ​ໜອງ​ອາ​ວຸດ​ໃຫ້ ຣັດ​ເຊຍ ເພື່ອ​ໃຊ້​ໃນ ຢູ​ເຄ​ຣນ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ກ່າວ​ໃນ​ເດືອນ​ທີ່​ຜ່ານ​ມາ​ວ່າ ຈີນ ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ໃນ​ການ​ຜະ​ລິດ​ລູກ​ສອນ​ໄຟ​, ລົດ​ຖັງ ແລະ ເຮືອ​ບິນຂອງ ມົ​ສ​ກູ, ຜ່ານ​ການ​ຂາຍ​ອຸ​ປະ​ກອນ​ຂອງ​ເຄື່ອງ​ຈັກ, ເຄື່ອງ​ອີ​ເລັກ​ໂທ​ຣ​ນິກ​ຂະ​ໜາດ​ນ້ອຍ ແລະ ເທັກ​ໂນ​ໂລ​ຈີ​ອື່ນໆ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG