ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ກຳ​ລັງ ຢູ​ເຄ​ຣນ ຍຶດ​ຄືນ​ເມືອງ ລາຍ​ແມນ, ເຊິ່ງ​ແມ່ນ​ສູນ​ກາງ​ການ​ຂົນ​ສົ່ງ ​ທີ່​ສຳ​ຄັນ​ ໃນ​ພາກ​ພື້ນ​ຕາ​ເວັນ​ອອກ


ກອງ​ທະ​ຫານ ຢູ​ເຄ​ຣນ ຢືນ​ຖ່າຍ​ຮູບ​ຢູ່​ເມືອງ ລາຍ​ແມນ, ປະ​ເທດ ຢູ​ເຄ​ຣນ ໃນ​ພາບ​ທີ່​ຖືກ​ລົງ​ໃນ​ສື່​ສັງ​ຄົມ, 1 ຕຸ​ລາ 2022.
ກອງ​ທະ​ຫານ ຢູ​ເຄ​ຣນ ຢືນ​ຖ່າຍ​ຮູບ​ຢູ່​ເມືອງ ລາຍ​ແມນ, ປະ​ເທດ ຢູ​ເຄ​ຣນ ໃນ​ພາບ​ທີ່​ຖືກ​ລົງ​ໃນ​ສື່​ສັງ​ຄົມ, 1 ຕຸ​ລາ 2022.

ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ໄດ້​ເຂົາ​ເຈົ້າ​ໄດ້​ເຂົ້າ​ຄວບ​ຄຸມ​ເມືອງ ລາຍ​ແມນ ຢ່າງ​ເຕັມ​ທີ່, ເຊິ່ງ​ແມ່ນ​ສູນ​ກາງ​ການ​ຂົນ​ສົ່ງ​ພາກ​ຕາ​ເວັນ​ອອກ​ທີ່​ເປັນ​ສ່ວນ​ນຶ່ງ​ຂອງ​ເຂດ​ແດນ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ອ້າງ​ເອົາ​ຢ່າງ​ຜິດ​ກົດ​ໝາຍ​ ໃນ​ອາ​ທິດ​ທີ່​ຜ່ານ​ມາວ່າ​ ຕອນນີ້​ເປັນ​ພາກ​ສ່ວນ​ຂອງ ຣັດ​ເຊຍ.

ປະ​ທານ​າ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ປະ​ກາດ​ໃນ​ວິ​ດີ​ໂອສັ້ນ​ທ​າງ​ຊ່ອງ ເທ​ເລ​ແກ​ຣມ ວ່າ “ເມືອງ ລາຍ​ແມ່ນ ແມ່​ນ​ຖືກ​ປົດ​ປ່ອຍ​ຢ່າງ​ເຕັມ​ທີ່​ແລ້ວ.”

ຣັດ​ເຊຍ ບໍ່​ໄດ້​ອອກ​ຄຳ​ເຫັນ​ ກ່ຽວ​ກັບ ຊະ​ຕາ​ກຳ​ຂອງ​ເມືອງ ລາຍ​ແມນ ໃນ​ວັນ​ອາ​ທິດ​ວານນີ້ ແຕ່​ໄດ້​ກ່າວ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ວ່າ​ກຳ​ລັງ​ທະ​ຫານ​ຂອງ​ເຂົາ​ເຈົ້າ​ໄດ້​ຖອນ​ຕົວ​ ອອກ​ຈາກ​ເຂດ​ດັ່ງ​ກ່າວ​ຍ້ອນ​ເຂົາ​ເຈົ້າ​ຢ້ານ​ວ່າ​ກອງ​ກຳ​ລັງ​ ຢູ​ເຄ​ຣນ ໃກ້​ຈະ​ປິດ​ລ້ອມ​ເຂົາ​ເຈົ້າ. ຣັດ​ເຊຍ ໄດ້​ຍຶດ​ເອົາ​ເມືອງ​ລາຍ​ແມນ ໃນ​ເດືອນ​ພຶດ​ສະ​ພາ​ທີ່​ຜ່ານ​ມາ ແລະ ໄດ້​ໃຊ້​ມັນ​ເປັນ​ສູນ​ກາງໂລ​ຈິ​ສ​ຕິກ ແລະ ການ​ຂົນ​ສົ່ງ​ສຳ​ລັບ​ການ​ປະ​ຕິ​ບັດ​ການ​ຂອງ​ເຂົາ​ເຈົ້າ​ ໃນ​ພາກ​ເໜືອ​ຂອງ​ພາກ​ພື້ນ ໂດ​ເນັດ​ສ໌.

ການ​ສູນ​ເສຍ​ເມືອງ ລາຍ​ແມນ ຂອງ ຣັດ​ເຊຍ ແມ່ນ​ການ​ຜ່າຍ​ແພ້​ ຢູ່​ສະ​ໜາມ​ລົບ​ຄັ້ງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ເຂົາ​ເຈົ້າ ນັບ​ຕັ້ງ​ແຕ່ກອງ​ກຳ​ລັງ ຢູ​ເຄ​ຣນ ໄດ້​ທຳ​ການກວ​າດ​ລ້າງ​ຜ່ານ​ພາກ​ພື້ນ ຄາ​ກີບ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ຢູ​ເຄ​ຣນ ເມື່ອ​ເດືອນ​ທີ່​ຜ່ານ​ມາ, ຜັກ​ດັນ​ກອງ​ກຳ​ລັງ ຣັດ​ເຊຍ ກັບ​ໄປ​ສູ່​ເຂດ​ຊາຍ​ແດນ.

ທ່ານ ເດ​ວິດ ເປເ​ຕ​ຣິ​ສ, ອະ​ດີດ​ຜູ້​ອຳ​ນວຍສູນ​ກາງ​ອົງ​ການ​ສືບ​ລັບ ສະ​ຫະ​ລັດ, ໄດ້​ກ່າວ​ຕໍ່​ລາຍ​ການ This Week ຂອງໂທ​ລະ​ພາບ ABC ວ່າ​ທ່ານ ປູ​ຕິນ “ຈະ​ສືບ​ຕໍ່​ຜ່າຍ​ແພ້​ໃນ​ສະ​ໜາມ​ລົບ.” ທ່ານ​ໄດ້​ກ່າວ​ວ່າ ມີ​ຄຳ​ຖາມ​ດຽວ​ກໍ​ແມ່ນ​ວ່າ ເວ​ລາ​ໃດ​ທີ່​ໜ່ວຍ​ທະ​ຫານ​ ຣັດ​ເຊຍ ທີ່​ໃຫຍ່ກວ່າ​ຈະ​ຍອມ​ຈຳ​ນົນ.

ທ່ານ ເປເ​ຕ​ຣິ​ສ ໄດ້​ກ່າວ​ວ່າ​ເຖິງ​ແມ່ນ​ວ່າ ທ່ານ ປູ​ຕິນ ຈະ​ຂົ່ມ​ຂູ່​ໃຊ້​ອາ​ວຸດ​ນິວ​ເຄ​ລຍ​ຍຸດ​ທະ​ວິ​ທີ​ຕໍ່ ຢູ​ເຄ​ຣນ ກໍ​ຕາມ, ມັນ​ຈະ​ບໍ່​ປ່ຽນ​ແປງ​ສິ່ງນີ້.”

ສະ​ມາ​ຊິກ​ສະ​ພາ​ສູງ ສະ​ຫະ​ລັດ ທ່ານ ມາ​ໂກ ຣູ​ບີ​ໂອ ໄດ້​ກ່າວ​ຕໍ່​ລາຍ​ການ State of the Union ຂອງ​ໂທ​ລະ​ພາບ CNN ວ່າ “ມັນ​ບໍ່​ມີ​ທາງ​ທີ່ ຣັດ​ເຊຍ ຈະ​ຊະ​ນະ​ສົງ​ຄາມນີ້​ແທ້ໆ.” ແຕ່​ທ່ານ ຣູ​ບີ​ໂອ ໄດ້​ກ່າວ​ວ່າ​ທ່ານ​ເປັນ​ຫ່ວງວ່າ​ທ່ານ ປູ​ຕິນ ອາດ​ໂຈມ​ຕີ​ຄັງ​ສະ​ໜອງ​ອາ​ວຸດ​ ຂອງ​ປະ​ເທດ​ຕາ​ເວັນ​ຕົກ ​ທີ່​ໃຫ້​ການ​ຊ່ວຍ​ເຫຼືອ ຢູ​ເຄ​ຣນ ໃນ​ປະ​ເທດ​ຕ່າງໆ​ຂອງ​ອົງ​ການ NATO ຄື​ປະ​ເທດ ໂປ​ແລນ ທີ່​ອາດ​ນຳ​ໄປ​ສູ່​ຄວາມ​ຂັດ​ແຍ້ງ​ທີ່​ກວ້າງ​ອອກ, ໂດຍ​ຄາດວ່າ​ບັນ​ດາ​ພັນ​ທະ​ມິດ​ຕາ​ເວັນ​ຕົກ​ຈະ​ຕອບ​ໂຕ້​ຄືນ ​ຕໍ່​ທຸກໆ​ການ​ໂຈມ​ຕີ​ຕໍ່​ເພື່ອນ​ສະ​ມາ​ຊິກ​ອົງ​ການ NATO.

ທ່ານ ເຊີ​ຮີ ໄຮ​ໄດ ຜູ້​ປົກ​ຄອງ​ພາກ​ພື້ນ ລູ​ຮານ​ສ໌ ທີ່​ຢູ່​ໃກ້​ຄຽງ​ພາກ​ພື້ນ ໂດ​ເນັດ​ສ໌ ໄດ້​ກ່າວ​ວ່າ​ການ​ຄວບ​ຄຸມ​ເມືອງ​ລາຍ​ແມນ ອາດ​ຊ່ວຍ​ໃຫ້ ຢູ​ເຄ​ຣນ ຢຶດ​ເອົາ​ຄືນ​ເຂດ​ແດນ​ທີ່​ໄດ້​ສູນ​ເສຍ​ໄປ ​ໃນ​ພາກ​ພື້ນ​ຂອງ​ທ່ານ, ເຊິ່ງ ມົ​ສ​ກູ ໄດ້​ປະ​ກາດ​ໃນ​ຕົ້ນ​ເດືອນ​ກໍ​ລະ​ກົດ​ວ່າ​ເຂົາ​ເຈົ້າ​ໄດ້​ຍຶ​ດ​ເອົາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG