ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງ​ກິດ ເວົ້າ​ວ່າ ຣັດ​ເຊຍ ປະ​ສົບ​ກັບ​ການ​ບາດ​ເຈັບ ແລະ ເສຍ​ຊີ​ວິດ ໃນ​ລະ​ດັບ​ທີ່​ສູງ​ທີ່​ສຸດ ນັບ​ຕັ້ງ​ແຕ່​ອາ​ທິດ​ທຳ​ອິດ​ຂອງ​ການ​ບຸກ​ລຸກ


ລົດ​ຖັງ​ຂອງ​ຣັດ​ເຊຍ ຖືກ​ທຳ​ລາຍ, ປົກ​ຄຸມ​ດ້ວຍ​ຫິ​ມະ, ຈອດ​ຢູ່​ເດີ່ນ​ຂອງ​ເຮືອ​ນຫຼັງ​ນຶ່ງ ໃນ​ເມືອງ ສ​ເວຍ​ໂຕ​ເຮີ​ສ໌, ຢູ​ເຄ​ຣນ, 12 ກຸມ​ພາ 2023.
ລົດ​ຖັງ​ຂອງ​ຣັດ​ເຊຍ ຖືກ​ທຳ​ລາຍ, ປົກ​ຄຸມ​ດ້ວຍ​ຫິ​ມະ, ຈອດ​ຢູ່​ເດີ່ນ​ຂອງ​ເຮືອ​ນຫຼັງ​ນຶ່ງ ໃນ​ເມືອງ ສ​ເວຍ​ໂຕ​ເຮີ​ສ໌, ຢູ​ເຄ​ຣນ, 12 ກຸມ​ພາ 2023.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ອັງ​ກິດ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ໃນ​ສອງ​ອາ​ທິດ​ທີ່​ຜ່ານ​ມາ, ຣັດ​ເຊຍ ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ ໄດ້​ປະ​ສົບ​ກັບການ​ໄດ້​ຮັບບາດ​ເຈັບ ແລະ ເສຍ​ຊີ​ວິດ​ໃນ​ລະ​ດັບ​ທີ່​ສູງ​ທີ່​ສຸດ ນັບ​ຕັ້ງ​ແຕ່​ອາ​ທິດ​ທຳ​ອິດ​ຂອງ​ການ​ບຸກ​ລຸກ ຢູ​ເຄ​ຣນ ເກືອບນຶ່​ງ​ປີ​ທີ່​ຜ່ານ​ມາ.

ການ​ສັງ​ເກດ​ການ​ຂອງ​ກະ​ຊວງ​ດັ່ງ​ກ່າວ ​ໄດ້​ອີງ​ໃສ່​ຂໍ້​ມູນ​ຂອງ ຢູ​ເຄ​ຣນ ທີ່​ ຣັດ​ເຊຍ ໄດ້​ສະ​ເລ່ຍຜູ້​ເສ​ຍ​ຊີ​ວິດ ແລະ ບາດ​ເຈັບ 824 ຄົນ​ຕໍ່​ວັນ​ໃນ​ອາ​ທິດ​ທີ່​ຜ່ານ​ມາ, ຫຼາຍກວ່າ 4 ເທົ່າ​ຂອງ​ອັດ​ຕາ​ສະ​ເລ່ຍ​ທີ່​ຖືກ​ລາຍ​ງານ​ສຳ​ລັບ​ເດືອນມິ​ຖຸ​ນາ ແລະ ກໍ​ລະ​ກົດ. ກະ​ຊວງ​ທີ່​ວ່​າ​ນັ້ນ​ໄດ້​ກ່າວ​ວ່າ ສະ​ຖິ​ຕິ​ແມ່ນ​ອີງ​ໃສ່​ຂໍ້​ມູນ​ຂອງ​ຢູ​ເຄ​ຣນ “ທີ່​ເບິ່ງ​ຄື​ວ່າ​ແນ່ນອນ.”

ການ​ເພີ່ມ​ຂຶ້ນ​ໃນ​ຈຳ​ນວນ​ຜູ້​ບາດ​ເຈັບ ແລະ ເສຍ​ຊີ​ວິດ​ຂອງ ຣັດ​ເຊຍ ນັ້ນ, ກະ​ຊວງ​ໄດ້​ກ່າວ​ວ່າແມ່ນ “ເປັນ​ໄປ​ໄດ້ຍ້ອນ” ຫຼາຍ​ປັດ​ໄຈ, ລວມ​ທັງ​ເຈົ້າ​ໜ້າ​ທີ່ໆ​ຂາດ​ກາ​ນ​ຝຶກ​ຊ້ອມ, ການ​ປະ​ສານ​ງານ ແລະ ແຫຼ່ງ​ຊັບ​ພະ​ຍາ​ກອນ​ຢູ່​ແນວ​ໜ້າ.

ຂໍ້​ມູ​ນ​ການ​ສືບ​ລັບ​ໃໝ່​ຂອງ​ສະ​ຫະ​ຣາ​ຊະ​ອາ​ນາ​ຈັກອັງ​ກິດ, ທີ່​ໄດ້​ເອົາ​ລົງ​ໃນ​ທວິດ​ເຕີ, ຍັງ​ໄດ້​ກ່າວ​ວ່າ ຢູ​ເຄ​ຣນ ຈະ​ສືບ​ຕໍ່​ປະ​ສົບ​ກັບ​ການ​ລ້າງ​ຜານ​ໃນ​ລະ​ດັ​ບ​ທີ່​ສູງ.

ໃນ​ລະ​ຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ທາງວິ​ດີ​ໂອ​ປະ​ຈຳ​ວັນ​ຂອງ​ທ່ານ​ເມື່ອ​ວັນ​ອາ​ທິດ​ວານນີ້, ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັ​ນ​ສ​ກີ ໄດ້​ຍົກ​ຍ້ອງ​ຄວາມ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ພະ​ນັກ​ງານ​ເພື່ອກອບ​ກູ້​ລະ​ບົບ​ໄຟ​ຟ້າ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ການ​ໂຈມ​ຕີ ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ ແລະ ລູກ​ສອງ​ໄຟ​ຂ​ອງ ຣັດ​ເຊຍ ເມື່ອ​ວັນ​ສຸ​ກ​ທີ່​ຜ່ານ​ມາ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າປະ​ຊາ​ຊົນ​ສ່ວນຫຼາຍບໍ່​ຕ້ອງ​ໄດ້​ປະ​ເຊີນ​ກັບ​ໄຟ​ຟ້າ​ມອດຫຼາຍ​ເກີນ​ໄປ​ໃນ​ວັນ​ເສົາ ແລະ ວັນ​ອາ​ທິດ​ວານນີ້.

ທ່ານ​ໄດ້​ກ່າວວ່າ, ຂໍ້​ເທັດ​ຈິງ​ກໍ​ແມ່ນ​ວ່າ ຫຼັງ​ຈາກ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂະ​ໜາດ​ໃຫຍ່​ໃນ​ອາ​ທິດ​ນີ້, ພວກ​ເຮົາ​ສາ​ມາດ​ມີ​ວັນ​ທີ່​ມີ​ໄຟ​ຟ້າ​ໃຊ້​ຢ່າງ​ສະ​ຫງົບຫຼາຍ​ວັນ, ເຊິ່ງ​ໄດ້​ພິ​ສູດ​ໃຫ້​ເຫັນ​ຄວາມ​ເປັນ​ມື​ອາ​ຊີບ​ຂອ​ງ​ພະ​ນັກ​ງານ​ໄຟ​ຟ້າ​ຂອງ​ພວກ​ເຮົາ, ອີງ​ຕາມ​ອົງ​ກາ​ນ​ຂ່າວ​ຣອຍ​ເຕີ. ທ່ານ​ເວົ້າ​ວ່າ “ພວກ​ເຮົາ​ຕ້ອງ​ຮູ້​ວ່າ: ນີ້​ຍັງ​ບໍ່​ແມ່ນ​ໄຊ​ຊະ​ນະ​ທີ່ແນ່ນອນ​ໃນ​ແນວ​ໜ້າ​ດ້າ​ນ​ພະ​ລັງ​ງານ. ບໍ່​ເປັນ​ຈັ່ງ​ໂຊກ, ມັນ​ອາ​ດ​ມີ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຄັ້ງ​ໃໝ່​ຈາກ ຣັດ​ເຊຍ. ມັນ​ອາດ​ມີ​ການ​ຈຳ​ກັດໃໝ່ ຖ້າ​ມັນ​ມີ​ການ​ທຳ​ລາຍ​ຕໍ່​ໄປ ຫຼື ການ​ເຕີບ​ໂຕ​ໃນ​ການ​ບໍ​ລິ​ໂພກ.”

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າການ​ກຳ​ນົດ​ການມອດ​ໄຟ​ຟ້າ​ຈະ​ເກີດ​ຂຶ້ນ​ອີກ​ຄັ້ງ​ນຶ່ງ​ເວ​ລາ​ທີ່​ສັບ​ປະ​ດາ​ການ​ເຮັດ​ວຽກ​ໄດ້​ເລີ່ມ​ຂຶ້ນ​ໃນ​ວັນ​ຈັນ​ມື້ນີ້, ອີງ​ຕາມ​ການ​ລາຍ​ງານ​ຂອງ​ອົງ​ການ​ຣອຍ​ເຕີ.

ໃນ​ຂະ​ນະ​ດຽວ​ກັນ, ຣັດ​ເຊຍ ໄດ້​ສືບ​ຕໍ່​ການ​ລະ​ດົມ​ຍິງ​ດ້ວຍ​ປືນ​ໃຫຍ່​ໃສ່ ຢູ​ເຄ​ຣນ ໃນ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ, ຍິງ​ໃສ່​ເມືອງ​ຕ່າງໆໃນ​ຂະ​ນະ​ທີ່​ພວກ​ເຂົາ​ພະ​ຍາ​ຍາມ​ທີ່​ຈະ​ຍຶດ​ເອົາ​ດິນ​ແດນ​ເພີ່ມ​ເຕີມ​ໃນ​ພາກ​ພື້ນ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG