ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ອັງກິດ ຈະຍົກເອົາ ບັນຫາ ການຮົ່ວໄຫຼ ຂອງຂໍ້ມູນ ຂຶ້ນມາໂອລົມ ກັບ ປ. ທຣຳ


ນາຍົກລັດຖະມົນຕີ ອັງກິດ ທ່ານນາງ Theresa May ເດີນທາງອອກຈາກທຳນຽບນາຍົກ 10 Downing Street ນະຄອນ London, ເພື່ອໄປເມືອງ Manchester, ວັນທີ 23 ພຶດສະພາ 2017.
ນາຍົກລັດຖະມົນຕີ ອັງກິດ ທ່ານນາງ Theresa May ເດີນທາງອອກຈາກທຳນຽບນາຍົກ 10 Downing Street ນະຄອນ London, ເພື່ອໄປເມືອງ Manchester, ວັນທີ 23 ພຶດສະພາ 2017.

ຄາດກັນວ່າ ນາຍົກລັດຖະມົນຕີ ອັງກິດ ທ່ານນາງ Theresa May ຈະຍົກເອົາ
ຄວາມກັງວົນຕ່າງໆ ຂຶ້ນມາ​ໂອ້ລົມ ໃນວັນພະຫັດມື້ນີ້ ກັບປະທານາທິບໍດີ ດໍໂນລ
ທຣຳ ​ທີ່ສະຫະລັດ ​ເຮັດ​ໃຫ້ລາຍລະອຽດຕ່າງໆ ຂອງການສືບສວນ ກ່ຽວກັບ ເຫດ
ລະເບີດແຕກໃນເມືອງ Manchester ຮົ່ວໄຫລ ໃຫ້ແກ່ສື່ມວນຊົນ.

ທ່ານນາງ ເມ້ ໄດ້ຕັດການເຂົ້າຮ່ວມກອງປະຊຸມກັບບັນດາຜູ້ນຳ ອົງການເນໂຕ ທີ່
ນະຄອນຫຼວງ Brussels ໃຫ້ສັ້ນລົງ ຖ່າມກາງໄພຂົ່ມຂູ່ລະດັບຮ້າຍແຮງ ກ່ຽວກັບ
ການໂຈມຕີກໍ່ການຮ້າຍ ຕໍ່ປະເທດຂອງທ່ານນາງ ອີກຄັ້ງນຶ່ງ.

ພວກຜູ້ຄົນ ເຂົ້າຮ່ວມພິທີໄວ້ອາໄລ ຢູ່ທີ່ຈະຕຸລັດ Albert ຂອງເມືອງ Manchester, ປະເທດອັງກິດ, ວັນທີ 23 ພຶດສະພາ 2017.
ພວກຜູ້ຄົນ ເຂົ້າຮ່ວມພິທີໄວ້ອາໄລ ຢູ່ທີ່ຈະຕຸລັດ Albert ຂອງເມືອງ Manchester, ປະເທດອັງກິດ, ວັນທີ 23 ພຶດສະພາ 2017.

ຕຳຫລວດ ທີ່ກຳລັງ​ເຮັດ​ວຽກ ໃນກໍລະນີ ຂອງເມືອງ Manchester ຢູ່ນີ້ ແມ່ນ
“ໂມໂຫຫຼາຍ ກ່ຽວກັບການ​ເປີດເຜີຍຕ່າງໆ” ແລະ ຕົນໄດ້ຍຸຕິ ແບ່ງປັນຂໍ້ມູນໃຫ້
ກັບຄູ່ຕຳແໜ່ງຂອງຕົນ ຈາກອາເມຣິກາ ອີງຕາມ ອົງການຂ່າວ BBC.

ອົງການຂ່າວ Reuters ໄດ້ອ້າງເຖິງຄຳເວົ້າຂອງແຫຼ່ງຂ່າວຕ່າງໆ ທີ່ໄດ້ກ່າວໃນ
ວັນພະຫັດມື້ນີ້ ວ່າ ການເຊົາແບ່ງປັນຂໍ້ມູນຂອງຕຳຫຼວດອັງກິດໃຫ້ກັບສະຫະລັດ
ກ່ຽວກັບການໂຈມຕີ ຈະຍັງຄົງມີຢູູ່ຕໍ່ໄປ ຈົນກວ່າ ວໍຊິງຕັນຈະຮັບປະກັນວ່າ ຈະບໍ່
ມີການຮົ່ວໄຫລອີກຕໍ່ໄປ.

ອົງການ​ຂ່າວ​ຕ່າງໆ​ຂອງສະຫະລັດ ໄດ້ລາຍງານ ກ່ຽວ​ກັບ ຊື່ຂອງມືລະເບີດສະ
ຫລະຊີບ ທີ່ອ້າງຂໍ້ມູນມາຈາກບັນດາເຈົ້າໜ້າທີ່ ຂອງອາເມຣິກາ ກ່ອນທີ່ຈະຖືກ
ເປີດເຜີຍໂດຍ ບັນດາເຈົ້າໜ້າທີ່ອັງກິດ. ໜັງສືພິມ New York Times ໃນທີ່ສຸດ
ກໍໄດ້ພິມເຜີຍແຜ່ ຮູບພາບຫຼັກຖານຕ່າງໆ ຈາກການໂຈມຕີ ຊຶ່ງບໍ່ໄດ້ຖືກເປີດເຜີຍ ຢ່າງເປັນທາງການເທື່ອ.

ປະທານາທິບໍດີ ດໍໂນລ ທຣຳ, ຜູ້ທີສອງຈາກຊ້າຍ, ແລະ ພັນລະຍາຂອງທ່ານ ທ່ານນາງ Melania, ຂວາ, ຢືນຕັ້ງທ່າຖ່າຍຮູບກັບ ພະມະຫາກະສັດ Philippe ຂອງ Belgium ແລະ ພະມະເຫສີ ຂອງພະອົງ ພະລາຊີນີ Mathilde ຢູ່ທີ່ພະລາຊະວັງ ໃນນະຄອນຫຼວງ Brussels, ວັນທີ 24 ພຶດສະພາ 2017.
ປະທານາທິບໍດີ ດໍໂນລ ທຣຳ, ຜູ້ທີສອງຈາກຊ້າຍ, ແລະ ພັນລະຍາຂອງທ່ານ ທ່ານນາງ Melania, ຂວາ, ຢືນຕັ້ງທ່າຖ່າຍຮູບກັບ ພະມະຫາກະສັດ Philippe ຂອງ Belgium ແລະ ພະມະເຫສີ ຂອງພະອົງ ພະລາຊີນີ Mathilde ຢູ່ທີ່ພະລາຊະວັງ ໃນນະຄອນຫຼວງ Brussels, ວັນທີ 24 ພຶດສະພາ 2017.

ພວກຜູ້ຊາຍ 8 ຄົນໄດ້ຖືກຄວບຄຸມຕົວ ໃນຖານມີສ່ວນກ່ຽວຂ້ອງກັບເຫດລະເບີດ
ແຕກ ​ເມື່ອຄ່ຳຄືນວັນຈັນຜ່ານມານີ້ຢູ່ທີ່ການສະແດງຄອນເສີດຂອງນາງ Ariana
Grande. ​ເຫດລະເບີດ ໄດ້ສັງຫານ 22 ຄົນ ທີ່ປະກອບມີພວກເດັກນ້ອຍ ແລະ
ເຮັດໃຫ້ 64 ຄົນອື່ນໆອີກ ໄດ້ຮັບບາດເຈັບ.

ທ້າວ Salman Abedi ອາຍຸ 22 ປີ ທີ່ເກີດຢູ່ໃນເມືອງ Manchester ໂດຍຄອບຄົວ
ທີ່​ຖືກຳເນີດ ມາຈາກລີເບຍ ​ເປັນ​ຜູ້​ບີບ​ຄະ​ນວນລະເບີດ ໃຫ້ແຕກຂຶ້ນ.

ກ່ອນໜ້າກອງປະຊຸມ ກັບບັນດາຜູ້ນຳ ອົງການເນໂຕ ໃນສັບປະດານີ້ ປະທານາທິບໍດີ
ດໍໂນລ ທຣຳ ໄດ້ເອີ້ນ ການກໍ່ການຮ້າຍ ເປັນບັນຫາ “ອັນດັບນຶ່ງ” ໃນປັດຈຸບັນ ທີ່
ໂລກ ກຳລັງປະເຊີນໜ້າ ແລະໄດ້ກ່າວວ່າ ພວກເຮົາກຳລັງ “ທຳຄວາມກ້າວໜ້າຢ່າງ
ຫຼວງຫຼາຍ”
ໃນການສູ້ລົບຕໍ່ຕ້ານ ການກໍການຮ້າຍ.

ທ່ານທຣຳ ໃນຂະນະທີ່ໄດ້ພົບປະກັບ ນາຍົກລັດຖະມົນຕີ Belgium ທ່ານ Charles
Michel ຢູ່ນະຄອນຫຼວງ Brussels ໃນວັນພຸດວານນີ້ ກ່າວວ່າ ສະຫະລັດ ແລະ
ອົງການເນໂຕ ຈະທຳງານໃນ “ບັນຫາຕ່າງໆທັງຫຼາຍ” ແຕ່ ທ່ານທຣຳ ໄດ້ຊີ້ໄປເຖິງ
ການລະເບີດສະຫລະຊີບ ໃນວັນຈັນ ຜ່ານມານີ້ ທີ່ປະເທດອັງກິດ ແລະ ໄດ້ໃຫ້ຂໍ້
ສັງເກດ ວ່າ ການກໍ່ການຮ້າຍ ນັ້ນ ແມ່ນຢູ່ເທິງສຸດຂອງບັນຊີ.

Trump Brussels
please wait
Embed

No media source currently available

0:00 0:00:53 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG