ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ເປີດການໂຈມຕີຄັ້ງໃໝ່ ໃສ່ພາກຕາເວັນອອກ ຂອງ ຢູເຄຣນ


ປະຊາຊົນເບິ່ງສະຖານທີ່ຂອງການໂຈມຕີດ້ວຍລູກສອນໄຟທີ່ໄດ້ເກີດຂຶ້ນໃນຍາມກາງຄືນ, ໃນຂະນະທີ່ການໂຈມຕີຂອງ ຣັດເຊຍ ໃສ່ ຢູເຄຣນ ດຳເນີນຕໍ່ໄປ, ເມືອງ ຄຣາມາຕໍສ໌, ຢູເຄຣນ, 8 ມັງກອນ 2023.
ປະຊາຊົນເບິ່ງສະຖານທີ່ຂອງການໂຈມຕີດ້ວຍລູກສອນໄຟທີ່ໄດ້ເກີດຂຶ້ນໃນຍາມກາງຄືນ, ໃນຂະນະທີ່ການໂຈມຕີຂອງ ຣັດເຊຍ ໃສ່ ຢູເຄຣນ ດຳເນີນຕໍ່ໄປ, ເມືອງ ຄຣາມາຕໍສ໌, ຢູເຄຣນ, 8 ມັງກອນ 2023.

ຣັດເຊຍ ໄດ້ເປີດການໂຈມຕີທີ່ຮ້າຍແຮງຄັ້ງໃໝ່ໃສ່ຢູເຄຣນເມື່ອວັນອາທິດວານ ນີ້, ດ້ວຍຢ່າງໜ້ອຍ 2 ຄົນໄດ້ເສຍຊີວິດໃນລະຫວ່າງການຕໍ່ສູ້ໃນພາກຕາເວັນ ອອກຂອງ ຢູເຄຣນ.

ນຶ່ງຄົນໄດ້ເສຍຊີວິດໃນການໂຈມຕີຢູ່ເມືອງ ບາກມຸດ, ແລະ ອີກ 8 ຄົນບາດ ເຈັບໃນເມືອງດັ່ງກ່າວ, ອີງຕາມຜູ້ປົກຄອງພາກພື້ນ ໂດເນັດສ໌ ທ່ານ ປາໂວຼ ຄີຣີເລັນໂກ. ທ່ານໄດ້ລາຍງານການໂຈມຕີດ້ວຍຈະຫຼວດໃສ່ເມືອງ
ຄຣາມາຕໍສ໌ ແລະ ຄອນສແຕນຕີນິບກາ.

ເມືອງ ບາກມຸດ ເຄີຍເປັນເມືອງທີ່ມີປະຊາຊົນ 70,000 ຄົນ. ຕອນນີ້ມັນຖືກ ປະຖິ້ມເປັນສ່ວນໃຫຍ່, ຈຳນວນປະຊາກອນທີ່ໄດ້ຫຼຸດລົງດັ່ງກ່າວຖືກຊ່ວຍເຫຼືອ ໃຫ້ມີຊີວິດຢູ່ໂດຍອາສາສະໝັກຜູ້ທີ່ຊ່ວຍຮັກສາສູນທີ່ທຳລາຍບໍ່ໄດ້, ເຊິ່ງມັກຈະ ເປັນຕູບຜ້າທີ່ຖືກຕັ້ງຂຶ້ນເພື່ອສະໜອງໄຟຟ້າ, ການບໍລິການອິນເຕີເນັດ, ອາຍ ອຸ່ນ, ນໍ້າ ແລະ ຢາ.

ຄົນນຶ່ງຖືກຂ້າຕາຍໃນພາກພື້ນ ຄາກີບ, ໃນເມືອງ ເມເຣຟາ, ແລະ ສະຖານທີ່ອາໄສອີກສອງແຫ່ງໃນພາກພື້ນດັ່ງກ່າວຖືກລະດົມຍິງໃສ່, ອີງຕາມການກ່າວ ຂອງຜູ້ປົກຄອງພາກພື້ນທ່ານ ຊີນີຮູບອຟ.

ການໂຈມຕີຕ່າງໆໄດ້ເກີດຂຶ້ນໃນຂະນະທີ່ກອງທັບ ຣັດເຊຍ ໄດ້ອ້າງວ່າລູກສອນ ໄຟທີ່ຖືກຍິງໃສ່ເມືອງ ຄຣາມາຕອສ໌ ໄດ້ຕົກຖືກຄ້າຍທະຫານ ທີ່ຖືກໃຊ້ໂດຍກຳ ລັງທະຫານ ຢູເຄຣນ, ສັງຫານ 600 ຄົນ, ແຕ່ບັນດາເຈົ້າໜ້າທີ່ ຢູເຄຣນ ໄດ້ປະຕິເສດວ່າບໍ່ມີຜູ້ເສຍຊີວິດ ແລະ ບາດເຈັບໃດໆ.

ຣັດເຊຍ ໄດ້ກ່າວວ່າ ການໂຈມຕີໃສ່ຄ້າຍທະຫານດັ່ງກ່າວ, ເຊິ່ງແມ່ນຖານທັບ ຊົ່ວຄາວສອງແຫ່ງໃນເມືອງ ຄຣາມາຕອສ໌ ທາງພາກຕາເວັນອອກຂອງປະເທດ, ໄດ້ເກີດຂຶ້ນເພື່ອເປັນການແກ້ແຄ້ນສຳລັບການຕາຍຂອງທະຫານ ຣັດເຊຍ ຫຼາຍ ສິບຄົນໃນການໂຈມຕີດ້ວຍ​ຈະຫຼວດເມື່ອນຶ່ງອາທິດທີ່ຜ່ານມາຢູ່ຄ້າຍທະຫານແຫ່ງນຶ່ງໃນເມືອງ ມາກີບກາ.

ແຕ່ຢູເຄຣນ ໄດ້ກ່າວວ່າມີພຽງພື້ນຖານໂຄງລ່າງພົນລະເຮືອນເທົ່ານັ້ນທີ່ຖືກກະ ທົບໃນການໂຈມຕີຂອງ ຣັດເຊຍ. ໂຄສົກກອງທັບໄດ້ກ່າວວ່າ “ກອງ​ທັບຂອງ ຢູເຄຣນ ແມ່ນບໍ່ໄດ້ຮັບຜົນກະທົບ.”

ໃນການວິເຄາະຄັ້ງໃໝ່, ກະຊວງປ້ອງກັນປະເທດຂອງ ອັງກິດ ໄດ້ກ່າວໃນວັນ ອາທິດວານນີ້ ໃນຂໍ້ມູນສືບລັບໃໝ່ ກ່ຽວກັບ ການບຸກລຸກຂອງ ຣັດເຊຍ ໃນ ຢູເຄຣນວ່າ ຣັດເຊຍ ເບິ່ງຄືວ່າຕັດສິນໃຈບໍ່ໄດ້ ກ່ຽວກັບ ວ່າມັນມີໄພຂົ່ມຂູ່ທີ່ຍິ່ງ ໃຫຍ່ຈາກການຂີ້ຕົວະ ກ່ຽວກັບ ຢູເຄຣນ ຫຼືບໍ່.

ໃນຂໍ້ມູນໃໝ່ທີ່ໄດ້ເອົາລົງໃນທວິດເຕີນັ້ນ, ກະຊວງໄດ້ກ່າວວ່າ “ວິທີທີ່ ຣັດເຊຍ ໄດ້ເຮັດວຽກ ເພື່ອປັບປຸງການປ້ອງກັນຕ່າງໆ ໄດ້ຊີ້ໃຫ້ເຫັນວ່າ ພວກຜູ້ບັນຊາ ການແມ່ນມີຄວາມເປັນໄດ້ສູງວ່າຖືກຄອບງຳດ້ວຍຄວາມເປັນໄປໄດ້ສຳລັບການ ໂຈມຕີຄັ້ງໃຫຍ່ຂອງ ຢູເຄຣນໃນສອງພາກສ່ວນຄື: ໃນພາກພື້ນ ລູຮານສ໌ ທາງພາກເໜືອ ຫຼືໃນເມືອງ ຊາໂປຣິສເຊຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG