ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລາດຊະອານາຈັກ ດໍາເນີນການລົງໂທດຕໍ່ຊາວອີຣ່ານ 7 ຄົນ ທີ່ເຄີຍໄດ້ຮັບການລົງໂທດໂດຍສະຫະລັດ ມາກ່ອນ


ແຟ້ມຮູບ-ພົນເອກ ເອັສເມລ ການີ, ຜູ້ບັນຊາການກອງກໍາລັງກຸດສ໌, ກ່າວປາໄສໃນລະຫວ່າງການສະເຫຼີມສະຫຼອງໃນນະຄອນຫຼວງເຕຫະຣ່ານ, ອີຣ່ານ, ວັນທີ 1 ມັງກອນ 2021. ທ່ານ ການີ ເປັນນຶ່ງໃນ 7 ຄົນທີ່ໄດ້ຮັບການລົງໂທດໂດຍສະຫະລາດຊະອານາຈັກອັງກິດ ໃນວັນທີ 14 ທັນວາ 2023.
ແຟ້ມຮູບ-ພົນເອກ ເອັສເມລ ການີ, ຜູ້ບັນຊາການກອງກໍາລັງກຸດສ໌, ກ່າວປາໄສໃນລະຫວ່າງການສະເຫຼີມສະຫຼອງໃນນະຄອນຫຼວງເຕຫະຣ່ານ, ອີຣ່ານ, ວັນທີ 1 ມັງກອນ 2021. ທ່ານ ການີ ເປັນນຶ່ງໃນ 7 ຄົນທີ່ໄດ້ຮັບການລົງໂທດໂດຍສະຫະລາດຊະອານາຈັກອັງກິດ ໃນວັນທີ 14 ທັນວາ 2023.

ສະຫະລາດຊະອານາຈັກອັງກິດ ໄດ້ປະຕິບັດຕາມສະຫະລັດ ໃນການດໍາເນີນການຕໍ່ອີຣ່ານ ໃນວັນພະຫັດວານນີ້, ໂດຍໄດ້ວາງມາດຕະການລົງໂທດ ຕໍ່ 7 ສ່ວນ​ບຸກຄົນ, ລວມທັງຫົວຫນ້າກອງກໍາລັງ ກຸດສ໌ (Quds) ຂອງອີຣ່ານ.

ນອກຈາກນີ້ ຍັງມີ ​ທ່ານເອັສເມລ ການີ (Esmail Qaani) ຜູ້​ບັນ​ຊາ​ການກອງ​ກຳລັງກຸ​ດສ໌, ເຊິ່ງເປັນກອງ​ກຳລັງພິ​ທັກ​ປະ​ຕິ​ວັດ​ອີຣານ ຫຼື IRGC ທີ່​ຄວບ​ຄຸມ​ກອງ​ທະຫານບ້ານ ​ໃນ​ທົ່ວ​ປະ​ເທດ​ເລ​ບາ​ນອນ, ອີຣັກ, ​ເຢ​ເມນ ​ແລະ ຊີ​ເຣຍ, ສະຫະ​ລາດຊະອານາຈັກ ​ໄດ້​ວາງ​ມາດ​ຕະການ​ລົງ​ໂທດ​ຕໍ່ອີກ 6 ຄົນ​ທີ່​ພົວພັນ​ກັບ ກຸ່ມ IRGC-QF ເຊິ່ງເປັນເຄືອຂ່າຍຂອງປາແລັສໄຕນ໌, ກຸ່ມຮາມາສ ແລະ ກຸ່ມອິສລາມ ປາແລັສໄຕນ໌ ຈີຮາດ.

ໃນກ່ອນ​ໜ້າ​ນັ້ນ, ສະຫະລັດ​ໄດ້​ວາງ​ມາດ​ຕະການ​ລົງ​ໂທດ​ຕໍ່​ 7 ສ່ວນ​ບຸກຄົນ ​ທີ່​ປະ​ເຊີນ​ໜ້າ​ ກັບ​ການ​ປະຕິບັດງານຂອງສະຫະລາດຊະອານາຈັກ, ​ແລະ​ໄດ້​ລົງ​ໂທດ​ອີກ​ຄົນ​ນຶ່ງ​ຄື ທ້າວມາຈີດ ຊາຣີ (Majid Zaree) ​ທີ່​ສະໜັບສະໜຸນ​ກຸ່ມ ເຮັສໂບລລາ ​ແລະ ກຸ່ມຮາມາສ.

ບຸກຄົນດັ່ງກ່າວປະເຊີນກັບການຫ້າມເດີນທາງ ເຊັ່ນດຽວກັບການກັກຊັບສິນກ່ຽວກັບການກ່າວຫາວ່າ ພວກເຂົາມີສ່ວນຮ່ວມກັບ ອີຣ່ານ ເຊັ່ນດຽວກັບການວາງແຜນ ທີ່ຈະສັງຫານພົນລະເຮືອນຢູ່ໃນດິນແດນຂອງສະຫະລາດຊະອານາຈັກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG