ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາງ Malala Yousafzai ພົບກັບ ພະລາຊີນີ Elizabeth (ວີດີໂອ)


Malala
please wait
Embed

No media source currently available

0:00 0:00:37 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້

ເດັກ​ສາວ​ໄວ​ລຸ້ນປາ​ກິ​ສຖານ ນາງ Malala Yousafzai ​ທີ່​ລອດ
​ຊີວິດ ຈາກການພະຍາຍາມ​ລອບ​ສັງຫານຂອງ​ພວກທາ​ລິ​ບັນ
ຍ້ອນ​ໄດ້ເປັນ​ປາກ​ກະບອກ​ສຽງ ​ສະໜັບສະໜຸນການ​ສຶກສາ ສໍາ
ລັບ​ເດັກນ້ອຍຜູ້​ຍິງ ໄ​ດ້ພົບ​ກັບບຸ​ກຄົນ​ສໍາຄັນທີ່​ຄົນ​ທົ່ວ​ໂລກ​ນິຍົມ
ອີກ​ຄົນ​ນຶ່ງ ກໍ​ຄື​ພະລາຊິ​ນີ Elizabeth ຂອງ​ປະ​ເທດອັງ​ກິດ.

ໃນ​ວັນ​ສຸກ​ວານ​ນີ້ ​ພະລາຊິ​ນີ ​ແລະ​ພະ​ສາ​ມີ ​ເຈົ້າ​ຊາຍ Philip ​ ໄດ້ຊົງ​ເຊີນ​ນັກ​ເຄື່ອນໄຫວ
ສາວນ້ອຍຄົນ​ນີ້ ​ໄປ​ຮ່ວມ​ໃນ​ງານ​ລ້ຽງ​ຮັບຮອງ ​ທີ່ພະ​ລາດ​ຊະ​ວັງ Buckingham ບ່ອນ​ທີ່
ພະນາ​ງ​ໄດ້​ຊົງ​ສົນທະນາ​ກັບ​ນາງ Malala ​ເປັນເວລາສັ້ນໆ.

ພໍ່ຂອງ​ນາງ Malala ທ່ານ Ziauddin Yousafzai ​ໄດ້​ຕິດ​ຕາມ​ໄປ​ກັບສາວ​ນ້ອຍຄົນ​ນີ້ນໍາ.

ນາງ Malala ​ໄດ້​ຖວາຍ ​ປື້​ມບັນທຶກ​ຄວາມ​ຊົງ​ຈໍາ​ຂອງ​ນາງ ທີ່ຫາ​ກໍ​ພິ​ມເຜີຍ​ແຜ່ໃໝ່ໆ ຊື່ວ່າ
“ຂ້ອຍແມ່ນ Malala” ນັ້ນ ໃຫ້​ພະລາຊີ​ນີ ຫົວ​ນຶ່ງ​. ນາງ Malala Yousafzai ​ເວົ້າ​ວ່າ:
“​ເວລາ ຂ້ອຍ​ໄດ້​ພົບ​ກັບພະລາຊີ​ນີນັ້ນ ຂ້ອຍ​ທູນ​ພະນາ​ງ​ວ່າ

“​ເວລາ​ທີ່​ພະນາ​ງ​ມີ​ພະ​ຊົນມາຍຸ​ໄດ້ 20 ພັນ​ສານັ້ນ ​ພະນາ​ງ​ໄດ້​ສະ​ເດັດໄປ​ຍັງ​ເຂດ
ຮ່ອມ​ພູ Swat ໃນປາ​ກິ​ສຖານ ​ແລະພະນາ​ງ​ໄດ້​ຊົງເຫັນອັນ​ທີ່​ເອີ້ນ​ວ່າ “ພະລາດ​ຊະ​
ວັງ​ຂາວ” ​ແລະໄດ້ຊົງ​ພັກຢູ່​ໃນ ພະລາດ​ຊະ​ວັງ​ຂາວ ຄືນ​ນຶ່ງ​ ​ໃນ​ເຂດ​ຮ່ອມພູ Swat
ນັ້ນ. ​ແລະຂ້ອຍ​ກໍມາ​ຈາກ​ຮ່ອມ​ພູ Swat ນີ້​ ມັນເປັນ​ຮ່ອມ​ພູ​ທີ່​ມີ​ຄວາມ​ງົດ​ງາມ ຄື​
ດັ່ງ ສະຫວັນ​ຊັ້ນ​ຟ້າ​ ຢູ່ໂລກ​ມະນຸດ.”


ນາງ Malala ​ໄດ້​ຖືກ​ຍິງໃສ່​ທີ່​ຫົວເມື່ອ​ເດືອນຕຸລາ ປີ 2012 ​ໃນ​ຂະນະ​ທີ່ຂີ່ລົດ​ເມ ​ກັບ​ເມືອ​
ບ້ານ​ຈາກ​ໂຮງຮຽນ.

ປັດຈຸບັນ​ນີ້​ ນາງແລະ​ຄອບຄົວ​ຂອງ​ນາງ ຢູ່ທີ່ປະ​ເທດ​ອັງກິດ.

ວີດີໂອ: ນາງມາລາລາ ໄດ້ຮັບ ລາງວັນສິດທິມະນຸດ ຈາກສະຫະພາບຢູໂຣບ:

Malala Yousafzai Wins EU's Top Human Rights Honor
please wait

No media source currently available

0:00 0:02:11 0:00
ລິງໂດຍກົງ

Pakistani teenager Malala Yousafzai, who survived a Taliban assassination attempt on her life for advocating for girls' education, has met with another icon: Britain's Queen Elizabeth.

The queen and her husband, Prince Philip, on Friday invited the young activist to a reception at Buckingham Palace, where they chatted for a short time.

The teenager was escorted by her father Ziauddin Yousafzai.

Malala presented the queen with a copy of her newly published memoir, I am Malala.

((SOUNDBITE (English) Malala Yousafzai, Pakistani teenager))

"When I met the queen I told her that 'when you were in (your) twenties you came to Swat (valley in Pakistan) and you also saw the White Palace'. She stayed in (the) White Palace for one night, in Swat. And Swat is where I am from. It's a beautiful valley, it's like a paradise on Earth."

Malala was shot in the head in October 2012 while going home from school.

She and her family now live in England.
XS
SM
MD
LG