ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ເຈົ້າໜ້າທີ່ຕຳຫຼວດຂອງອັງກິດ ຕັ້ງຂໍ້ຫາສອດແນມໃຫ້ຈີນ ຕໍ່ຊາຍສອງຄົນ


ແຟ້ມພາບ - ທຸງຊາດຂອງຈີນ ຖືກສູຂຶ້ນສູ່ຍອດເສົາ ຢູ່ທີ່ສະຖານທູດຈີນ ໃນນະຄອນຫຼວງ ລອນດອນ, ວັນທີ 11 ກັນຍາ 2023.
ແຟ້ມພາບ - ທຸງຊາດຂອງຈີນ ຖືກສູຂຶ້ນສູ່ຍອດເສົາ ຢູ່ທີ່ສະຖານທູດຈີນ ໃນນະຄອນຫຼວງ ລອນດອນ, ວັນທີ 11 ກັນຍາ 2023.

ເຈົ້າໜ້າທີ່ຕຳຫຼວດຂອງອັງກິດ ໃນວັນຈັນວານນີ້ ໄດ້ຕັ້ງຂໍ້ຫາສອດແນມໃຫ້ຈີນຕໍ່ຊາຍສອງຄົນ, ລວມທັງມີລາຍງານວ່າ ຊາຍຜູ້ນຶ່ງເຮັດວຽກເປັນນັກຄົ້ນຄວ້າ ໃນສະພາຂອງອັງກິດ ໃຫ້ແກ່ສະມາຊິກສະພາຜູ້ທີ່ມີຊື່ສຽງຄົນນຶ່ງ ໃນພັກອານຸລັກນິຍົມທີ່ປົກຄອງປະເທດໃນປັດຈຸບັນ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ຄວາມວິຕົກກັງວົນໄດ້ເພີ້ມຂຶ້ນໄປທົ່ວຢູໂຣບກ່ຽວກັບຂໍ້ກ່າວຫາໃນກິດຈະກຳການສອດແນມຂອງຈີນ ແລະອັງກິດ ກໍໄດ້ເລີ້ມສະແດງຄວາມວິຕົກກັງວົນຫຼາຍຂຶ້ນ ໃນຊ່ວງໄລຍະບໍ່ເທົ່າໃດເດືອນທີ່ຜ່ານມາ.

ຊາຍສອງຄົນດັ່ງກ່າວ ມີອາຍຸ 32 ແລະ 29 ປີ ໄດ້ຖືກຕັ້ງຂໍ້ຫາໃນຖານສະໜອງຂໍ້ມູນທີ່ເປັນອະຄະຕິທີ່ກ່ຽວຂ້ອງກັບບຸກຄົນໃດນຶ່ງໃຫ້ແກ່ຈີນ ອັນເປັນການລະເມີດຕໍ່ກົດໝາຍຄວາມລັບທີ່ເປັນທາງການ ແລະຈະໄປປາກົດໂຕຢູ່ສານໃນວັນສຸກ ຈະມາເຖິງນີ້.

“ອັນນີ້ໄດ້ເປັນການສືບສວນສອບສວນທີ່ຫຍຸ້ງຍາກສັບສົນທີ່ສຸດ ໃນສິ່ງທີ່ເປັນຂໍ້ກ່າວຫາທີ່ຮ້າຍແຮງຫຼາຍ” ຜູ້ບັນຊາການ ດອມມີນິກ ເມີຟີ, ຫົວໜ້າສູນບັນຊາການຕໍ່ຕ້ານການກໍ່ການຮ້າຍ ຂອງຕຳຫຼວດນະຄອນບານ ໄດ້ກ່າວ.

ສະຖານທູດຂອງຈີນ ໃນນະຄອນຫຼວງລອນດອນ ໄດ້ກ່າວວ່າ ຂໍ້ກ່າວຫາທີ່ວ່າ ຈີນ ໄດ້ພະຍາຍາມລັກເອົາ ຄວາມລັບຂອງອັງກິດ ເປັນ “ເລື້ອງປັ້ນແຕ່ງຂຶ້ນທັງໝົດ.”

ໂຄສົກຂອງສະຖານທູດຈີນ ໄດ້ກ່າວໃນຖະແຫລງການວ່າ “ພວກເຮົາຄັດຄ້າຢ່າງໜັກແໜ້ນຕໍ່ຂໍ້ກ່າວຫານັ້ນ ແລະຮຽກຮ້ອງຕໍ່ຝ່າຍ ສະຫະຣາຊະອານາຈັກອັງກິດ ໃຫ້ຢຸດເຊົາ ການບິດເບືອນທາງການເມືອງເພື່ອການຕໍ່ຕ້ານຈີນ ແລະຢຸດເຊົາການນຳເອົາເລື້ອງການເມືອງເນົ່າເໝັນທີ່ຕົນສ້າງຂຶ່ນມາເອງເຊັ່ນນີ້.”

ຊາຍຄົນນຶ່ງໃນສອງນັ້ນ ໄດ້ຖືກລະບຸຊື່ໂດຍເຈົ້າໜ້າທີ່ຕຳຫຼວດ ໃນວັນຈັນວານນີ້ ຄື ທ້າວຄຣິສໂຕເຟີ ແຄສ (Christopher Cash).

ໃນເດືອນກັນຍາ ປີກາຍນີ້ ໜັງສືພິມ Sunday Times ໄດ້ລາຍງານວ່າ ທ້າວແຄສ ໄດ້ຖືກຈັບກຸມດ້ວຍຂໍ້ຫາສອດແນມ ໃນຂະນະທີ່ເຮັດວຽກເປັນນັກຄົ້ນຄວ້າໃນສະພາ ໃຫ້ແກ່ ທ່ານາງ ອາລີເຊຍ ເຄີນສ໌ ສະມາຊິກສະພາຫົວອານຸລັກນິຍົມ ຜູ້ທີ່ເປັນປະທານຄະນະກຳມະການຮັບຜິດຊອບດ້ານການຕ່າງປະເທດ.

ທ້າວຄຣິສໂຕເຟີ ແຄສ ໄດ້ມີລາຍຊື່ຢູ່ໃນເອກະສານຂອງສະພາ ຈາກຕົ້ນປີ 2023 ເປັນຜູ້ເຮັດວຽກໃຫ້ແກ່ ທ່ານນາງເຄີນສ໌.

British police on Monday charged two men with spying for China, including one reported to have worked as a researcher in Britain's parliament for a prominent lawmaker in the governing Conservative Party.

Anxiety has mounted across Europe about China’s alleged espionage activity and Britain has become increasingly vocal about its concerns in recent months.

The two men, aged 32 and 29, were charged with providing prejudicial information to China in breach of the Official Secrets Act, and will appear in court Friday.

"This has been an extremely complex investigation into what are very serious allegations," said Commander Dominic Murphy, head of the Counter Terrorism Command at the Metropolitan Police.

The Chinese embassy in London said the allegation that China was trying to steal British intelligence was "completely fabricated."

"We firmly oppose it and urge the UK side to stop anti-China political manipulation and stop putting on such self-staged political farce," an embassy spokesperson said in a statement.

One of the men was named by police on Monday as Christopher Cash.

In September, the Sunday Times reported that Cash had been arrested for spying while working as a researcher in parliament for Conservative lawmaker Alicia Kearns, chair of the Foreign Affairs Committee.

A Christopher Cash was listed on parliamentary documents from early 2023 as working for Kearns.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG